![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/6/64/Disney%252B_2024.svg/langlo-640px-Disney%252B_2024.svg.png&w=640&q=50)
ດິສນີ+
From Wikipedia, the free encyclopedia
ດິສນີ+ ຫຼື ດິສນີພລັສ[2][3][4] (ອັງກິດ: Disney+, Disney Plus) ເປັນບໍລິການວິດີພາບຕາມຄຳຂໍແບບບອກຮັບສະມາຊິກທີ່ມີພະແນກຈຳໜ່າຍສື່ ແລະ ຄວາມບັນເທີງຂອງເດິ ວໍລ ດິສນີ ເປັນເຈົ້າຂອງ ແລະ ດຳເນີນບໍລິການ ເປີດໃຫ້ບໍລິການໃນວັນທີ 12 ພະຈິກ 2019 ໃນສະຫະລັດອາເມຣິກາເປັນປະເທດທຳອິດ ແລະ ຂະຫຍາຍພື້ນທີ່ໃຫ້ບໍລິການທົ່ວໂລກໃນອະນາຄົດ ລາຍການທີ່ມີເລືອກໃຫ້ຮັບຊົມ ຈະເນັ້ນຮູບເງົາ ແລະ ລາຍການທີວີຈາກວໍລ ດິສນີ ສະຕູດິໂອສ໌ ແລະ ວໍລ ດິສນີ ເທເລວີຊັນ ອີກທັງຍັງມີລາຍການຈາກບໍລິສັດໃນເຄືອຂອງດິສນີ ເຊັ່ນ: ດິສນີ, ພິກຊາ, ມາເວລ, ສະຕາວໍ, ທະເວນຕີທ໌ ເຊນຈູຣີ ຟັອກຊ໌ ແລະ ເນຊັນແນລ ຈີໂອກຣາຟິກ
Quick Facts ປະເພດ, ພື້ນທີ່ໃຫ້ບໍລິຫານ ...
![]() | |
ປະເພດ | ບໍລິການສືຜ່ານອິນເຕີເນັດ |
---|---|
ພື້ນທີ່ໃຫ້ບໍລິຫານ | ອາເມຣິກາ, ເອີຣົບຕາເວັນອອກ ແລະ ບາງສ່ວນຂອງອາຊີປາຊີຟິກ (ເບິ່ງ ລາຍການທັງໝົດ) |
ປະທານ | Michael Paull |
ບໍລິສັດແມ່ | ເດິ ວໍລ ດິສນີ |
ຍູອາຣ໌ແອລ | disneyplus |
ລົງທະບຽນ | ຈຳເປັນ |
ຜູ້ໃຊ້ | ![]() |
ເປີດໂຕ | 12 ພະຈິກ 2019; 4 ປີກ່ອນ (2019-11-12) |
ສະຖານະປັດຈຸບັນ | ດຳເນີນການຢູ່ |
Close