ປະເທດຊອກຊີ
From Wikipedia, the free encyclopedia
ຊອກຊີ ຫຼື ຈໍເຈຍ (ອັງກິດ: Georgia; ຊອກຊີ: საქართველო, ອັກສອນໂຣມັນ: Sakartvelo, ອອກສຽງ: [sɑkʰɑrtʰvɛlɔ] ( ຟັງສຽງ)) ເປັນປະເທດທີ່ຕັ້ງຢູ່ໃນພາກພື້ນໂກກາຊີ ເຊິ່ງເປັນຈຸດຕັດລະຫວ່າງເອີຣົບຕາເວັນອອກ ແລະ ອາຊີຕາເວັນຕົກ ຊອກຊີມີຊາຍແດນທາງທິດຕາເວັນຕົກຕິດກັບທະເລດຳ ທາງທິດເໜືອ ແລະ ທິດຕາເວັນອອກຕິດກັບລັດເຊຍ ທາງທິດຕາເວັນຕົກສຽງໃຕ້ຕິດກັບຕວັກກີ ທາງທິດໃຕ້ຕິດກັບອາກເມນີ ແລະ ທິດຕາເວັນອອກສຽງໃຕ້ຕິດກັບອາແຊກໄບຊານ. ຊອກຊີຄອບຄຸມພື້ນທີ່ກວ່າ 69,700 ຕາລາງກິໂລແມັດ (26,900 ຕາລາງໄມລ໌) ແລະ ມີປະຊາກອນປະມານ 3.7 ລ້ານຄົນ (ບໍ່ນັບລວມດິນແດນຊອກຊີທີ່ລັດເຊຍຍຶດຄອງ)[10] ຊອກຊີເປັນປະເທດປະຊາທິປະໄຕແບບມີຜູ້ແທນ ເຊິ່ງປົກຄອງໃນຮູບແບບສາທາລະນະລັດລັດດ່ຽວໃນລະບອບລັດຖະສະພາ[12][13] ໂດຍມີຕີບິລິຊີເປັນເມືອງຫຼວງ ແລະ ຍັງເປັນທີ່ຕັ້ງຂອງປະຊາກອນຊອກຊີປະມານໜຶ່ງໃນສາມຂອງປະຊາກອນທັງໝົດ.
ຊອກຊີ საქართველო (ຊອກຊີ)
| |
---|---|
ພື້ນທີ່ພາຍໃຕ້ການຄວບຄຸມຢູ່ໃສສີຂຽວເຂັ້ມ ພື້ນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ຕີບິລິຊີ 41°43′N 44°47′E |
ພາສາລັດຖະການ | ຊອກຊີ (ທົ່ວປະເທດ) ອັບຄາຊີ (ອັບຄາຊີ)[1][2] |
ກຸ່ມຊົນເຜົ່າ (ຄ.ສ 2014[a]) | 86.8% ຊາວຊອກຊີ 6.2% ຊາວອາແຊກໄບຊານ 4.5% ຊາວອາກເມນີ 0.7% ຊາວລັດເຊຍ 2.1% ອື່ນໆ |
ສາສະໜາ (2014) | 88.1% ຄຣິດ —83.4% ອໍໂທດອກຊອກຊີ —5.7% ນິກາຍອື່ນໆ 10.7% ອິດສະລາມ 1.2% ອື່ນໆ / ບໍ່ມີ[3] |
ການປົກຄອງ | ລັດດ່ຽວ ລະບົບລັດຖະສະພາ ສາທາລະນະລັດລັດຖະທຳມະນູນ |
• ປະທານາທິບໍດີ | ຊາລໍເມ ຊູຣາບິສະວິລີ |
• ນາຍົກລັດຖະມົນຕີ | ອີຣາກລີ ຄາຣີບາຊະວິລີ |
• ປະທານລັດຖະສະພາ | Kakha Kuchava |
ສະພານິຕິບັນຍັດ | ລັດຖະສະພາ |
ວັນກໍ່ຕັ້ງ | |
• Colchis ແລະ Iberia | ປະມານ 13 ປີກ່ອນຄຣິດສັກກະລາດ – ຄ.ສ 580 |
