From Wikipedia, the free encyclopedia
ງົວ (ອັງກິດ: cattle, ຝຣັ່ງ: vache) ເປັນສັດມີກີບຕີນ ເປັນສັດພາຫະນະຈຳພວກປະສຸສັດແລະເປັນສັດຄ້ຽວເອື້ອງ ໃຊ້ສຳລັບແກ່ກຽນ. ຈັດເປັນສະມາຊິກສະໄໝໃໝ່ທີ່ໂດດເດັ່ນໃນວົງຍ່ອຍ Bovinae ເປັນຊະນິດທີ່ແຜ່ຫຼາຍທີ່ສຸດໃນສະກຸນ Bos ແລະຖືກຈຳແໜກເປັນກຸ່ມຢ່າງກວ້າງຂວາງທີ່ສຸດວ່າ Bos primigenius.
ງົວ | |
---|---|
ສະຖານະການອະນຸຮັກ | |
ສັດລ້ຽງຫຼືປະສຸສັດ | |
ການຈຳແໜກຊັ້ນທາງວິທະຍາສາດ | |
ອານາຈັກ: | Animalia |
ຟີລຳ: | Chordata |
ຊັ້ນ: | Mammalia |
ອັນດັບ: | Artiodactyla |
ວົງ: | Bovidae |
ວົງຍ່ອຍ: | Bovinae |
ສະກຸນ: | Bos |
ຊະນິດ: | B. primigenius |
ຊະນິດຍ່ອຍ: | B. p. taurus, B. p. indicus |
ຊື່ທະວິນາມ | |
Bos primigenius Bojanus, 1827 | |
Trinomen | |
Bos primigenius taurus, Bos primigenius indicus | |
ຖິ່ນທີ່ຢູ່ |
ງົວຜູ້ເອີ້ນວ່າ ງົວເຖິກ ສ່ວນງົວຕົວຜູ້ທີ່ຢູ່ຕົວດຽວເອີ້ນວ່າ ງົວໂທນ ແລະງົວເຖິກໃຫຍ່ທີ່ຢູ່ປ່າແລະອອກຈາກຝູງຢູ່ຕົວດຽວເອີ້ນວ່າ ງົວບາ.
ມະນຸດມັກລ້ຽງງົວເປັນປະສຸສັດເພື່ອເອົາຊີ້ນ ແລະນົມແລະຜະລິຕະພັນນົມອື່ນ ໆ ແລະເປັນສັດລາກທຽມ. ຜະລິຕະພັນອື່ນຈາກງົວມີໜັງແລະຂີ້ເພື່ອໃຊ້ເປັນປຸຍຄອກຫຼືເຊື້ອເພີງ. ແຕ່ໃນບາງປະເທດ ເຊັ່ນ ອິນເດຍ ງົວເປັນສັດສັກສິດ.
ງົວມີວິວັດທະນາການມາຈາກງົວທີ່ເປັນສັດລ້ຽງພຽງ 80 ໂຕ ໃນທາງຕາເວັນອອກສຽງໃຕ້ຂອງຕວກກີເມື່ອປະມານ 10,500 ປີກ່ອນ.[1] ມີການປະເມີນວ່າ ປັດຈຸບັນມີງົວ 1,300 ລ້ານໂຕທົ່ວໂລກ.[2] ເມື່ອ ຄ.ສ. 2009 ງົວເປັນປະສຸສັດຊະນິດທຳອິດທີ່ມີການເຮັດແຜນທີ່ເຊນົມຢ່າງສົມບູນ.[3]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.