![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/2/26/CharaV3.jpg/640px-CharaV3.jpg&w=640&q=50)
ອະໄວຍະວະເພດ
From Wikipedia, the free encyclopedia
ອະໄວຍະວະເພດ (ອັງກິດ: sex organ) ຫຼື ອະໄວຍະວະສືບພັນ (ອັງກິດ: reproductive organ, primary sex organ, primary sexual characteristic) ແມ່ນໂຄງສ້າງທາງດ້ານຮ່າງກາຍທີ່ກ່ຽວຂ້ອງກັບການສືບພັນທາງອາໄສເພດ ຢູ່ໃນຮ່າງກາຍຂອງສິ່ງທີ່ມີຊີວິດທີ່ມີຄວາມສະລັບສັບຊ້ອນ ແລະ ເປັນສ່ວນຫນຶ່ງຂອງລະບົບສືບພັນ ອະໄວຍະວະທີ່ເບິ່ງເຫັນພາຍນອກຢູ່ໃນເພດຍິງ ແລະ ເພດຊາຍແມ່ນເອີ້ນວ່າ ອະໄວຍະວະເພດປະຖົມ ຫຼື ອະໄວຍະວະສືບພັນ (genitals, genitalia) ສ່ວນອະໄວຍະວະພາຍໃນເອີ້ນວ່າ ອະໄວຍະວະສືບພັນພາຍໃນ ລັກສະນະທີ່ເລີ່ມເກີດຂຶ້ນໃນໄວເລີ່ມຈະເລີນພັນ ເຊັ່ນ ຂົນອະໄວຍະວະເພດ ໃນຜູ້ຍິງແລະຜູ້ຊາຍ ແລະ ໜວດໃນຜູ້ຊາຍ ເອີ້ນວ່າການປ່ຽນແປງລັກສະນະເພດມັດທະຍົມ (secondary sex characteristics)
![Thumb image](http://upload.wikimedia.org/wikipedia/commons/thumb/2/26/CharaV3.jpg/640px-CharaV3.jpg)
ມໍສສ໌, ເຟີນ ແລະ ບາງພືດທີ່ຄ້າຍຄືກັນມີຈຸລັງສືບພັນ (gametangia) ແມ່ນອະໄວຍະວະສືບພັນເຊິ່ງເປັນສ່ວນໜຶ່ງຂອງເກມີໂຕໄຟຕ໌ (gametophyte)[1] ດອກໄມ້ຂອງພືດດອກສ້າງລະອອງເລນູແລະຈຸລັງໄຂ່ ແຕ່ອະໄວຍະວະເພດຢູ່ໃນເກມີໂຕໄຟຕ໌ ພາຍໃນລະອອງເລນູ ແລະ ຮວຍໄຂ່ (ovule)[2] ພືດຈຳພວກສົນຍັງຜະລິດໂຄງສ້າງການຈະເລີນພັນທາງເພດພາຍໃນເກມີໂຕໄຟຕ໌ພາຍໃນລູກສົນ ແລະ ລະອອງເລນູ. ໂດຍລູກສົນ ແລະ ລະອອງເລນູເອງບໍ່ແມ່ນອະໄວຍະວະເພດ.