ປະຍຸດ ຈັນໂອຊາ
ນາຍົກລັດຖະມົນຕີໄທ ຄົນທີ 29 / From Wikipedia, the free encyclopedia
ພົນເອກ ປະຍຸດ ຈັນໂອຊາ (ຊື່ຫຼີ້ນ: ຕູ່, ເກີດ 21 ມີນາ ຄ.ສ. 1954) (ໄທ: พลเอก ประยุทธ์ จันทร์โอชา, ປຣະຍຸທທ໌ ຈັນທຣ໌ໂອຊາ) ແມ່ນນາຍົກລັດຖະມົນຕີຄົນທີ່ 29 ແລະຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ ຄະນະຜູ້ຍຶດອຳນາດການປົກຄອງເຊິ່ງກຳລັງປົກຄອງປະເທດໄທ ຜູ້ອຳນວຍການຮັກສາຄວາມມັ່ນຄົງພາຍໃນລາຊະອານາຈັກ[1] ອະດີດຜູ້ບັນຊາການທະຫານບົກ ອະດີດກຳມະການບໍລິສັດ ທະນາຄານທະຫານໄທ ຈຳກັດ (ມະຫາຊົນ) ອະດີດປະທານສະໂມສອນບານເຕະອາຣ໌ມີ່ຍູໄນເຕັດ[2] ອະດີດປະທານຄະນະກຳມະການບໍລິຫານກິດຈະການໂທລະພາບກອງທັບບົກ
ພະນະທ່ານ ພົນເອກ ປະຍຸດ ຈັນໂອຊາ ມ.ປ.ຊ., ມ.ວ.ມ., ຕ.ຈ.ວ., ຣ.ມ.ກ., ສ.ຊ. | |
---|---|
ຊື່ຈິງ | ประยุทธ์ จันทร์โอชา |
ເກີດ | (1954-03-21) 21 ມີນາ ຄ.ສ. 1954 (70 ປີ) ຄ່າຍສຸຣະນາຣີ ອຳເພີເມືອງນະຄອນລາຊະສີມາ ຈັງຫວັດນະຄອນລາຊະສີມາ ປະເທດໄທ |
ທີ່ຢູ່ປັດຈຸບັນ | ບາງກອກ |
ສັນຊາດ | ໄທ |
ຊື່ອື່ນ | ຕູ່ |
ຊາດພັນ | ໄທສະຫຍາມ |
ການສຶກສາ | ໂຮງຮຽນນາຍຮ້ອຍພະຈຸລະຈອມເກົ້າ ໂຮງຮຽນເສນາທິການທະຫານບົກ ວິທະຍາໄລປ້ອງກັນລາຊະອານາຈັກ |
ຈົບຈາກ | ໂຮງຮຽນສະຫະກິດວິທະຍາ ໂຮງຮຽນພິບູນວິທະຍາໄລ ໂຮງຮຽນວັດນວນນໍຣະດິດ ໂຮງຮຽນຕຽມທະຫານ |
ອາຊີບ | ທະຫານ ນັກການເມືອງ |
ເປັນທີ່ຮູ້ຈັກຈາກ | ອະດີດຜູ້ບັນຊາການທະຫານບົກໄທ ອະດີດຫັວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດ ອະດີດນາຍົກລັດຖະມົນຕີໄທ |
ສິນຊັບສຸດທິ | 1.28 ກື້ບາດ |
ພັກການເມືອງ | ພັກຮວມໄທສ້າງຊາດ (2023) |
ສາດສະໜາ | ພຸດ |
ນິກາຍ | ເຖຣະວາດ |
ຄູ່ສົມລົດ | ນະຣາພອນ ໂຣດຈະນະຈັນ (ສົມລົດ 1984) |
