ອະນິເມະ
ແອນິເມຊັ້ນຮູບແບບໜຶ່ງທີ່ມາຈາກຍີ່ປຸ່ນ / From Wikipedia, the free encyclopedia
ອະນີເມະ, ອານີເມ ຫຼື ແອນິເມະ (ຍີ່ປຸ່ນ: アニメ, ໂຣມາຈິ: Anime, ສະກົດສຽງ:/a.ɲi.me/) ແມ່ນແອນິເມຊັ້ນທີ່ແຕ້ມດ້ວຍມື ແລະ ຄອມພິວເຕີທີ່ມີຕົ້ນກຳເນີດມາຈາກປະເທດຍີ່ປຸ່ນ.[1] ນອກປະເທດຍີ່ປຸ່ນ ແລະ ໃນປະເທດ-ພາສາລາວ, ອະນິເມະແມ່ນໝາຍເຖິງສະເພາະແຕ່ແອນິເມຊັ້ນທີ່ຜະລິດໃນຍີ່ປຸ່ນ. ແຕ່ໃນປະເທດຍີ່ປຸ່ນ ແລະ ພາສາຍີ່ປຸ່ນ, ອະນິເມະ(ຫຍໍ້ມາຈາກ ແອນິເມຊັ້ນ ໃມພາສາອັງກິດ)ແມ່ນໝາຍເຖິງງານພາບເຄື່ອນໄຫວທັງໝົດໂດຍບໍ່ສົນວ່າຈະມີຮູບແບບແນວໃດ. ແອນິເມຊັ້ນທີ່ມີຮູບແບບລາຍເສັ້ນແບບອະນິເມະຫຼາຍອັນກໍມີຜະລິດຂຶ້ນນອກຍີ່ປຸ່ນເຊັ່ນກັນ. ບາງຄັ້ງວີດີໂອເກມກໍມີຮູບແບບ ແລະ ລາຍເສັ້ນແບບດຽວກັນກໍຖືໄດ້ວ່າເປັນອະນິເມະ.
ແອນິເມຊັ້ນເຊິງໂຄສະນາຂອງຍີ່ປຸ່ນທີ່ເກົ່າແກ່ທີ່ສຸດສ້າງຂຶ້ນໃນປີ1917. ຮູບແບບງານສິນທີ່ມີລັກສະນະສະເພາະທາງອັນເປັນເອກະລັກເກີດຂຶ້ນໃນຊຸມປີ1960 ດ້ວຍມີຜົນງານຂອງນັກຂຽນກາຕູນເທຊຶກະ ໂອຊາມຸເປັນມາດຖານແຮກ ແລະ ໄດ້ປັບປຸງຂະຫຍາຍອອກເລື້ອຍໆໃນທົດສະວັດຕໍ່ໆມາ, ເຊິ່ງສ້າງຖານຜູ້ເບິ່ງໃນປະເທດຢ່າງຫຼວງຫຼາຍ. ອະນິເມະສ່ວນຫຼາຍແມ່ນສາຍອອກອາກາດເທິງໂທລະທັດຄ້າຍຄືກັບລະຄອນໂທລະທັດ, ເຜີຍແຜ່ໂດຍກົງເທິງສື່ພາຍໃນບ້ານ ແລະ ຊ່ອງທາງອິນເຕີເນັດ. ນອກຈາກຈະມີເປັນຜົນງານຕົ້ນສະບັບແລ້ວ, ອະນິເມະມັກຈະເປັນການດັດແປງມາຈາກໜັງສືກາຕູນຍີ່ປຸ່ນ(ມັງງະ), ໄລທ໌ໂນເວລ, ຫຼື ວີດີໂອເກມ. ອະນິເມະຖືກແບ່ງອອກເປັນຫຼາຍປະເພດໂດຍມຸ່ງໄປທີ່ກຸ່ມຜູ້ເບິ່ງທັງໃນວົງກວ້າງ ແລະ ສະເພາະກຸ່ມ.[2]
