ສັດ (ຄຳເຄົ້າ: ສັຕວ໌[1], ອັງກິດ: animal) ເປັນສິ່ງມີຊີວິດກຸ່ມທີ່ໃຫຍ່ທີ່ສຸດ ຈັດຢູ່ໃນ ອານາຈັກສັດ (ຄຳເຄົ້າ: ອານາຈັກຣ໌ສັຕວ໌[1], ອັງກິດ: Kingdom Animalia) ເປັນສິ່ງມີຊີວິດພວກທີ່ນິວຄຽສມີຜະໜັງຫໍ່ຫຸ້ມ ປະກອບດ້ວຍ ຫຼາຍເຊລລ໌ມີການແບ່ງໜ້າທີ່ຂອງແຕ່ລະເຊລລ໌ເພື່ອເຮັດໜ້າທີ່ສະເພາະຢ່າງແບບຖາວອນ ບໍ່ມີຄໍໂລຟິນ ສ້າງອາຫານຜູ້ດຽວບໍ່ໄດ້ ດຳລົງຊີວິດໄດ້ຫຼາຍລັກສະນະທັງເທິງບົກໃນນ້ຳ ແລະບາງຊະນິດເປັນປໍລະສິດ. ອານາຈັກນີ້ໄດ້ແກ່ສັດທຸກຊະນິດ ຕັ້ງແຕ່ສັດບໍ່ມີດູກສັນຫຼັງຈົນຮອດສັດທີ່ມີດູກສັນຫຼັງ ໄດ້ແກ່ ພະຍາດໃບໄມ້ ກົບ ລີງ ກະຕ່າຍ ດາວທະເລ ແມງດາທະເລ ຫອຍສອງຝາ ແມງສາບ ໃນທາງຊີວະວິທະຍາ ມະນຸດ ກໍຈັດຢູ່ໃນອານາຈັກສັດ ໂດຍຄຳວ່າສັດ ກາຍຄວາມໝາຍມາຈາກຄຳວ່າ "ສຕຕວ" ໃນພາສາປາລີເຊິ່ງແປວ່າ "ສິ່ງມີຊີວິດ" 🐴.

ອ້າງອີງ

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.