ປະເທດບັງກລາເທດ
From Wikipedia, the free encyclopedia
ບັງກລາເທດ (ເບັງກາລີ: বাংলাদেশ ບັງລາເທດ) ຫຼື ຊື່ຢ່າງເປັນທາງການແມ່ນ ສາທາລະນະລັດ ປະຊາຊົນ ບັງກລາເທດ (ເບັງກາລີ: গণপ্রজাতন্ত্রী বাংলাদেশ) ເປັນປະເທດໃນອາຊີໃຕ້ ເຊິ່ງຄອບຄອງເນື້ອທີ່ໃນສ່ວນຕາເວັນຕົກຂອງພາກພື້ນເບັງກາລີ ມີປະຊາກອນປະມານ 165 ລ້ານຄົນ ຖືວ່າເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີແປດຂອງໂລກ ດ້ວຍພື້ນທີ່ 148,460 ຕາລາງກິໂລແມັດ (57,320 ຕາລາງໄມລ໌) ບັງກລາເທດຈຶ່ງເປັນໜຶ່ງໃນປະເທດທີ່ມີຄວາມໜາແໜ້ນປະຊາກອນຫຼາຍທີ່ສຸດໃນໂລກ ມີອານາເຂດຕິດກັບອິນເດຍທາງທິດເໜືອທິດຕາເວັນອອກ ແລະ ຕາເວັນຕົກ ຕິດກັບມຽນມາທາງຕາເວັນອອກສຽງໃຕ້ ແລະ ຕິດອ່າວເບັງກາລີທາງທິດໃຕ້. ເມືອງຫຼວງຂອງປະເທດແມ່ນທາກາເຊິ່ງເປັນສູນກາງທາງການປົກຄອງ, ເສດຖະກິດ ແລະ ວັດທະນະທຳຂອງປະເທດ ໂດຍມີຈິດຕະກອງເປັນເມືອງທີ່ມີຂະໜາດໃຫບ່ເປັນອັນດັບສອງເຊິ່ງເປັນທ່າເຮືອທີ່ແອອັດຫຼາຍທີ່ສຸດໃນອ່າວເບັງກາລີ. ພາສາລັດຖະການແມ່ນພາສາເບັງກາລີເຊິ່ງເປັນໜຶ່ງໃນຕະກຸນພາສາອິນໂດ-ເອີໂຣປຽນ ຄຳວ່າ "ບັງກລາເທດ (Bangladesh)" ໝາຍເຖິງ "ປະເທດແຫ່ງເບັງກາລີ".
ສາທາລະນະລັດ ປະຊາຊົນ ບັງກລາເທດ
| |
---|---|
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ທາກາ 23°45′50″N 90°23′20″E |
ພາສາລັດຖະການ ແລະ ພາສາປະຈຳຊາດ | ເບັງກາລີ[4] |
ກຸ່ມຊົນເຜົ່າ (2011[5]) |
|
ສາສະໜາ (2020 ໂດຍສຳນັກວິໄຈພິວ[6]) |
|
ການປົກຄອງ | ລັດດ່ຽວ ສາທາລະນະລັດລະບົບລັດຖະສະພາ ລະບົບພັກເດັ່ນ |
• ປະທານາທິບໍດີ | ໂມຮຳມັດ ສາຮະບຸດດິນ [7] |
• ນາຍົກລັດຖະມົນຕີ | ເຊກ ຮາຊິນາ |
• ປະທານສະພາ | Shirin Sharmin Chaudhury |
• ຫົວໜ້າສານ | Hasan Foez Siddique |
ສະພານິຕິບັນຍັດ | ລັດຖະສະພາແຫ່ງຊາດ |
ເອກະລາດ ຈາດປາກິດສະຖານ | |
• ປະກາດ | 26 ມີນາ 1971 |
• ວັນໄຊຊະນະ | 16 ທັນວາ 1971 |
• ລັດຖະທຳມະນູນສະບັບປັດຈຸບັນ | 16 ທັນວາ 1972 |
ພື້ນທີ່ | |
• ລວມ | 148,460[8] ຕາລາງກິໂລແມັດ (57,320 ຕາລາງໄມລ໌) (ອັນດັບທີ 92[8]) |
6.4 | |
• ພື້ນທີ່ດິນ | 130,170 ຕລ.ກມ.[8] |
• ພື້ນທີ່ນ້ຳ | 18,290 ຕລ.ກມ.[8] |
ປະຊາກອນ | |
• ສຳມະໂນປະຊາກອນ 2023 | 169,828,911[9] (ອັນດັບທີ 8) |
1,305 ຕໍ່ຕາລາງກິໂລແມັດ (3,379.9 ຕໍ່ຕາລາງໄມລ໌) (ອັນດັບທີ 7) | |
GDP (ອຳນາດຊື້) | ค.ศ. 2023 (ປະມານ) |
• ລວມ | 1.475 ພັນຕື້ໂດລາສະຫະລັດ[10] (ອັນດັບທີ 25) |
• ຕໍ່ຫົວ | 8,663 ໂດລາສະຫະລັດ[10] (ອັນດັບທີ 128) |
GDP (ລາຄາຕະຫຼາດ) | 2023 (ປະມານ) |
• ລວມ | 421 ຕື້ໂດລາສະຫະລັດ[10] (ອັນດັບທີ 37) |
• ຕໍ່ຫົວ | 2,469 ໂດລາສະຫະລັດ[10] (ອັນດັບທີ 145) |
ຈີນີ (2021) | 32.4[11] ປານກາງ |
HDI (2021) | 0.661[12] ປານກາງ · ອັນດັບທີ 129 |
ສະກຸນເງິນ | ຕາກາ (৳) (BDT) |
ເຂດເວລາ | UTC+6 (ເວລາມາດຕະຖານບັງກລາເທດ) |
ຮູບແບບວັນທີ | ວວ-ດດ-ປປປປ (ສາກົນສັກກະລາດ) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | +880 |
ລະຫັດ ISO 3166 | BD |
ລະຫັດອິນເຕີເນັດ | .bd .বাংলা |