ອະນິເມະແມ່ນສື່ທີ່ມີຮູບແບບຫຼາກຫຼາຍພ້ອມດ້ວຍວິທີໃນການຜະລິດທີ່ໂດດເດັ່ນທີ່ໄດ້ມີການປັບປ່ຽນມາເນື່ອງໆຕາມຍຸກສະໄໝຂອງເຕັກໂນໂລຊີທີ່ເກີດຂຶ້ນມາໃໝ່. ມັນເປັນການປະສົມປະສານລະຫວ່າງສີລະປະພາບພິມ, ການສ້າງລັກສະນະຕົວລະຄອນ, ການຖ່າຍທອດໃນແບບພາບພະຍົນ, ແລະ ຮູບແບບເຕັກນິກອື່ນໆຂອງການຈິນຕະນາການ ແລະ ແນວຄິດຕ່າງໆ.[3] ເມື່ອນຳມັນມາປຽບທຽບກັບແອນິເມຊັ້ນຕາເວັນຕົກ, ການຜະລິດອະນິເມະສ່ວນຫຼາຍຈະບໍ່ເນັ້ນຫຼັກໄປກັບການເຄື່ອນໄຫວຂອງພາບຫຼາຍ, ແຕ່ຈະໄປຊຸມໃສ່ການຈັດເລື່ອງ ແລະ "ເອຟເຟັກກ້ອງ"ເຊັ່ນ: ການເຄື່ອນ/ການແພນກ້ອງ, ການຊູມ ແລະ ມຸມກ້ອງ.[3] ຮູບແບບຂອງງານສິນນັ້ນມີຫຼາກຫຼາຍແນວ, ສັດສ່ວນ ແລະ ລັກສະນະຂອງຕົວລະຄອນສາມາດປ່ຽນແປງໄປໄດ້ຫຼາຍແບບຫຼາຍແນວ, ໂດຍລັກສະນະທົ່ວໄປອັນເປັນເອກະລັກຂອງອະນິເມະກໍຄືເຊັ່ນ:ດວງຕາທີ່ໃຫຍ່ໂຕ ແລະ ສື່ອາລົມໄດ້ດີຊັດເຈນ.[4]
ອຸດສາຫະກຳອະນິເມະປະກອບໄປດ້ວຍບໍລິສັດຜະລິດຈຳນວນຫຼາຍເຖິງ430ກວ່າບໍລິສັດ, ບໍລິສັດ ຫຼື ສະຕູດີໂອທີ່ໂດ່ງດັງຫຼັກໆມີເຊັ່ນ: ສະຕູດີໂອ ຈິບລິ, ກຽວໂຕ ແອນິເມຊັ້ນ, ຊັນຊາຍສ໌, ໂບນສ໌, ຢູໂຟເທເບິລ, ແມັປປ້າ, ວິທ ສະຕູດີໂອ, ໂຄມິກຊ໌ ເວຟ ຟລີມສ, ໂປດັກຊັນ ໄອ.ຈີ ແລະ ໂທເອ ແອນິເມຊັ້ນເປັນຕົ້ນ. ນັບແຕ່ທົດສະວະທີ80, ສື່ແບບນີ້ໄດ້ຮັບຄວາມປະສົບຜົນສຳເລັດຢ່າງກວ້າງຂວາງໃນລະດັບນານາຊາດ, ຍ້ອນການມາຂອງການພາກສຽງອະນິເມະໃນພາສາທ້ອງຖິ່ນ, ການເພີ່ມຄຳບັນຍາຍ, ແລະ ຕັ້ງແຕ່ຊຸມປີ2010, ເນື່ອງຈາກບໍລິສັດ ສະຕຣີມມິງທີ່ເພີ່ມຂຶ້ນ ແລະ ການເປີດຮັບເອົາວັດທະນະທຳອະນິເມະໃນກຸ່ມຄົນຢ່າງກວ້າງຂວາງຂຶ້ນທັງໃນຍີ່ປຸ່ນ ແລະ ທົ່ວໂລກ.[5] ໃນປີ2016, ແອນິເມຊັ້ນຍີ່ປຸ່ນ ຫຼື ອະນິເມະຄິດເປັນ60%ຂອງລາຍການທີ່ເປັນແອນິເມຊັ້ນໂທລະພາບທັງໝົດໃນໂລກ.[6]