ພະມະຫາກະສັດໄທ
From Wikipedia, the free encyclopedia
ພະມະຫາກະສັດໄທ (ໄທ:พระมหากษัตริย์ไทย) (ຄຳເຄົ້າ: ພຣະມະຫາກະສັຕຍ໌ໄທຍ໌[1]) ແມ່ນປະມຸກຂອງປະເທດໄທຕັ້ງແຕ່ອະດີດຈົນຮອດປັດຈຸບັນຕາມລະບອບສົມບູລະນາຍາສິດທິລາດແລະປະຊາທິປະໄຕ
ພະມະຫາກະສັດແຫ່ງລາຊະອານາຈັກໄທ
พระมหากษัตริย์แห่งราชอาณาจักรไทย | |
---|---|
ທຸງປະຈຳພະອິສະລິຍົດ | |
ການຮຽກຂານ | ພະບາດສົມເດັດພະເຈົ້າຢູ່ຫົວ (ທາງການ) ໃຕ້ຝ່າລະອອງທຸລີພະບາດ (ທາງການ) ພະເຈົ້າຢູ່ຫົວ (ບໍ່ທາງການ) ໃນຫຼວງ (ພາສາພູດ) |
ສະມາຊິກຂອງ | ລາຊະວົງຈັກກີ |
ທີ່ພຳນັກ | ພະລາຊະວັງດຸສິດ |
ທີ່ທຳການ | ພະບໍລົມມະຫາລາຊະວັງ |
ຜູ້ແຕ່ງຕັ້ງ | ການສືບລາຊະສັນຕະຕິວົງ |
ວາລະ | ຕະຫຼອດພະຊົນຊີບ |
ຜູ້ປະເດີມຕຳແໜ່ງ | ພໍ່ຂຸນສີອິນທາທິດ |
ສ້າງຕັ້ງ | ຄ.ສ. 1238 |
ເວັບໄຊຕ໌ | royaloffice |
ເຖິງແມ້ນວ່າພະລາຊະອຳນາດຂອງພະມະຫາກະສັດຈະຫຼຸດລົງລຸນຫຼັງການປະຕິວັດເມື່ອວັນທີ 24 ມິຖຸນາ 1932 ແລະຖືກຈຳກັດໂດຍລັດຖະທຳມະນູນແຫ່ງລາຊະອານາຈັກໄທ ແຕ່ສະຖາບັນພະມະຫາກະສັດກໍຍັງຄົງໄດ້ຮັບຄວາມເຄົາລົບນັບຖືຈາກປະຊາຊົນຊາວໄທສ່ວນໃຫຍ່. ລັດຖະທຳມະນູນແຫ່ງລາຊະອານາຈັກສະຫຍາມ ຄ.ສ. 1932 ກັບທັງລັດຖະທຳມະນູນແຫ່ງລາຊະອານາຈັກໄທທຸກສະບັບວ່າ ພະມະຫາກະສັດ "ຊົງດຳລົງຢູ່ໃນຖານະອັນເປັນທີ່ເຄົາລົບສັກກາລະ ຜູ້ໃດຈະລະເມີດບໍ່ໄດ້". ນອກຈາກນັ້ນ ພະມະຫາກະສັດຍັງຊົງໄດ້ຮັບຄວາມຄຸ້ມຄອງດ້ວຍກົດໝາຍອາຍາ ເຊິ່ງເຮັດໃຫ້ການວິພາກວິຈານພະອົງເປັນຄວາມຜິດຕໍ່ອົງພະມະຫາກະສັດ.
ຕາມລັດຖະທຳມະນູນແຫ່ງລາຊະອານາຈັກໄທ ຄ.ສ. 2007 ອັນເປັນສະບັບປັດຈຸບັນ ພະມະຫາກະສັດຊົງເປັນປະມຸກແຫ່ງລັດ ຊົງໃຊ້ອຳນາດອະທິປະໄຕຜ່ານຄະນະລັດຖະມົນຕີ ລັດຖະສະພາ ແລະສານ ຊົງເປັນຈອມທັບໄທ ພຸດທະມາມະກະ ແລະອັກຄະລະສາສະນູປະຖຳມະພົກ. ມີພະລາຊະອຳນາດສະຖາປະນາແລະພະລາຊະທານເຄື່ອງລາຊະອິສະລິຍາພອນກັບຖານັນດອນສັກ ພະລາຊະທານອະໄພຍະໂທດ ປະກາດສົງຄາມແລະສະຫງົບເສິກ ລວມຕະຫຼອດເຖິງພະລາຊະອຳນາດອື່ນໆ ອັນຈະຊົງໃຊ້ໄດ້ກໍແຕ່ໂດຍຫຼັກເກນ ວິທີການ ແລະເງື່ອນໄຂທີ່ກົດໝາຍກຳໜົດໄວ້ ຍົກເວ້ນພະລາຊະອຳນາດບາງປະການທີ່ຊົງໃຊ້ໄດ້ຕາມພະລາຊະອັດທະຍາໄສ ແມ່ນ ຕັ້ງແລະຖອດອົງຄະມົນຕີກັບບັນດາຂ້າລາຊະການໃນພະອົງ.
ພະມະຫາກະສັດໄທພະອົງປັດຈຸບັນແມ່ນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ ເປັນພະມະຫາກະສັດລຳດັບທີ 9 ແຫ່ງລາຊະວົງຈັກກີ ແລະເປັນປະມຸກລາຊະວົງຈັກກີ. ມີບ່ອນປະທັບຢ່າງເປັນທາງການແມ່ນພະບໍລົມມະຫາລາຊະວັງບາງກອກ. ສະເຫວີຍລາດຕັ້ງແຕ່ວັນທີ 9 ມິຖຸນາ ຄ.ສ. 1946 ແລະເປັນພະມະຫາກະສັດທີ່ຄອງລາດໃນຖານະປະມຸກແຫ່ງລັດທີ່ດົນທີ່ສຸດໃນໂລກ.
ລັດຊະທາຍາດຂອງພະມະຫາກະສັດໄທມີຕຳແໜ່ງເອີ້ນວ່າສະຫຍາມມຸງກຸດລາຊະກຸມານ. ພະອົງປັດຈຸບັນແມ່ນສົມເດັດພຣະບໍຣົມໂອຣະສາທິລາດ ເຈົ້າຟ້າມະຫາວະຊິຣາລົງກອນ ສະຫຍາມມຸງກຸດລາຊະກຸມານ. ການສືບມໍລະດົກຂອງພະມະຫາກະສັດເປັນໄປຕາມກົດມົນເທຍລະບານວ່າດ້ວຍການສືບລາຊະສັນຕິວົງ ຄ.ສ. 1924 ໂດຍມີລັກສະນະເປັນການໂອນຈາກບິດາສູ່ບຸດຕາມຫຼັກບຸກຄົນຫົວປີສະເພາະທີ່ເປັນຊາຍ ແຕ່ລັດຖະທຳມະນູນແຫ່ງລາຊະອານາຈັກສະບັບປັດຈຸບັນເປີດໃຫ້ສະເໜີພະນາມພະລາຊະທິດາຂຶ້ນສືບລາຊະບັນລັງກໍໄດ້ ໃນກໍລະນີທີ່ພະມະຫາກະສັດບໍ່ໄດ້ຊົງຕັ້ງລັດຊະທາຍາດໄວ້