• ລາຊະອານາຈັກອັບຄາຊີ ແລະ Bagratid Iberia | ຄ.ສ 786–1008 |
• ຊອກຊີທີ່ລວມເປັນໜຶ່ງ | ຄ.ສ 1008 |
• ການແບ່ງໄຕຣພາຄີ | ຄ.ສ 1463–1810 |
• ການເຂົ້າຮ່ວມຂອງລັດເຊຍ | 12 ກັນຍາ ຄ.ສ 1801 |
• ເປັນເອກະລາດຈາກຈັກກະວັດລັດເຊຍ | 26 ພຶດສະພາ ຄ.ສ 1918 |
• ການໂຈມຕີຂອງກອງທັບແດງ | 25 ກຸມພາ ຄ.ສ 1921 |
• ເປັນເອກະລາດຈາກສະຫະພາບໂຊວຽດ ປະກາດ ຂັ້ນສຸດທ້າຍ | 9 ເມສາ ຄ.ສ 1991 25 ທັນວາ ຄ.ສ 1991 |
• ລັດຖະທຳມະນູນສະບັບປັດຈຸບັນ | 24 ສິງຫາ ຄ.ສ 1995 |
ພື້ນທີ່ | |
• ລວມ | 69,700 ຕາລາງກິໂລແມັດ (26,900 ຕາລາງໄມລ໌) (ອັນດັບທີ 119) |
ປະຊາກອນ | |
• ຄ.ສ 2021 ປະມານ | 3,728,573 [a][4] 4,012,104 [b] (ອັນດັບທີ 128) |
• ສຳມະໂນປະຊາກອນ ຄ.ສ 2014 | 3,713,804 [a][5] |
57.6 ຕໍ່ຕາລາງກິໂລແມັດ (149.2 ຕໍ່ຕາລາງໄມລ໌) (ອັນດັບທີ 137) | |
GDP (ອຳນາດຊື້) | ຄ.ສ 2019 (ປະມານ) |
• ລວມ | 46.05 ຕື້ໂດລາສະຫະລັດ[a][6] (ອັນດັບທີ 112) |
• ຕໍ່ຫົວ | 12,409 ໂດລາສະຫະລັດ[a][6] (ອັນດັບທີ 101) |
GDP (ລາຄາຕະຫຼາດ) | ຄ.ສ 2019 (ປະມານ) |
• ລວມ | 17.83 ຕື້ໂດລາສະຫະລັດ[6] (ອັນດັບທີ 118) |
• ຕໍ່ຫົວ | 4,285 ໂດລາສະຫະລັດ[a][7] (ອັນດັບທີ 107) |
ຈີນີ (ຄ.ສ 2019) | 35.9[8] ປານກາງ |
HDI (ຄ.ສ 2019) | 0.812[9] ສູງຫຼາຍ · ອັນດັບທີ 61 |
ສະກຸນເງິນ | ລາຣີ (₾) (GEL) |
ເຂດເວລາ | UTC+4 (ເວລາຊອກຊີ GET) |
ຮູບແບບວັນທີ | ວວ/ດດ/ປປປປ |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +995 |
ລະຫັດ ISO 3166 | GE |
ລະຫັດອິນເຕີເນັດ | .ge, .გე |
ເວັບໄຊ www | |
ຊອກຊີເປັນປະເທດໜຶ່ງທີ່ຜະລິດວາຍທີ່ເກົ່າແກ່ທີ່ສຸດຂອງໂລກ ປະເພນີທ້ອງຖິ່ນ ແລະ ເອກະລັກປະຈຳຊາດມີຄວາມກ່ຽວຂ້ອງກັບວາຍ [14] ແລະ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກໂລກທາງວັດທະນະທຳທີ່ຈັບຕ້ອງບໍ່ໄດ້ຈາກອຸຍແນສໂກ [15] ໃນຊ່ວງຍຸກຄລາດສິກອານາຈັກອິດສະຫຼະຫຼາຍແຫ່ງໄດ້ສ້າງຕັ້ງຂຶ້ນໃນຊອກຊີ ເຊັ່ນ: Colchis ແລະ Iberia ຊາວຊອກຊີຍອມຮັບສາສະໜາຄຣິດຢ່າງເປັນທາງການໃນຕົ້ນສະຕະວັດທີ 4 ຄຣິດຕະຈັກອໍໂທດອກຂອງຊອກຊີມີສ່ວນລວມໃນການລວມກັນທາງຈິດວິນຍານ ແລະ ການເມືອງໃນຊ່ວງຍຸກທຳອິດໃນຍຸກກາງລາຊະອານາຈັກຊອກຊີໄດ້ກຳເນີດຂຶ້ນ ແລະ ມາເຖິງຍຸກທີ່ຮຸ່ງເຮືອງສະໄໝຂອງກະສັດເດວິດເຊິ່ງເປັນຜູ້ສ້າງ ແລະ ລາຊິນີທາມາຣໃນສະຕະວັດທີ 12 ແລະ ຕົ້ນສະຕະວັດທີ 13 ຫຼັງຈາກນັ້ນອຳນາດຂອງອານາຈັກຄ່ອຍໆຫຼຸດລົງ ແລະ ແຕກສະຫຼາຍໄປໃນທີ່ສຸດ ບັນດາແຄວ້ນນ້ອຍໄດ້ຕົກໄປຢູ່ໃຕ້ອຳນາດຂອງອານາຈັກມອງໂກ, ອານາຈັກອອດໂຕມັນ ແລະ ອານາຈັກເປີເຊຍ ຕາມລຳດັບ ໃນປີ 1783 ອານາຈັກຊອກຊີໄດ້ເຂົ້າຮ່ວມເປັນພິນທະມິດກັບຈັກກະວັດລັດເຊຍ ແລະ ລວມດິນແດນຂອງຊອກຊີເຂົ້າດ້ວຍກັນໃນສະຕະວັດທີ 19.
ຫຼັງຈາກການປະຕິວັດປີ 1917 ຊອກຊີໄດ້ກາຍເປັນປະເທດສາທາລະນະລັດເອກະລາດ ພາຍໃຕ້ການຄຸ້ມຄອງຂອງເຢຍລະມັນ ຫຼັງຈາກເຢຍລະມັນໄດ້ແພ້ສົງຄາມໂລກຄົ້ງທີ 1 ຊອກຊີຖືກບອນເຊວິກລັດເຊຍຮຸກຮານສົ່ງຜົນໃຫ້ປະເທດລວມຕົວເປັນສະຫະພາບໂຊວຽດໃນປີ 1922 ໃນຊ່ວງສົງຄາມໂລກຄັ້ງທີ 2 ຊາວຊອກຊີ 700,000 ຄົນຕໍ່ສູ້ກັບກອງທັບແດງກັບເຢຍລະມັນໃນທົດສະວັດ 1980 ການເອີ້ນຮ້ອງເອກະລາດໄດ້ຂະຫຍາຍໄປສູ່ການແຍກຕົວຂອງຊອກຊີອອກຈາກສະຫະພາບໂຊວຽດໃນເດືອນເມສາ ປີ 1991 ໃນຊ່ວງທົດສະວັດຕໍ່ມາພາຍຫຼັງແຍກຕົວອອກຈາກໂຊວຽດ ຊອກຊີໄດ້ເກີດວິກິດທາງເສດຖະກິດ, ສົງຄາມກາງເມືອງ ແລະ ສົງຄາມແບ່ງແຍກດິນແດນຂອງອັບຮາເຊຍ ແລະ ເຊົ້າອອດຊີເຊຍ ແລະ ຫຼັງຈາກນັ້ນໄດ້ເກີດການປະຕິວັດກຸຫຼາບປາສະຈາກເລືອດໃນປີ 2003 ຊອກຊີໄດ້ດຳເນີນນະໂຍບາຍທີ່ສະໜັບສະໜູນການເຊື່ອມສຳພັນກັບຕາເວັນຕົກເປັນຜົນໃຫ້ມີການປະຕິຮູບປະຊາທິປະໄຕ ແລະ ເສດຖະກິດທີ່ມີເປົ້າໝາຍມຸ່ງໄປລວມກຸ່ມກັບນາໂຕ້ ແລະ ເອີຣົບ ການວາງແນວທາງທີ່ມຸ່ງໄປຫາຕາເວັນຕົກເຮັດໃຫ້ຄວາມສຳພັນກັບລັດເຊຍຕົກຕ່ຳລົງຈົນເຮັດໃຫ້ເກີດສົງຄວາມໄລຍະສັ້ນຂຶ້ນເມື່ອບໍ່ຈັກປີທີ່ຜ່ານມາ.