![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/6/6b/Iberia_%2528orthographic_projection%2529.svg/langlo-640px-Iberia_%2528orthographic_projection%2529.svg.png&w=640&q=50)
ແຫຼມອີເບລີ
From Wikipedia, the free encyclopedia
ແຫຼມອີເບລີ [1](ຝຣັ່ງ: Péninsule Ibérique, ແອັດສະປາຍ: Península Ibérica, ປອກຕຸຍການ: Península Ibérica) ແມ່ນແຫຼມທີ່ຕັ້ງຢູ່ບໍລິເວນຕາເວັນຕົກສຽງໃຕ້ຂອງທະວີບເອີລົບ. ມີພື້ນທີ່ປະມານ 582,860 ຕາລາງກິໂລແມັດ. ຕັ້ງຢູ່ລະຫວ່າງທະເລເມດີແຕກລານີ ເປັນແຫຼມທີ່ໃຫຍ່ເປັນອັນດັບທີ 2 ຂອງທະວີບເອີລົບຮອງຈາກແຫຼມສະການດີນາວີ ທາງທິດເໜືອຕິດກັທິວເຂົາປີເລເນແລະປະເທດຝະລັ່ງ ທິດຕາເວັນຕົກຕິດກັບມະຫາສະໝຸດອັດລັງຕິກ ທິດໃຕ້ສຸດຕິດກັບຊ່ອງແຄບຊີບານຕາກ. ແຫຼມອີເບລີມີຄວາມຍາວປະມານ 900 ກິໂລແມັດ ກວ້າງໂດຍສະເຫຼ່ຍປະມານ 900 ກມ. ຮູບຮ່າງຄ້າຍສີ່ຫຼ່ຽມພືນຜ້າ. ພື້ນທີ່ສ່ວນຫຼາຍເປັນບ່ອນຮາບສູງແລະທິວເຂົາ. ພື້ນທີ່ທາງຕາເວັນອອກສຽງໃຕ້ບໍລິເວນທິວເຂົາຊີເອລາເນບາດາ ເປັນບໍລິເວນແຫ້ງແລ້ງຫຼາຍແຫ່ງນຶ່ງໃນແຫຼມ. ເມືອງທີ່ສຳຄັນທີ່ຢູ່ໃນແຫຼມອີເບລີ ໄດ້ແກ່ ມາດິດ ວາລັງ ເຊວີ ລີສະບົນ ບີນບາໂອ ປອກໂຕ ແລະຊີບານຕາກ.
![Thumb image](http://upload.wikimedia.org/wikipedia/commons/thumb/6/6b/Iberia_%28orthographic_projection%29.svg/320px-Iberia_%28orthographic_projection%29.svg.png)