ຄຳມ່ວນ (ອັງກິດ: Khammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.

ແຂວງຄຳມ່ວນ
ຂໍ້ມູນທົ່ວໄປ
Thumb
ຊື່ພາສາລາວ ແຂວງຄຳມ່ວນ
ເມືອງເອກ ທ່າແຂກ
ISO 3166-2 LA-KH
ຂໍ້ມູນສະຖິຕິ
​|-
ເນື້ອທີ່ 16,315 km²
ພົນລະເມືອງ​ 401,848 (2015 ຄາດຄະເນ) ຄົນ
Thumb

ປະຫວັດແຂວງຄຳມ່ວນ

ແຂວງຄຳມ່ວນມີຄວາມສຳຄັນທາງປະຫວັດສາດລາວ ໃນອະດີດປະມານ ຄ.ສ 5 ແຂວງຄຳມ່ວນເຄີີຍເປັນທີ່ຕັ້ງຂອງ ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ) ເປັນທີ່ຮູ້ຈັກກັນໃນນາມ ເມືອງສີໂຄດຕະບູນ ຫຼື ສີໂຄຕະປູຣະ. ໃນສະໄໝຝຣັ່ງເຂົ້າມາຮຸກຮານລາວເຮົາ ເມືອງສີໂຄດຕະບູນ ຈຶ່ງໄດ້ຖືກປ່ຽນຊື່ເປັນເມືອງທ່າແຂກ ດ້ວຍເຫດນີ້ພາຍໃນເມືອງທ່າແຂກ ຈຶ່ງສາມາດພົບເຫັນອາຄານສະຖາປັດຕະຍະກຳ ແບບຝຣັ່ງ ຢັ້ງຢາຍຢູ່. ປັດຈຸບັນຊື່ເມືອງທ່າແຂກຈຶ່ງເປັນພຽງຊື່ເມືອງເອກຂອງແຂວງເທົ່ານັ້ນ. ເນື່ອງຈາກຊື່ເມືອງທ່າແຂກບໍ່ໄດ້ສະທ້ອນເຖິງຄວາມເປັນລາວຢ່າງພຽງພໍ.

ຢູ່ທ່າແຂກເຣົາ ຍັງມີຄົນນຶ່ງ ເກີດເມື່ອປີ ໑໙໑໖, ເຄີຍເປັນນັກຕໍ່ສູ້ ຄຽງບ່າ ຄຽງໄຫລ່ ກັບກອງທັພຝຣັ່ງເສສ. ຕໍມາ ໄດ້ໄປສຶກສາ ເອົາວິຊາຊັ້ນສູງ ທີ່ປະເທສຝຣັ່ງເສສ. ຫລັງຈາກຈົບການສຶກສາ ກໍກັບມາລາວ ແລ້ວກໍເຂົ້າໄປຮ່ວມການຕໍ່ສູ້ ກັບຄະນະ ແນວລາວຮັກຊາດ. ຖ້າຢາກໄດ້ຄວາມຈິງ ແລະ ຣະອຽດອ່ອນ ໃຫ້ພວກທ່ານຈົ່ງໄປສືບຖາມຫາ. ຫລັງຈາກການປ່ຽນແປງຣະບອບໃຫມ່ ຜູ້ກ່ຽວກໍມີໜ້າທີ່ສຳຄັນ ໃນຄະນະຜູ້ນຳ ສໄໝນັ້ນ. ແຕ່ກໍບໍ່ຮູ້ວ່າ ເພິ່ນຈະກ້າເວົ້າອອກມາຫລືບໍ່ ເພາະຣະບອບ ປັດຈຸບັນ ແມ່ນຣະບອບ ນາບຂູ່ປະຊາຊົນ ຈອບຊອກເອົາແຕ່ຄວາມຜິດຜູ້ອື່ນ.

ເຈົ້າແຂວງຄຳມ່ວນໃນອະດີດ

ທ່ານ ກຸວໍລະວົງ ປີ 1948 ທ່ານ ໂງ່ນ ຊະນະນິກອນ ປີ 1949 ທ່ານ ບຸນທັນ ຊົງວິໄລ ປີ 1951 ທ່ານ ນິດ ສິງຫາຣາດ ປີ 1953 ທ່ານ ອຸໄດ ສຸວັນນະວົງ ປີ 55 ທ່ານ ຄຳເລື່ອນ ບຸນຍະແສງ 57 ທ່ານ ນິດໜໍ່ຄຳ 60 ທ່ານ ນິດ ສິງຫາຣາດ 64 ທ່ານ ອຸໄດ ສຸວັນນະວົງ 68 ທ່ານ ສີສຸວັນ 70 ທ່ານ ຄຳເລື່ອນ ບຸນຍະແສງ 71 ທ່ານ ສຸທິລຶກ 72 ທ່ານ ບຸນລ້ຽງ ຈຸລາມະນີ 74 ທ່ານ ຄຳເພັດ ພູນສະຫວັດ 75 ທ່ານ ວັນທອງ ລິນຊົມພູ 75 ທ່ານ ຜາດີ ແກ້ວມະນີ 79 ທ່ານ ຄຳບານ ຈັນທະສອນ 86 ທ່ານ ອິນປົງ ໄຄ້ຍະວົງ 88 ທ່ານ ເຄນ ຜາລີວົງ ປີ 95 [1]

