ບຸກຄະລາທິດຖານໃນຮູບແບບອະນິເມະ/ມັງງະຂອງວິກິພີເດຍ From Wikipedia, the free encyclopedia
ວິກິພີຕັງ (ຍີ່ປຸ່ນ: ウィキペたん)ແມ່ນບຸກຄະລາທິດຖານຂອງວິກິພີເດຍໃນຮູບແບບໂມເອທີ່ສ້າງຂຶ້ນໃນເດືອນມັງກອນປີ2006ໂດຍຜູ້ດັດແກ້ວິກິພີເດຍຊາວຍີ່ປຸ່ນຄາຊຶກະ(Kasuga). ລາວແມ່ນມາສຄອດຢ່າງບໍ່ເປັນທາງການຂອງວິກິພີເດຍ ແລະ ໃຊ້ໃນໂຄງການວິກິຫຼາຍໂຄງການ. ຄຳວ່າ"-ຕັງ"ໃນ"ວິກິພີຕັງ"ເປັນຄຳຕໍ່ທ້າຍທີ່ໃຊ້ສະແດງເຖິງຄວາມຮັກແພງ, ເປັນຮູບແບບຄຳໃຊ້ເອີ້ນຊື່ຄົນ ເພື່ອສະແດງຄວາມເຄົາລົບນັບຖືຂອງຄົນຍີ່ປຸ່ນ.
ໜ້ານີ້ແມ່ນໜ້າສາລະສົນເທດ(ຂໍ້ມູນ). ໜ້ານີ້ບໍ່ແມ່ນທັງນະໂຍບາຍ ຫຼື ແນວປະຕິບັດ; ແຕ່ແມ່ນໜ້າອະທິບາຍຂອງບາງມຸມມອງຂອງບັນທັດຖານ ແລະ ຂະນົບທຳນຽມຂອງວິກິພີເດຍ. ນີ້ອາດຈະສະແດງໃຫ້ເຫັນເຖິງຄວາມເຫັນ ແລະ ການກວດສອບທີ່ແຕກຕ່າງກັນ. |
ວິກິພີຕັງແມ່ນຕົວລະຄອນມາສຄອດຂອງໂຄງການວິກິ ອະນິເມະ ແລະ ມັງງະ, ແລະ ໂຄງການວິກິ ທີມແຜນງານມື້ພັກຄຣິດສະມາດ; ລາວຍັງເຄີຍເປັນມາສຄອດສຳລັບການເຝິກສອນຜູ້ດູແລລະບົບ, ໜ່ວຍຕໍ່ຕ້ານການກໍ່ກວນ ແລະ ຜູ້ຖືກສະເໜີໃຫ້ເປັນມາສຄອດທາງການຂອງວິກິພີເດຍ. ນອກຈາກນີ້, ວິກິມີເດຍຮົງກົງຍັງໃຊ້ຮູບຂອງວິກິພີຕັງ ແລະ ຄອສເພລເປັນລາວໃນລະຫວ່າງການເຮັດງານ ແລະ ການໂປຣໂມດ. ວິກິພີຕັງໄດ້ຮັບການປະຕິບັດເປັນປຽບເໝືອນຕົວມາສຄອດຂອງວິກິພີເດຍ ຫຼື ຊຸມຊົມໃນການປະກາດລາຍງານຂ່າວສານເປັນຄັ້ງຄາວ.
ວິກິພີຕັງເປັນເດັກສາວຕົວເຕ້ຍຜິວຂາວ, ຜົມກັບຕາເປັນສີຟ້າອ່ອນ, ໂດຍມີຕົວຕໍ່ຮູບສອງອັນເປັນກິບຜົມ. ໂດຍທົ່ວໄປລາວຈະໃສ່ຊຸດເມດສີນໍ້າເງີນເຂັ້ມ, ໂດຍມີຊຸດກັນເປື້ອນເປັນສີຂາວ, ແລະ ຍັງໃສ່ໂສ້ງຮັດຮູບສີດຽວກັນກັບຊຸດເມດລາວ. ບາງເທື່ອລາວກໍໃສ່ເກີບຮັດສົ້ນສີນໍ້າຕານເຂັ້ມ. ຄືກັນກັບກິບຜົມ, ມີຕົວຕໍ່ຮູບທີ່ມີອັກສອນ"ワィ"ຕິດຢູ່ເທິງເອິກ, ເຊິ່ງສະກົດຜິດມາຈາກຄາຕາຄານະ"ウィ"ທີ່ເປັນຕົວຕໍ່ອັນໜຶ່ງຂອງໂລໂກ້ເກົ່າຂອງວິກິພີເດຍ.
