ວິກິພີເດຍ:ບົດຄວາມດີເດັ່ນ
From Wikipedia, the free encyclopedia
ບົດຄວາມດີເດັ່ນໃນວິກິພີເດຍພາສາລາວ ບົດຄວາມດີເດັ່ນ ແມ່ນບົດຄວາມທີ່ໄດ້ຮັບການພິຈາລະນາວ່າດີຫຼາຍສຸດໃນວິກິພີເດຍ ຈາກການຕັດສິນຄັດເລືອກຂອງຊາວວິກິພີເດຍ ກ່ອນທີ່ໄດ້ຮັບການບັນທຶກໃນລາຍຊື່ດ້ານລຸ່ມນີ້ ບົດຄວາມຈະຕ້ອງຜ່ານການຄັດເລືອກຕາມຂັ້ນຕອນການກວດສອບຄຸນນະພາບ, ຄວາມເປັນກາງ, ຄວາມສົມບູນ ແລະ ຮູບແບບ ຕາມຫຼັກເກນຂອງບົດຄວາມດີເດັ່ນ ຫາກທ່ານເບິ່ງວ່າບົດຄວາມໃດເໝາະສົມທີ່ຈະຜ່ານການຄັດເລືອກ ໃຫ້ເຮັດຕາມຂັ້ນຕອນການສະເໜີຊື່ດ້ານລຸ່ມ ທັງນີ້ ບົດຄວາມດີເດັ່ນຈະເປັນຕົວຢ່າງແນວທາງການຂຽນບົດຄວາມວິກິພີເດຍສຳລັບຜູ້ຂຽນ ແລະ ຜູ້ອ່ານໃນອະນາຄົດ ຖ້າທ່ານເບິ່ງວ່າບົດຄວາມມີຂໍ້ຜິດພາດ ເຮົາຂໍໃຫ້ທ່ານກ້າດັດແກ້ບົດຄວາມນັ້ນ ເພື່ອຮັກສາຄຸນນະພາບຂອງບົດຄວາມໃຫ້ຢູ່ໃນລະດັບສູງຕໍ່ໄປ ປັດຈຸບັນ ວິກິພີເດຍພາສາລາວມີບົດຄວາມດີເດັ່ນທັງໝົດ 1 ບົດຄວາມ ຈາກບົດຄວາມທັງໝົດ 3,940 ບົດຄວາມ (0.025%) ຖ້າຫາກທ່ານເບິ່ງວ່າບົດຄວາມໃດຄວນໄດ້ຮັບການປັບປຸງພາຍຫຼັງຈາກໄດ້ຮັບເລືອກແລ້ວ ເນື່ອງດ້ວຍບໍ່ຜ່ານເກນການຕັດສິນ ທ່ານສາມາດສະເໜີໃຫ້ມີການປັບປຸງຂໍ້ຜິດພາດ ຫຼື ຫຼຸດລະດັບຂອງບົດຄວາມໄດ້ ສຳລັບຮຸ່ນເດສທອບ ໜ້າບົດຄວາມທີ່ໄດ້ຮັບເລືອກເປັນບົດຄວາມດີເດັ່ນຈະມີສັນຍະລັກຮູບດາວສີທອງແດງຂະໜາດນ້ອຍ () ປະດັບໄວ້ທີ່ມຸມຂວາດ້ານເທິງຂອງບົດຄວາມ |
|