ລັກສະນະພູມສັນຖານ

ແຂວງຄຳມ່ວນມີເນື້ອທີ່ທັງໝົດ 16,315 ກິໂລຕາແມັດ ພື້ນທີ່ສ່ວນໃຫຍ່ເປັນທົ່ງພຽງລຽບແຄມແມ່ນ້ຳຂອງ ເປັນທີ່ຕັ້ງຂອງພູຮາວກໍ ເຊິ່ງມີຄວາມສູງ 2,256 ແມັດ ແລະ ທາງທິດຕາເວັນອອກ ຍັງມີສາຍພູຫຼວງເຊິ່ງເປັນສາຍພູກັ້ນແດນລະຫວ່າງລາວ-ຫວຽດນາມ. ແຂວງຄຳມ່ວນມີປະຊາກອນປະມານ 360.304 ຄົນ, ຄວາມໜາແໜ້ນສະເລ່ຍປະມານ 22ຄົນ ຕໍ່ ກິໂລຕາແມັດ. ປະຊາກອນ

ທີ່ຕັ້ງທ່າແຂກ

  • ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງນະຄອນພະນົມ ຂອງ ຣາຊະອານາຈັກໄທ
  • ທິດເໜືອຕິດກັບ ແຂວງບໍລິຄຳໄຊ
  • ທິດໃຕ້ຕິດກັບ ແຂວງສະຫວັນນະເຂດ

ເສດຖະກິດ-ສັງຄົມ

ເສດຖະກິດ-ສັງຄົມ ຂອງແຂວງ ໄລຍະທີ່ຜ່ານມາຢູ່ໃນລະດັບ 9-10% ລວມຍອດຜະລິດຕະພັນປະມານ 2.300 ຕື້ກີບ, ສະເລ່ຍລາຍ ໄດ້ບຸກຄົນ ປະມານ 761 ໂດລາຕໍ່ຄົນຕໍ່ປີ (ສະເພາະປີ 2009). ຄາດວ່າ ຮອດ ທ້າຍປີ 2010 ຈະມີການປະເມີນ ກວດກາ ການນຳໃຊ້ທ່າແຮງ ແລະ ຈຸດສຸມໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍຈະສຸມໃສ່ບາງວຽກສຳຄັນ ຊຶ່ງນອກຈາກວຽກປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລ້ວ ໄດ້ສຸມໃສ່ການພັດທະນາພື້ນຖານ ໂຄງລ່າງກະສິກຳ ທີ່ຕິດພັນກັບໂຄງການໃຫຍ່ ຂອງລັດຖະບານ ເປັນຕົ້ນແມ່ນໂຄງ ການລຸ່ມເຮືອນຈັກນ້ຳເທີນ 2 ເພາະເຂດນີ້ ຈະມີຄວາມສາມາດ ເອົານ້ຳໄຫລເຂົ້ານາ ປະມານ 21.000 ເຮັກຕາ, ປີຜ່ານມານີ້ ໄດ້ທຶນສະໜັບສະໜູນ ຈາກທະນາຄານໂລກ ປະມານ 3.500.000 ໂດລາ ເພື່ອສຶກສາຂໍ້ມູນຄວາມເປັນໄປໄດ້ ໃນການອອກແບບ. ປະຈຸບັນໄດ້ປະກອບ ພະນັກງານທັງແຂວງ ແລະ ກະຊວງ ຄາດວ່າປີ 2014 ໃຫ້ສຳເລັດ. ໃນການ ສຶກສາອອກແບບ ແລະ ປີ 2015-2016 ແມ່ນເລີ່ມລົງມືກໍ່ສ້າງ, ສ່ວນຈຸດທີສອງແມ່ນຢູ່ເຂດລຸ່ມເຮືອນຈັກເທີນຫີນບູນ ເພາະຢູ່ຫີນບູນ ໄລຍະສອງນີ້ ຈະມີຄວາມ ສາມາດເອົານ້ຳລຸ່ມເຮືອນຈັກ ເຂົ້ານາໄດ້ປະມານເກືອບ 4.000 ເຮັກຕາ ຊຶ່ງທາງສະຖາບັນສຳຫລວດອອກແບບ ຂອງກະຊວງກະສິກຳ-ປ່າໄມ້ ໄດ້ສຳຫລວດແລ້ວ ແລະ ກໍໄດ້ຮັບ ທຶນສະໜັບສະໜູນ ຈາກບໍລິສັດ ໄຟຟ້າເທີນຫີນບູນ, ສຳລັບຈຸດທີສາມນັ້ນ ແມ່ນຈະສຸມໃສ່ພັດ ທະນາເຂດທົ່ງຮາບເຊບັ້ງໄຟ ເປັນຕົ້ນ ເມືອງໜອງບົກ, ເຊບັ້ງໄຟ ແລະ ເມືອງທ່າແຂກ ເພາະເຂດນີ້ ເປັນ ເຂດອູ່ເຂົ້າອູ່ປາ ປະຈຸບັນ ໄດ້ກວດກາຄືນບັນດາ ຊົນລະປະທານ ແລະ ໂຄງການອື່ນໆ ເພື່ອຈະມີການປັບປຸງ ແລະ ແກ້ໄຂ.