ແນວຄິດທຳອິດກ່ຽວກັບມາສຄອດ"ວິກິພີຕັງ"ຖືກໂພສເມື່ອວັນທີ5, ມັງກອນປີ2006ໂດຍທີ່ຢູ່ໄອພີໄຕ້ຫວັດທີ່ບໍ່ໄດ້ລົງທະບຽນ192.192.170.2, ໂດຍໄດ້ສະເໜີຕົວມາສຄອດ"ຄືກັນກັບໂອເອສຕັງ("just like OS-tan")"ໃນການເລືອກມາສຄອດຂອງວິກິພີເດຍ.[1] ໃນວັນທີ8 ມັງກອນ, ຜູ້ໃຊ້ວິກິພີເດຍພາສາຍີ່ປຸ່ນຄາຊຶກະ(Kasuga)ໄດ້ແຕ້ມຮູບຂອງວິກິພີຕັງຢ່າງໜ້ອຍສອງຮູບ ແລະ ໂພສລົງໃນເວັບບອດຟູຕາບະ ແຊນເນລ; ເຊິ່ງເປັນເຫດເຊື່ອງໂຍງມາຈາກການສົນທະນາກ່ຽວກັບມາສຄອດເມື່ອວັນທີ13 ມັງກອນທີ່ມີການສະເໜີແນວຄິດດັ່ງກ່າວ,[2] ແລະ ຮູບພາບສອງຮູບຖືກອັບໂຫຼດລົງຄອນມອນສ໌ ແລະ ໂພສລົງໃສ່ການສົນທະນາດັ່ງກ່າວໂດຍກົງເມື່ອວັນທີ18 ມັງກອນ.[3]
ຄາຊຶກະໄດ້ລະບຸວ່າໃນຕອນທີ່ອອກແບບວິກິພີຕັງລວມເຖິງນ້ອງສາວຂອງລາວ, ມີສອງສິ່ງທີ່ລາວຍຶດຖືຄື: ຄຳແນະນຳຂອງອາຈານຟູຈິໂກະ ເອຟ. ຟູຈິໂອະທີ່ວ່າ "ຕົວລະຄອນຈະມີການອອກແບບດີກໍຍ້ອນມີໂຄງພາບທີໂດດເດັ່ນ" ແລະ ຄຳແນະນຳຂອງທ່ານສະກັອດ ແມັກເຄລົາທີ່ວ່າ "ນັກຂຽນກາຕູນໃນຍຸກທອງນັ້ນມັກຈະໃຫ້ຕົວລະຄອນມີສີສັນທີ່ເປັນເຊິງສັນຍະລັກ".[4]
ຕົວຕໍ່ຮູບພາບປິດສະໜາທີ່ວິກິພີຕັງໃສ່ແມ່ນມາຈາກໂລໂກ້ລູກບານຕົວຕໍ່ເກົ່າຂອງວິກິພີເດຍ. ワィແມ່ນການສະກົດຄຳຜິດມາຈາກウィ("ວິ"), ເຊິ່ງແມ່ນພະຍາງແຮກຂອງ"ວິກິພີເດຍ"ໃນການແປເປັນພາສາຍີ່ປຸ່ນໃນຮູບຕົວຄາຕາຄານະ, ສ່ວນ袓ເທິງລູກບານຕົວຕໍ່ແມ່ນອັກສອນຈີນທີ່ບໍ່ໄດ້ໃຊ້ໃນພາສາຍີ່ປຸ່ນ. ໃນພາບແຕ້ມຫຼ້າສຸດໂດຍຄາຊຶກະໄດ້ແຕ້ມໃໝ່ໂດຍປ່ຽນຕົວອັກສອນຈີນດັ່ງກ່າວເປັນ維(ອັກສອນແຮກໃນຊື່ວິກິພີເດຍພາສາຈີນ) ແລະ ແກ້ໄຂຄາຕາຄານະໃຫ້ຖືກຕ້ອງເປັນウィ.
ເມື່ອວັນທີ29, ມີນາປີ2007, ວິກິພີຕັງໄດ້ເຂົ້າລວມໃນກຸ່ມມະນຸດຮູບໂມເອສຳລັບໂຄງການເອື້ອຍນ້ອງຂອງວິກິພີເດຍ, ຄອມມອນສ໌ຕັງ ແລະ ໂຄວດຕັງ. ຄາຊຶກະໄດ້ລະບຸວ່າ"...ນ້ອງສາວວິກິຄົນໃໝ່ຈະໄດ້ມີການອອກແບບຂຶ້ນໃນອະນາຄົດ". ແຕ່ຈັ່ງໃດກໍຕາມ, ລາວຍັງລະບຸອີກວ່າ"ແຕ່ຕອນນີ້ຍັງບໍ່ທັນມີໜ້າທີ່ຕ້ອງການໃຊ້ພາບນ້ອງສາວຄົນອື່ນໆເທື່ອ. ຂ້ອຍອາດຈະແຕ້ມຮູບຂອງພວກເຂົາຫາກມີໜ້າທີ່ຕ້ອງການໃຊ້ຮູບພາບເຫຼົ່ານັ້ນ".
ເຖິງແມ່ນວ່າວິກິພີດີຈະໄດ້ຮັບການສະໜັບສະໜຸນຫຼາຍກວ່າໃນການເລືອກມາສຄອດ, ພາບໃໝ່ຂອງວິກິພີຕັງກໍຍັງຖືກແຕ້ມຂຶ້ນ ແລະ ຍັງຄົງໃຊ້ຕໍ່ມາ. ຈິມໂບ ເວລສ໌ກ່າວວ່າວິກິພີຕັງນັ້ນເປັນມາສຄອດຂອງຊຸມຊົນໃນປີ2007,[5] ແຕ່ຕົວລາວເອງນັ້ນກໍໄດ້ໜາຍໄວ້ຢ່າງຊັດເຈນວ່າລາວບໍ່ມັກຕົວລະຄອນນີ້ເປັນການສ່ວນຕົວ.[6]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.