ບຸດ | ທັນຍາ ຈັນໂອຊາ ນິດຖາ ຈັນໂອຊາ |
ບິດາມາຣດາ | ປະພັດ ຈັນໂອຊາ ເຂັມເພັດ ຈັນໂອຊາ |
ຍາດ | ປີຊາ ຈັນໂອຊາ (ນ້ອງຊາຍ) |
ລາຍເຊັນ | |
ເຂົາຢູ່ໃນກຸ່ມບູລະພາພະຍັກແລະທະຫານເສືອລາຊິນີເປັນຜູ້ບັນຊາການທະຫານບົກລະຫວ່າງເດືອນຕຸລາ ຄ.ສ. 2010 ເຖິງເດືອນກັນຍາ ຄ.ສ. 2014 ເຂົາຖືກມອງວ່າເປັນສາຍແຂັງ (hardliner) ໃນກອງທັບ ທັງເປັນຜູ້ສັ່ງການການສະຫຼາຍການຊຸມນຸມຂອງ "ຄົນເສື້ອແດງ" ເມື່ອເດືອນເມສາ ຄ.ສ. 2009 ແລະເມສາ/ພຶດສະພາ ຄ.ສ. 2010 ຄົນໜຶ່ງ[3] ພາຍຫຼັງເຂົາມຸ່ງບັນເທົາບົດບາດຂອງຕົນ ໂດຍສົນທະນາກັບຍາດຜູ້ປະທ້ວງທີ່ເສຍຊີວິດໃນຄວາມຂັດແຍ້ງນອງເລືອດນັ້ນ[4] ແລະຮ່ວມມືກັບລັດຖະບານຍິ່ງລັກ ຊິນນະວັດ ນ້ອງສາວພັນຕຳລວດໂທທັກສິນ[5] ເຊິ່ງຊະນະການເລືອກຕັ້ງເປັນການທົ່ວໄປເມືື່ອເດືອນກໍລະກົດ ຄ.ສ. 2011
ລະຫວ່າງວິກິດຕະການການເຊິ່ງເລິ່ມໃນເດືອນພຶດສະຈິກາ ຄ.ສ. 2013 ແລະກ່ຽວຂ້ອງການປະທ້ວງຕໍ່ລັດຖະບານຮັກສາການຍິ່ງລັກ ພົນເອກປະຍຸດອ້າງວ່າກອງທັບເປັນກາງ[6] ແລະຈະບໍ່ລັດຖະປະຫານ ຕໍ່ມາເມື່ອວັນທີ່ 22 ພຶດສະຈິກາ ຄ.ສ. 2014 ພົນເອກປະຍຸດລັດຖະປະຫານຕໍ່ລັດຖະບານແລະຄວບຄຸມປະເທດໃນຖານະຫົວໜ້າຄະນະຮັກສາຄວາມສະຫງົບແຫ່ງຊາດນັບແຕ່ນັ້ນ[7] ສຸເທບ ເທືອກສຸບັນເປີດເຜີຍວ່າ ຕົນກັບພົນເອກປະຍຸດວາງແຜນໂຄ່ນພັນຕຳລວດທັກສິນຕັ້ງແຕ່ ຄ.ສ. 2010[8] ເຊິ່ງພົນເອກປະຍຸດປະຕິເສດຂ່າວນີ້ ຕໍ່ມາເຂົາອອກລັດຖະທຳມະນູນເຊິ່ງໃຫ້ອຳນາດຄອບຄຸມແກ່ຄະນະຜູ້ກໍ່ການ[9] ແລະນິລະໂທດສະກຳຄະນະຯ ສຳລັບລັດຖະປະຫານ ວັນທີ່ 21 ສິງຫາ ຄ.ສ. 2014 ສະພານິຕິບັນຍັດແຫ່ງຊາດມີມັດຕິເອກະສັນເລືອກພົນເອກປະຍຸດ ຈັນໂອຊາເປັນນາຍົກລັດຖະມົນຕີ ເຊິ່ງສະມາຊິກສະພານັ້ນຖຶກເລືອກມາ ສ່ວນໃຫຍ່ເປັນນາຍທະຫານ.[10]