ພາສາປອກຕຸຍການ
From Wikipedia, the free encyclopedia
ພາສາປອກຕຸຍການ (ປອກຕຸຍການ: português, [puɾtuˈɣeʃ] ປຸຣະຕຸເກດ) ເປັນພາສາກຸ່ມໂຣມັງທີ່ເວົ້າໃນປະເທດຕ່າງໆເຊັ່ນ ປະເທດປອກຕຸຍການ ປະເທດບະເຣຊິນ ປະເທດອັງໂກລາ ປະເທດໂມຊຳບິກ ແລະປະເທດຕິມໍແລັດສະເຕ ພາສາປອກຕຸຍການແມ່ນເວົ້າໂດຍຫຼາຍກ່ວາ 200 ລ້ານຄົນ ເຮັດໃຫ້ເປັນໜຶ່ງໃນຈໍານວນໜ້ອຍພາສາທີ່ເວົ້າໃນທົ່ວໂລກ ມັນເປັນພາສາທີ່ 5 ຫຼື 6 ເວົ້າຫຼາຍທີ່ສຸດໃນໂລກປັດຈຸບັນ
Quick Facts ພາສາປອກຕຸຍການ, ອອກສຽງ ...
ພາສາປອກຕຸຍການ | |
---|---|
português | |
ອອກສຽງ | [puɾtuˈɣeʃ], [poɾtuˈɡes], [poʁtuˈɡes], [poɹtuˈɡes], [poɦtuˈgejʃ] |
ປະເທດທີ່ມີການເວົ້າ | ບຣາຊິລ ປອກຕຸຍການ ອັງໂກລາ ໂມຊຳບິກ ແລະ ປະເທດອື່ນ |
ຈຳນວນຜູ້ເວົ້າ | 236 ລ້ານ (ບໍ່ພົບວັນທີ) |
ຕະກຸນພາສາ | ອິນໂດ-ເອີໂຣປຽນ
|
ລະບົບການຂຽນ | ອັກສອນລາຕິນ (ຊຸດຕົວອັກສອນປອກຕຸຍການ) |
ສະຖານະພາບທາງການ | |
ພາສາທາງການ | ອັງໂກລາ ບຮາຊິລ ກາບູເວີເດ ຕິມໍ-ເລສເຕ ສະຫະພາບເອີຣົບ ກິນີ-ບິສເຊາ ມາເກົາ ໂມຊຳບິກ ປອກຕຸຍການ ເຊາໂຕເມແລະປຣິນຊິປີ ອິເຄວທໍຣຽວກິນີ |
ຜູ້ວາງລະບຽບ | ສະຖາບັນພາສາປອກຕຸຍການລະຫວ່າງປະເທດ; ຊຸມຊົນປະເທດພາສາປອກຕຸຍການ |
ລະຫັດພາສາ | |
ISO 639-1 | pt |
ISO 639-2 | por |
ISO 639-3 | por |
ປະເທດທີ່ໃຊ້ພາສາປອກຕຸຍການເປັນພາສາທາງການ |
Close
ພາສາປອກຕຸຍການໄດ້ຖືກຂະໜານນາມວ່າເປັນ A língua de Camões ອາລິງກວາດຶກາມອຍສ໌ ("ພາສາຂອງກາມອຍສ໌" ຕາມຂື່ລູວິຊ ວັຊ ດຶ ກາມອຍສ໌ ຜູ້ປະພັນ ອຸສລູຊິອາດັສ) ແລະ A última flor do Lácio ("ດອດໄມ້ດອກສຸດທ້າຍຂອງລະຕິອຸມ") ຄົນເວົ້າພາສາປອກຕຸຍການເອີ້ນວ່າ ລູຊິຕານິກ: Lusitanic ຫຼື ລູໂຊໂຟນ: Lusophones