ຍານພາຫະນະ
From Wikipedia, the free encyclopedia
ຍານພາຫະນະ (ອັງກິດ: vehicle, ຝຣັ່ງ: véhicule) ໝາຍເຖິງ ວັດຖຸຫຼືສິ່ງປະດິດເຊິ່ງບໍ່ແມ່ນສິ່ງມີຊີວິດເຊິ່ງສາມາດເຄື່ອນຍ້າຍຂົນສົ່ງໄປໄດ້. ຍານພາຫະນະສ່ວນໃຫຍ່ສ້າງຂຶ້ນໂດຍມະນຸດ ແມ່ນ ລົດຖີບ ລົດ ລົດຈັກ ລົດໄຟ ເຮືອ ແລະຍົນ ຯລຯ ຫຼື ບໍ່ໄດ້ສ້າງຂຶ້ນໂດຍມະນຸດແຕ່ສາມາດເຄື່ອນຍ້າຍຂົນສົ່ງໄປໄດ້ ເຊັ່ນ ພູນ້ຳກ້ອນຫຼືທ່ອນຊຸງລອຍນ້ຳ ຯລຯ.
ຍານພາຫະນະສາມາດຊັກຈູງໂດຍສັດ ເຊັ່ນ ລົດມ້າຫຼືກວຽນທຽມງົວ. ຢ່າງໃດກໍດີ ໂຕສັດເອງນັ້ນກໍບໍ່ໄດ້ເອີ້ນວ່າເປັນຍານພາຫະນະ ເຊິ່ງລວມໄປເຖິງມະນຸດທີ່ເຄື່ອນຍ້າຍຂົນສົ່ງມະນຸດນຳກັນເອງ (ຄົນອູ້ມຄົນ) ກໍບໍ່ໄດ້ເອີ້ນວ່າເປັນຍານພາຫະນະ ແຕ່ສັດແລະມະນຸດເຫຼົ່ານັ້ນຈະເອີ້ນວ່າເປັນ ພາຫະນະ (ບໍ່ມີຄຳວ່າ ຍານ).