ການປູກໄມ້ອຸດສາຫະກຳ ໄມ້ວິກຂອງບໍລິສັດໂອຈິ ຍີ່ປຸ່ນ ໃນເນື້ອທີ່ປະມານ 20.000 ເຮັກຕາ, ກໍພວມເຕີບໃຫຍ່ຂະຫຍາຍຕົວ ຄາດວ່າປີ 2010 ຈະຜະລິດ ແລະ ເກັບກູ້ປະມານ 6 ແສນໂຕນ/ປີ ແລະ ຈະຕັ້ງໂຮງງານ ຢູ່ທ່າແຂກ ເພື່ອຈະບົດເປັນຝຸ່ນ ແລະ ສົ່ງຂາຍອອກຕ່າງປະເທດ, ຂະບວນການລ້ຽງສັດ ຂອງປະຊາຊົນເປັນ ຕົ້ນແມ່ນການລ້ຽງໝູ ສາມາດສົ່ງໝູອອກຂາຍ ໃນນະຄອນຫລວງວຽງຈັນມື້ໜຶ່ງປະມານ 300-350 ໂຕ, ຂະແໜງອຸດສາຫະກຳ ໄດ້ມີການລົງທຶນ ຂອງຕ່າງປະເທດ ເປັນຕົ້ນໂຄງການຂຸດຄົ້ນ ເກືອກາລີ ຢູ່ເຂດເມືອງໜອງບົກ, ເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ ຊຶ່ງມີຈຳນວນ 3 ບໍລິສັດ, ໃນນັ້ນ ມີບໍລິສັດ ຈາກ ສສຫວຽດນາມ 1 ບໍລິສັດ, ອີກ 2 ບໍລິສັດ ຈາກ ສປຈີນ, ປະຈຸບັນ ໄດ້ດຳເນີນການຂຸດ ຄົ້ນແລ້ວ 1 ບໍລິສັດ ຜົນໄດ້ຮັບປີໜຶ່ງປະມານ 1 ແສນໂຕນ, ສ່ວນບໍລິສັດທີ 2 ຄາດວ່າຈະສ້າງໂຮງງານຂຶ້ນ ໃນປີ 2012-2013, ການຜະລິດຊີມັງ ໄດ້ດຳ ເນີນປົກກະຕິປະມານ 8 ແສນກວ່າໂຕນ/ປີ, ແຕ່ດ້ານຕະຫລາດຮອງຮັບ ແມ່ນຍັງບໍ່ສາມາດ ຕອບສະໜອງໄດ້ ຢ່າງເຕັມສ່ວນ, ໄປຄຽງຄູ່ກັນນັັ້ນ ດ້ານວຽກງານການທ່ອງທ່ຽວ, ການບໍລິການ ປະຈຸບັນ ໄດ້ສຸມໃສ່ການພັດທະນາຢູ່ ເມືອງທ່າແຂກ ໃຫ້ເປັນເມືອງທ່ອງທ່ຽວ ໃນຕົ້ນປີ 2010 ແລະ ຈະມີໂຄງການພັດທະນາເສດຖະກິດ ເອີ້ນວ່າ: ເຂດເສດຖະກິດພິເສດ ຢູ່ເຂດສົ້ນຂົວຂ້າມແມ່ນ້ຳຂອງ ຄຳມ່ວນ-ນະຄອນພະນົມ, ຕາມທີ່ລັດຖະບານ ໄດ້ຕົກລົງ ໂດຍຈະເລີ່ມປະຕິບັດໃນທ້າຍປີ 2010 ຫຼື ຕົ້ນປີ 2011.

ການແບ່ງເຂດການປົກຄອງ

ສະຖານທີ່ທ່ອງທ່ຽວ

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.