ປະເທດໄທ
ປະເທດໃນອາຊີຕາເວັນອອກສຽງໃຕ້ / From Wikipedia, the free encyclopedia
ປະເທດໄທ (ໄທ: ประเทศไทย, ອັງກິດ: Thailand) ມີຊື່ຢ່າງເປັນທາງການວ່າ ລາຊະອານາຈັກໄທ (ໄທ: ราชอาณาจักรไทย, ອັງກິດ: Kingdom of Thailand) ຕັ້ງຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຊື່ອະດີດແມ່ນ ສະຫຍາມ ລັດຖະບານໄດ້ມີການປ່ຽນຊື່ຢ່າງເປັນທາງການໃນປີ 1939 ປະເທດໄທມີຂະໜາດໃຫຍ່ລຳດັບທີ 50 ຂອງໂລກ ມີພື້ນທີ່ 513,120 ຕາລາງກິໂລແມັດ ແລະ ມີປະຊາກອນຫຼາຍເປັນອັນດັບ 20 ຂອງໂລກ ມີຂົງເຂດຕິດຕໍ່ກັບປະເທດມຽນມາທາງທິດເໜືອ ແລະ ຕາເວັນຕົກ ປະເທດລາວທາງທິດເໜືອ ແລະ ຕາເວັນອອກ ປະເທດກຳປູເຈຍທາງທິດຕະເວັນອອກ ແລະ ປະເທດມາເລເຊຍທາງທິດໃຕ້ ມີບາງກອກເປັນສູນກາງບໍລິຫານລັດຖະການແຜ່ນດິນ ແລະ ເປັນນະຄອນທີ່ໃຫຍ່ທີ່ສຸດຂອງປະເທດ ການປົກຄອງພາກພື້ນແບ່ງອອກເປັນ 76 ແຂວງ ຫຼື ຈັງຫວັດ ເຖິງປະເທດໄທໄດ້ມີການສະຖາປະນາລະບອບລາຊາທິປະໄຕໃຫ້ຢູ່ໃຕ້ລັດຖະທຳມະນູນ ແລະ ປະຊາທິປະໄຕລະບົບລັດຖະສະພາໃນປີ 1932 ແຕ່ກອງທັບທະຫານຍັງມີບົດບາດສູງໃນການເມືອງຂອງໄທ ເຊີ່ງມີລັດຖະປະຫານຄັ້ງຫຼ້າສຸດໃນປີ 2014
ລາຊະອານາຈັກໄທ ราชอาณาจักรไทย (ໄທ)
| |
---|---|
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ບາງກອກ 13°45′N 100°29′E |
ພາສາລັດຖະການ | ໄທ[1] |
ພາສາທ້ອງຖິ່ນ |
|
ກຸ່ມຊົນເຜົ່າ (2019)[2] | |
ສາສະໜາ (2018)[3] |
|
ເດມະນິມ | ຊາວໄທ ຊາວສະຫຍາມ (ອະດີດ) |
ການປົກຄອງ | ປະຊາທິປະໄຕອັນມີພະມະຫາກະສັດເປັນປະມຸກແຫ່ງຊາດ (ໂດຍນິຕິໄນ) ລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ແລະ ປະຊາທິປະໄຕລະບົບລັດຖະສະພາ (ໂດຍພຶດຕິໄນ) |
ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ | |
ເສດຖາ ທະວີສິນ | |
ສະພານິຕິບັນຍັດ | ລັດຖະສະພາ |
• ສະພາສູງ | ວຸທິສະພາ |
• ສະພາລຸ່ມ | ສະພາຜູ້ແທນລາຊະດອນ |
ສະຖາປະນາ | |
ຄ.ສ. 1238 – 1448 | |
ຄ.ສ. 1351 – 1767 | |
ຄ.ສ. 1767 – 1782 | |
6 ເມສາ ຄ.ສ. 1782 | |
24 ມິຖຸນາ ຄ.ສ. 1932 | |
6 ເມສາ ຄ.ສ. 2017 | |
ພື້ນທີ່ | |
• ລວມ | 513,120 ຕາລາງກິໂລແມັດ (198,120 ຕາລາງໄມລ໌) (ອັນດັບທີ 50) |
0.4 (2,230 ຕາລາງກິໂລແມັດ) | |
ປະຊາກອນ | |
• 2021 ປະມານ | 70,008,190[4] (ອັນດັບທີ 20) |
• ສຳມະໂນປະຊາກອນ 2010 | 64,785,909[5] (ອັນດັບທີ 21) |
132.1 ຕໍ່ຕາລາງກິໂລແມັດ (342.1 ຕໍ່ຕາລາງໄມລ໌) (ອັນດັບທີ 73) | |
