ວິກິພີເດຍ:ການອ້າງອີງແຫຼ່ງທີ່ມາ
From Wikipedia, the free encyclopedia
ການອ້າງອີງ ໝາຍເຖິງ ການບອກແຫຼ່ງທີ່ມາຂອງຂໍ້ຄວາມທີ່ໃຊ້ອ້າງອີງ ໂຕຢ່າງເຊັ່ນ:
Ritter, Ron. The Oxford Style Manual. Oxford University Press, 2002, p. 1. |
ເມື່ອໃດຄວນອ້າງອີງ: ນະໂຍບາຍແຫ່ງການອ້າງອີງ ແມ່ນ ການພິສູດຢັ້ງຢືນໄດ້ຂອງຂໍ້ມູນ ເຊິ່ງຂໍ້ຄວາມໃດ ໆ ທີ່ແມ່ນຂໍ້ຂັດແຍ້ງຫຼືຄາດວ່າຈະເປັນຂໍ້ຂັດແຍ້ງຈະຕ້ອງມີການອ້າງອີງແຊກໃນເນື້ອຫາ (inline citation). ເຊັ່ນດຽວກັບການອ້າງຄຳເວົ້າຈາກບຸກຄົນອື່ນ. ນະໂຍບາຍນີ້ມີຜົນບັງຄັບໃຊ້ກັບຂໍ້ຄວາມໃດ ໆ ໃນເມນສະເປດ — ບົດຄວາມ ລາຍຊື່ ຄຳອະທິບາຍ ພາບ ແລະເນື້ອຫາແຕ່ລະສ່ວນຂອງບົດຄວາມ — ໂດບບໍ່ມີຂໍ້ຍົກເວ້ນ. ໃນກໍລະນີທີ່ເກີດຄວາມຂັດແຍ້ງຫວ່າງໜ້ານີ້ກັບນະໂຍບາຍການອ້າງອີງ ໃຫ້ຖືວ່ານະໂຍບາຍດັ່ງກ່າວມາກ່ອນສະເໝີ ແລະໜ້ານີ້ຄວນຈະໄດ້ຮັບການປັບປຸງໃຫ້ເຂົ້າກັນກັບນະໂຍບາຍດັ່ງກ່າວນຳ. ການອ້າງອີງຍັງມີຜົນສຳລັບພາບນຳຄືກັນ ກ່າວຄື ຄັນອັບໂຫຼດພາບ ຜູ້ອັບໂຫຼດຈະຕ້ອງລະບຸແຫຼ່ງທີ່ມາຂອງພາບແລະລະບຸບ່ອນພາບລິຂະສິດຂອງພາບ.
ຂຽນອ້າງອີງແນວໃດ: ແຕ່ລະບົດຄວາມຄວນຈະໃຊ້ຮູບແບບການອ້າງອີງແບບດຽວກັນທັງໝົດ. ຄັນບົດຄວາມນັ້ນມີການອ້າງອີງແລ້ວ ກໍຄວຣຍຶດຮູບແບບນັ້ນໃນການອ້າງອີງຫຼືປ່ຽນຮູູບແບບການອ້າງອີງໃຫ້ເປັນຮູບແບບໃໝ່ທັງໝົດ ອັນຄວນຈະໄດ້ຮັບການເຫັນຊອບຈາກຜູ້ຮ່ວມພັດທະນາກ່ອນ. ໃນການອ້າງອີງໃຫ້ຖືກວິທີ ສິ່ງສຳຄັນແມ່ນທ່ານຈະຕ້ອງມີຂໍ້ມູນພຽງພໍທີ່ຈະລະບຸແຫຼ່ງຂໍ້ມູລ ສຳລັບຂໍ້ຜິດພາດອື່ນ ໆ ຈະມີຜູ້ເຂົ້າມາຈັດການໃນພາຍຫຼັງໄດ້.