ປະເທດຕີມໍແລັດສະເຕ
ປະເທດໃນອາຊີຕາເວັນອອກສຽງໃຕ້ / From Wikipedia, the free encyclopedia
ຕີມໍແລັດສະເຕ (ປອກຕຸຍການ: Timor-Leste, ອອກສຽງ: [tiˈmoɾ ˈlɛʃtɨ]) ຫຼື ຕີມໍຕາເວັນອອກ (ເຕຕຸນ: Timór Lorosa'e)[8] ມີຊື່ຢ່າງເປັນທາງການແມ່ນ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ (ປອກຕຸຍການ: República Democrática de Timor-Leste;[9] ເຕຕຸນ: Repúblika Demokrátika Timór-Leste)[8][10] ເປັນປະເທດທີ່ຕັ້ງຢູ່ໃນເກາະໃນພາກພື້ນອາຊີຕາເວັນອອກສຽງໃຕ້[11] ປະກອບດ້ວຍເກາະຕີມໍດ້ານຕາເວັນອອກ ເກາະອາເຕົາຣູ (Atauro) ແລະ ເກາະຈາກູ (Jaco) ທີ່ຢູ່ໃກ້ຄຽງ ແລະ ເທສະບານໂອເອກູຊີ (Oecusse) ເຊິ່ງຕັ້ງຢູ່ໃນຝັ່ງຕາເວັນຕົກຂອງເກາະຕີມໍ ຕີມໍຕາເວັນອອກຖືກລ້ອມຮອບໂດຍພື້ນທີ່ຂອງປະເທດອິນໂດເນເຊຍ.
ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ República Democrática de Timor-Leste (ປອກຕຸຍການ) Repúblika Demokrátika | |
---|---|
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ດີລີ 8.55°S 125.56°E / -8.55; 125.56 |
ພາສາລັດຖະການ |
|
ພາສາປະຈຳຊາດ | 15 ภาษา
|
ພາສາປະຕິບັດການ |
|
ສາສະໜາ (ສຳມະໂນ ປີ 2015)[1] |
|
ການປົກຄອງ | ລັດດ່ຽວ ສາທາລະນະລັດລະບົບເຄິ່ງປະທານາທິບໍດີ[2] |
• ປະທານາທິບໍດີ | ຈູເຊ ຣາມັຊ-ຮໍດາ |
• ນາຍົກລັດຖະມົນຕີ | ຕາອູຣ ມາຕັນ ຣູອັກ |
ສະພານິຕິບັນຍັດ | ລັດຖະສະພາ |
ເອກະລາດ ຈາກປອກຕຸຍການ ແລະ ອິນໂດເນເຊຍ | |
• ຕີມໍຂອງປອກຕຸຍການ | ຄຣິດສະຕະວັດທີ 16 |
• ປະກາດເອກະລາດ | 28 ພະຈິກ 1975 |
• ອິນໂດເນເຊຍລວມເຂົ້າດິນແດນ | 17 ກໍລະກົດ 1976 |
• ບໍລິຫານໂດຍອົງການບໍລິຫານຊ່ວງປ່ຽນຜ່ານ | 25 ຕຸລາ 1999 |
• ຟື້ນຟູເອກະລາດ | 20 ພຶດສະພາ 2002 |
ພື້ນທີ່ | |
• ລວມ | 15,007[3] ຕາລາງກິໂລແມັດ (5,794 ຕາລາງໄມລ໌) (ອັນດັບທີ 154) |
ໜ້ອຍຫຼາຍ | |
ປະຊາກອນ | |
• 2021 ປະມານ | 1,340,513 (ອັນດັບທີ 153) |
• ສຳມະໂນປະຊາກອນ 2015 | 1,183,643[4] |