GDP (ອຳນາດຊື້) | 2022 (ປະມານ) |
• ລວມ | 1.475 ພັນຕື້ໂດລາສະຫະລັດ[6] (ອັນດັບທີ 23) |
• ຕໍ່ຫົວ | 21,057 ໂດລາສະຫະລັດ[6] (ອັນດັບທີ 77) |
GDP (ລາຄາຕະຫຼາດ) | 2022 (ປະມານ) |
• ລວມ | 522,012 ລ້ານໂດລາສະຫະລັດ [6] (ອັນດັບທີ 28) |
• ຕໍ່ຫົວ | 7,449 ໂດລາສະຫະລັດ[6] (ອັນດັບທີ 89) |
ຈີນີ (2020) | 35.0[7] ປານກາງ |
HDI (2564) | 0.800[8] ສູງຫຼາຍ · ອັນດັບທີ 66 |
ສະກຸນເງິນ | ບາທໄທ (฿) (THB) |
ເຂດເວລາ | UTC+7 (ICT) |
ຮູບແບບວັນທີ | ວວ/ດດ/ປປປປ (ພ.ສ.) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | +66 |
ລະຫັດ ISO 3166 | TH |
ລະຫັດອິນເຕີເນັດ |
|
ໃນອານາເຂດປະເທດໄທພົບຫຼັກຖານຂອງມະນຸດເຊິ່ງມີອາຍຸເກົ່າແກ່ເຖິງຫ້າແສນປີ ນັກປະຫວັດສາດມັກຖືວ່າອານາຈັກສຸໂຂໄທເປັນຈຸດເຣີ່ມຕົ້ນຂອງປະຫວັດໄທ ເຊິ່ງຕໍ່ຕົກຢູ່ໃນອິດທິພົນຂອງອານາຈັກອະຍຸດທະຍາອັນມີຄວາມຍິ່ງໃຫຍ່ກວ່າ ແລະມີການຕິດຕໍ່ກັບຊາດຕາເວັນຕົກ ອານາຈັກອະຍຸດທະຍາມີອາຍຸຍືນຍາວ 417 ປີກໍເສື່ອມອຳນາດ ແລະ ລົ້ມສະຫຼາຍໄປໂດຍສິ້ນເຊີງ ສົມເດັດພຣະເຈົ້ານະຄອນທົນບຸລີຊົງກອບກູ້ເອກະລາດແລະ ສະຖາປະນາອານາຈັກທົນບຸຣີເຫດການຄວາມວຸ່ນວາຍໃນໄລຍະປາຍອານາຈັກນຳໄປສູ່ຍຸກສະໄໝຂອງລາຊະວົງຈັກກີແຫ່ງນະຄອນລັດຕະນະໂກສິນ ໃນລະຍະຕົ້ນນະຄອນປະເທດຜະເຊີນໄພຄຸກຄາມຈາກຊາດໃກ້ຄຽງ ແຕ່ຫຼັງຣາດຊະສະໄໝພຣະບາດສົມເດັດພຣະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ຊາດຕາເວັນຕົກເລີ່ມມີອິດທິພົນໃນພາກພື້ນເປັນຢ່າງຫຼາຍ ນຳໄປສູ່ການເຂົ້າເປັນພາຄີແຫ່ງສົນທິສັນຍາຫຼາຍສະບັບ ແລະ ການເສຍດິນແດນບາງສ່ວນ ແຕ່ສະຫຍາມກໍຍັງຍືນຕົນບໍ່ໄດ້ເປັນອານານິຄົມຂອງຊົນຊາດໃດໆ ຕໍ່ມາຈົນໄລຍະສົງຄາມໂລກຄັ້ງທີ 1 ໄທໄດ້ເຂົ້າຮ່ວມກັບຝ່າຍສຳພັນທະມິດ
ໃນປີ ຄ.ສ. 1932 ປະເທດໄທໄດ້ມີການປະຕິວັດປ່ຽນແປງລະບອບສົມບູລະນາຍາສິດທິລາດມາເປັນລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນຕາມບໍລິບົດຂອງການປ່ຽນແປງທົ່ວໂລກ ແລະ ໄທໄດ້ເຂົ້າກັບຝ່າຍອັກສະໃນລະຫວ່າງສົງຄາມໂລກຄັ້ງທີສອງຈົນໄລຍະສົງຄາມເຢັນ ສະຫຍາມໄດ້ດຳເນີນນະໂຍບາຍເປັນສຳພັນທະມິດກັບອາເມຣິກາ ແລະ ເຂົ້າມາມີບົດບາດໃນການສະໜັບສະໜູນລັດຖະບານທະຫານໃນຍຸກນັ້ນຢ່າງຫຼາຍ ແລະ ແມ່ນປະເທດໄທຈະເລີ່ມປ່ຽນມາສູ່ຍຸກລັດຖະບານຂອງພົນລະເຮືອນ ແຕ່ຄວາມສະຖຽນລະພາບຂອງລະບົບການເມືອງການປົກຄອງໄທຍັງຄົງຂາດຄວາມຕໍ່ເນື່ອງອັນມີບັນຫາມາຈາກການແຊກແຊງໂດຍກອງທັບຈົນຮອດປັດຈຸບັນ