ວິກິພີເດຍ:ວິກິພີຕັງ
ບຸກຄະລາທິດຖານໃນຮູບແບບອະນິເມະ/ມັງງະຂອງວິກິພີເດຍ / From Wikipedia, the free encyclopedia
ວິກິພີຕັງ (ຍີ່ປຸ່ນ: ウィキペたん)ແມ່ນບຸກຄະລາທິດຖານຂອງວິກິພີເດຍໃນຮູບແບບໂມເອທີ່ສ້າງຂຶ້ນໃນເດືອນມັງກອນປີ2006ໂດຍຜູ້ດັດແກ້ວິກິພີເດຍຊາວຍີ່ປຸ່ນຄາຊຶກະ(Kasuga). ລາວແມ່ນມາສຄອດຢ່າງບໍ່ເປັນທາງການຂອງວິກິພີເດຍ ແລະ ໃຊ້ໃນໂຄງການວິກິຫຼາຍໂຄງການ. ຄຳວ່າ"-ຕັງ"ໃນ"ວິກິພີຕັງ"ເປັນຄຳຕໍ່ທ້າຍທີ່ໃຊ້ສະແດງເຖິງຄວາມຮັກແພງ, ເປັນຮູບແບບຄຳໃຊ້ເອີ້ນຊື່ຄົນ ເພື່ອສະແດງຄວາມເຄົາລົບນັບຖືຂອງຄົນຍີ່ປຸ່ນ.
ໜ້ານີ້ແມ່ນໜ້າສາລະສົນເທດ(ຂໍ້ມູນ). ໜ້ານີ້ບໍ່ແມ່ນທັງນະໂຍບາຍ ຫຼື ແນວປະຕິບັດ; ແຕ່ແມ່ນໜ້າອະທິບາຍຂອງບາງມຸມມອງຂອງບັນທັດຖານ ແລະ ຂະນົບທຳນຽມຂອງວິກິພີເດຍ. ນີ້ອາດຈະສະແດງໃຫ້ເຫັນເຖິງຄວາມເຫັນ ແລະ ການກວດສອບທີ່ແຕກຕ່າງກັນ. |
|
ວິກິພີຕັງ | |
---|---|
ບຸກຄະລາທິດຖານວິກິພີເດຍໃນຮູບແບບໂມເອ | |
ປາກົດຄັ້ງທຳອິດ | ວັນທີ8, ມັງກອນປີ2006 |
ສ້າງໂດຍ | ຄາຊຶກະ (Kasuga) |
ຂໍ້ມູນຕົວລະຄອນໃນເລື່ອງ | |
ເຊື້ອຊາດ | ມະນຸດ |
ເພດ | ຍິງ |
ຄອບຄົວ | ຄອມມອນສ໌ຕັງ(ນ້ອງສາວ), ໂຄວດຕັງ(ນ້ອງສາວ) |
ວິກິພີຕັງແມ່ນຕົວລະຄອນມາສຄອດຂອງໂຄງການວິກິ ອະນິເມະ ແລະ ມັງງະ, ແລະ ໂຄງການວິກິ ທີມແຜນງານມື້ພັກຄຣິດສະມາດ; ລາວຍັງເຄີຍເປັນມາສຄອດສຳລັບການເຝິກສອນຜູ້ດູແລລະບົບ, ໜ່ວຍຕໍ່ຕ້ານການກໍ່ກວນ ແລະ ຜູ້ຖືກສະເໜີໃຫ້ເປັນມາສຄອດທາງການຂອງວິກິພີເດຍ. ນອກຈາກນີ້, ວິກິມີເດຍຮົງກົງຍັງໃຊ້ຮູບຂອງວິກິພີຕັງ ແລະ ຄອສເພລເປັນລາວໃນລະຫວ່າງການເຮັດງານ ແລະ ການໂປຣໂມດ. ວິກິພີຕັງໄດ້ຮັບການປະຕິບັດເປັນປຽບເໝືອນຕົວມາສຄອດຂອງວິກິພີເດຍ ຫຼື ຊຸມຊົມໃນການປະກາດລາຍງານຂ່າວສານເປັນຄັ້ງຄາວ.