78 ຕໍ່ຕາລາງກິໂລແມັດ (202.0 ຕໍ່ຕາລາງໄມລ໌) | |
GDP (ອຳນາດຊື້) | 2020 (ປະມານ) |
• ລວມ | 5.315 ຕື້ໂດລາສະຫະລັດ |
• ຕໍ່ຫົວ | 4,031 ໂດລາສະຫະລັດ[5] |
GDP (ລາຄາຕະຫຼາດ) | 2020 (ປະມານ) |
• ລວມ | 1.920 ຕື້ໂດລາສະຫະລັດ |
• ຕໍ່ຫົວ | 1,456 ໂດລາສະຫະລັດ[5] |
ຈີນີ (2014) | 28.7[6] ຕ່ຳ |
HDI (2019) | 0.606[7] ປານກາງ · ອັນດັບທີ 141 |
ສະກຸນເງິນ | ໂດລາສະຫະລັດb (USD) |
ເຂດເວລາ | UTC+9 (TLT) |
ຂັບລົດດ້ານ | ຊ້າຍມື |
ລະຫັດໂທລະສັບ | +670 |
ລະຫັດ ISO 3166 | TL |
ລະຫັດອິນເຕີເນັດ | .tlc |
ເວັບໄຊ timor-leste | |
|
ຕີມໍຕາເວັນອອກໄດ້ຕົກເປັນອານານິຄົມຂອງປອກຕຸຍການໃນສະຕະວັດທີ 16 ເຊີ່ງເປັນທີ່ຮູ້ຈັກໃນຊື່ ປອກຕຸຍການ ຕີມໍຈົນເຖິງວັນທີ 28 ພະຈິກ 1975 ເມື່ອແນວຮ່ວມປະຕິວັດເພື່ອຕີມໍຕາເວັນອອກ (Fretilin) ໄດ້ປະກາດເອກະລາດຈາກປອກຕຸຍການ ຫຼັງຈາກນັ້ນເກົ້າວັນໄດ້ຖືກກອງທັບອິນໂດເນເຊຍເຂົ້າຮຸກຮານ ແລະຍຶດຄອງ ແລະໄດ້ປະກາດໃຫ້ເປັນແຂວງທີ 27 ຂອງອິນໂດເນເຊຍໃນປີຕໍ່ມາ ການຍຶດຄອງຕີມໍຕາເວັນອອກຂອງອິນໂດເນເຊຍມີລັກສະນະຂອງຄວາມຂັດແຍ້ງທີ່ຮຸນແຮງ ແລະ ດົນນານຫຼາຍທົດສະວັດລະຫວ່າງກຸ່ມແບ່ງແຍກດິນແດນ (ໂດຍສະເພາະ Fretilin) ແລະ ກອງທັບອິນໂດເນເຊຍ.
ໃນປີ 1999 ຫຼັງຈາກສະຫະປະຊາຊາດ ຫຼື UN ໄດ້ຕັດສິນໃຈເຂົ້າໄປດູແລຄວາມຂັດແຍ້ງທີ່ເກີດຂຶ້ນ ເຮັດໃຫ້ອິນໂດເນເຊຍໄດ້ຍົກເລີກການຄວບຄຸມດິນແດນດັ່ງກ່າວ ຕີມໍແລັດສະເຕຈຶ່ງໄດ້ກາຍເປັນລັດອິດສະຫຼະແຫ່ງໃໝ່ແຫ່ງທຳອິດຂອງສະຕະວັດທີ 21 ເມື່ອວັນທີ 20 ພຶດສະພາ 2002 ແລະ ໄດ້ເຂົ້າຮ່ວມກັບອົງການສະຫະປະຊາຊາດ[12] ແລະຊມຊົນປະເທດພາສາປອກຕຸຍການ[13] ໃນປີ 2011 ຕີມໍຕາເວັນອອກມີຄວາມຕັ້ງໃຈທີ່ຈະເປັນສະມາຊິກປະເທດທີ 11 ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ)[14] ເປັນໜຶ່ງໃນສອງປະເທດທີ່ນັບຖືສາສະໜາຄິດໃນອາຊີຕາເວັນອອກສຽງໃຕ້ ອີກໜຶ່ງປະເທດຄື ຟີລິບປິນ ແລະ ເປັນປະເທດດຽວໃນທະວີບອາຊີທີ່ມາພື້ນທີ່ທັງໝົດທີ່ຢູ່ໃນຊີກໂລກໃຕ້.