ສົມບູລະນາຍາສິດທິລາດ
From Wikipedia, the free encyclopedia
ສົມບູລະນາຍາສິດທິລາດ (ຄຳເຄົ້າ: ສົມບູຣນາຍາສິທທິຣາຊຍ໌[1]; ອັງກິດ: Absolute Monarchy) ແມ່ນລະບອບການປົກຄອງທີ່ມີກະສັດເປັນຜູ້ປົກຄອງແລະມີສິດຂາດໃນການບໍລິຫານປະເທດ ໃນລະບອບການປົກຄອງນີ້ ກະສັດກໍຄືກົດໝາຍ ກ່າວຄື ທີ່ມາຂອງກົດໝາຍທັງປວງຢູ່ທີ່ກະສັດ ຄຳສັ່ງ ຄວາມຕ້ອງການຕ່າງ ໆ ລ້ວນມີຜົນເປັນກົດໝາຍ ກະສັດມີອຳນາດໃນການປົກຄອງແຜ່ນດິນແລະພົນລະເມືອງໂດຍອິດສະຫຼະ ໂດຍບໍ່ມີກົດໝາຍຫຼືອົງກອນຕາມກົດໝາຍໃດ ໆ ຈະຂັດຂວາງໄດ້ ເຖິງອົງກອນທາງສາສະໜາອາດຕ້ານທານກະສັດຈາກການເຮັດບາງຢ່າງອົງລັດຖາທິປັດ (ກະສັດ) ນັ້ນຈະຄາດຫວັງວ່າຈະປະຕິບັດຕາມທຳນຽມ ແຕ່ໃນລະບອບສົມບູລະນາຍາສິດທິລາດນັ້ນ ບໍ່ມີລັດຖະທຳມະນູນຫຼືກົດໝາຍໃດ ໆ ທີ່ຈະຢູ່ເໜືອກວ່າຄຳຊີ້ຂາດຂອງລັດຖາທິປັດ ຕາມທິດສະດີພົນລະເມືອງນັ້ນ ລະບອບສົມບູລະນາຍາສິດທິລາດມອບຄວາມໄວ້ວາງໃຈທັງໝົດໃຫ້ກັບພະເຈົ້າແຜ່ນດິນທີ່ດີທາງສາຍເລືອດແລະໄດ້ຮັບການລ້ຽງດູເຝິກຝົນມາຢ່າງດີຕັ້ງແຕ່ເກີດ[2]
ໃນທາງທິດສະດີ ກະສັດໃນລະບອບສົມບູລະນາຍາສິດທິລາດຈະມີອຳນາດທັງໝົດເໜືອປະຊາຊົນແລະແຜ່ນດິນ ຮວມທັງເໜືອອະພິຊົນແລະບາງຄັ້ງກໍເໜືອຄະນະສົງດ້ວຍ ສ່ວນໃນທາງປະຕິບັດກະສັດໃນລະບອບສົມບູລະນາຍາສິດທິລາດມັກຈະຖືກຈຳກັດອຳນາດ ໂດຍທົ່ວໄປກຸ່ມທີ່ກ່າວມາຫຼືກຸ່ມອື່ນ
ກະສັດບາງພະອົງ (ເຊັ່ນຈັກກະວັດເຢຍລະມັນ ຄ.ສ. 1871-1918) ມີລັດຖະສະພາທີ່ບໍ່ມີອຳນາດຫຼືເປັນພຽງສັນຍະລັກແລະອົງກອນບໍລິຫານອື່ນ ໆ ທີ່ກະສັດສາມາດປ່ຽນແປງຫຼືຍຸບເລີກໄດ້ຕາມຕ້ອງການ ເຖິງຈະມີຜົນເທົ່າກັບລະບອບສົມບູລະນາຍາສິດທິລາດແຕ່ໂດຍທາງເຕັກນິກທີ່ເປັນໄປໄດ້ແລ້ວ ນີ້ຄືລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ (contitutional monarchy) ເນື່ອງຈາກການມີຢູ່ຂອງລັດຖະທຳມະນູນແລະກົດໝາຍພື້ນຖານຂອງປະເທດ
ປະເທດທີ່ໃຊ້ລະບອບສົມບູລະນາຍາສິດທິລາດໃນປັດຈຸບັນຄື ຊາອຸດິອາຣະເບຍ ບຣູໄນ ໂອມານ ສະວາຊີແລນ ກາຕາ ຮວມທັງນະຄອນລັດວາຕິກັນ ນຳ