![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/8/88/King_Chulalongkorn_of_Siam_%2528PP-69-5-032%2529.jpg/640px-King_Chulalongkorn_of_Siam_%2528PP-69-5-032%2529.jpg&w=640&q=50)
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ
ພະມະຫາກະສັດໄທລຳດັບທີ 5 ແຫ່ງລາຊະວົງຈັກກີ / From Wikipedia, the free encyclopedia
ພະບາດສົມເດັດພະປໍຣະມິນມະຫາຈຸລາລົງກອນ ພະຈຸລະຈອມເກົ້າເຈົ້າຢູ່ຫົວ (ໄທ:พระบาทสมเด็จพระปรมินทรมหาจุฬาลงกรณ์ พระจุลจอมเกล้าเจ้าอยู่หัว) ແມ່ນພະມະຫາກະສັດສະຫຍາມ ລາຊະການທີ່ 5 ແຫ່ງລາຊະວົງຈັກກີ ສະເດັດພະລາຊະສົມພົບເມື່ອວັນອັງຄານ ເດືອນ 10 ແຮມ 3 ຄ່ຳ ປີສະຫຼູ 20 ກັນຍາ ຄ.ສ.1853 ແມ່ນພະລາຊະໂອລົດພະອົງທີ 9 ໃນພະບາດສົມເດັດພະຈອມເກົ້າຢູ່ຫົວ ແລະເປັນພະອົງທີ່ 1 ໃນສົມເດັດພະເທບສິຣິນທາບໍຣົມລາຊິນີ ຂຶ້ນຄອງລາດເມື່ອວັນພະຫັດ ເດືອນ 11 ຂຶ້ນ 15 ຄ່ຳ ປີມະໂຮງ (ຄ.ສ.1868) ຮວມສິຣິດຳລົງລາຊະສົມບັດ 42 ປີ 22 ວັນ ສະເດັດສະຫວັນຄົດເມື່ອວັນເສົາ ເດືອນ 11 ແຮມ 4 ຄ່ຳ ປີຈໍ (23 ຕຸລາ ຄ.ສ.1910) ດ້ວຍໂຮກພະວັກກະ (ໄຕ) ສິຣິຮວມພະຊົນມາຍຸ 58 ພັນສາ ພະອົງໄດ້ຮັບສົມຍານາມວ່າ "ປິຍະມະຫາລາດ"ແປວ່າ ມະຫາລາດຜູ້ເປັນທີ່ຮັກ ແລະວ່າ " ພະພຸດທະເຈົ້າຫຼວງ"
Quick Facts ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ...
ພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ | |
---|---|
![]() | |
| |
ພະບໍລົມນາມາພິໄທ | ພະເຈົ້າລູກຍາເທີ ເຈົ້າຟ້າຈຸລາລົງກອນ |
ພະປໍລະມາພິໄທ | ພະບາດສົມເດົດພະປໍຣະມິນທະຣະມະຫາຈຸລາລົງກອນ ບໍດິນທະຣະເທບພະຍະມະຫາມະກຸດ ບຸຣຸດສະຍະຣັດຕະນະຣາດຊະຣະວິວົງ ປໍຣະມິນທັນມິກະຫາຣາຊາທິຣາດ ບໍຣົມນາດບໍພິດ ພະຈຸລະຈອມເກົ້າເຈົ້າຢູ່ຫົວ |
ພະລາຊະອິສະລິຍະຍົດ | ພະເຈົ້າກຸງສະຫຍາມ |
ລາຊະວົງ | ຈັກກີ |
ຄອງລາດ | 1 ຕຸລາ ຄ.ສ. 1868 - 23 ຕຸລາ ຄ.ສ. 1910 |
ບໍລົມລາຊາພິເສກ | 11 ພະຈິກ ຄ.ສ. 1868 |
ໄລຍະຄອງລາດ | 42 ປີ |
ລາຊະການກ່ອນໜ້າ | ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ |
ລາຊະການຕໍ່ໄປ | ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ |
ພະບໍລົມມະອັດຖິ | ພະທີ່ນັ່ງຈັກກີມະຫາປາສາດ ໃນພະບໍລົມມະຫາລາຊະວັງ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 20 ກັນຍາ ຄ.ສ. 1853 |
ບ່ອນທີ່ພະລາຊະສົມພົບ | ນະ ພະບໍລົມມະຫາລາຊະວັງ ອຳເພີພະນະຄອນ ພະນະຄອນ ປະເທດສະຫຍາມ |
ສະຫວັນຄົດ | 23 ຕຸລາ ຄ.ສ. 1910 (57 ພັນສາ) |
ບ່ອນທີ່ສິ້ນພະຊົນ | ນະ ພະລາຊະວັງດຸສິດ ອຳເພີດຸສິດ ຈັງຫວັດພະນະຄອນ ປະເທດສະຫຍາມ |
ພະລາດຊະບິດາ | ພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ |
ພະລາດຊະມານດາ | ສົມເດັດພະເທບສິຣິນທາບໍລົມລາຊິນີ |
ພະມະເຫສີ | ພະເຈົ້ານ້ອງນາງເທີ ພະອົງເຈົ້າເສົາວະພາຜ່ອງສີ ພະເຈົ້ານ້ອງນາງເທີ ພະອົງເຈົ້າສະຫວ່າງວັດທະນາ ພະເຈົ້ານ້ອງນາງເທີ ພະອົງເຈົ້າສຸນັນທາກຸມາຣີຣັດ ພະເຈົ້ານ້ອງນາງເທີ ພະອົງເຈົ້າສຸຂຸມານມາຣະສີ ພະເຈົ້າພີ່ນາງເທີ ພະອົງເຈ້າທັກສິນຊາ ນະຣາທິຣາດຊະບຸດຕີ ໝ່ອມເຈົ້າປິ໋ວ ລະດາວັນ ໝ່ອມເຈົ້າບົວ ລະດາວັນ ໝ່ອມເຈົ້າສາຍ ລະດາວັນ ເຈົ້າດາລາລັດສະໝີ |
ພະສະໜົມ | 143 ທ່ານ |
ພະລາດຊະບຸດ | 97 ພະອົງ |
ລາຍພະອະພິໄທ | ![]() |
Close