ບານເຕະທີມຊາດໄທ
From Wikipedia, the free encyclopedia
ບານເຕະທີມຊາດໄທ ແມ່ນຕົວແທນຂອງປະເທດໄທໃນການແຂ່ງຂັນບານເຕະລະຫວ່າງປະເທດ ແລະຢູ່ພາຍໃຕ້ການບໍລິຫານຂອງສະມາຄົມກີລາບານເຕະແຫ່ງປະເທດໄທ ໃນພະບໍລົມລາຊູປະຖັມ ໂດຍທີມມີປະຫວັດຂອງຄວາມສຳເລັດໃນການແຂ່ງຂັນໃນອາຊີຕາເວັນອອກສຽງໃຕ້ ຄືຊະນະເລີດອາຊຽນບານເຕະແຊມປ໌ປ້ຽນຊິພ 4 ສະໄໝ ແລະຊະນະເລີດຊີເກມ 10 ສະໄໝ ໂດຍທີມຊາດໄທຍັງສາມາດຄວ້າອັນດັບ 3 ໃນເອຊຽນຄັພ 1972 ແລະເຂົ້າຮ່ວມການແຂ່ງຂັນໃນໂອລິມປິກລະດູຮ້ອນ 2 ຄັ້ງ ແລະໃນເອຊຽນເກມ 4 ຄັ້ງ ໂດຍອັນດັບໂລກຟີຟ່າທີ່ທີມຊາດໄທເຮັດອັນດັບໄດ້ດີທີ່ສຸດ ຄື ອັນດັບທີ່ 42 ໃນເດືອນກັນຍາ ຄ.ສ. 1998 ປະຈຸບັນທີມຊາດໄທຢູ່ອັນດັບທີ່ 129 ຂອງໂລກ ອັບດັບທີ່ 18 ຂອງເອເຊຍ ແລະຢູ່ໃນອັນດັບທີ່ 2 (ຮ່ວມກັບຫວຽດນາມ) ຂອງອາຊຽນ ຈາກການຈັດອັນດັບໂດຍຟີຟ່າ (ພະຈິກ ຄ.ສ. 2016)
- ໜ້ານີ້ສຳລັບທີມບານເຕະຊາຍ ສຳລັບທີມບານເຕະຍິງເບິ່ງໄດ້ທີ່ ບານເຕະຍິງທີມຊາດໄທ
Quick Facts ສາຍາ, ສະມາຄົມ ...
Shirt badge/Association crest | |||
ສາຍາ | "ຊ້າງສຶກ" | ||
---|---|---|---|
ສະມາຄົມ | ສະມາຄົມບານເຕະແຫ່ງປະເທດໄທ ໃນພະບໍລົມລາຊູປະຖັມ | ||
ສະມາພັນຍ່ອຍ | ເອເອັຟເອັຟ (ອາຊີຕາເວັນອອກສຽງໃຕ້) | ||
ສະມາພັນ | ເອເອັຟຊີ (ທະວີບອາຊີ) | ||
ຫົວໜ້າຜູ້ຝຶກສອນ | ມາຊາທາດະ ອິຊິອິ | ||
ກັບຕັນ | ທີຣາທອນ ບຸນມາທັນ | ||
ຕິດທີມຊາດສູງສຸດ | ກຽດຕິສັກ ເສນາເມືອງ (134) | ||
ເຮັດປະຕູສູງສຸດ | ກຽດຕິສັກ ເສນາເມືອງ (71) | ||
ສະໝາມເຫຍົ້າ | ລາຊະມັງຄະລາກີລາສະຖານ | ||
ລະຫັດຟີຟ່າ | THA | ||
ອັນດັບຟີຟ່າ | 100 ![]() | ||
ອັນດັບຟີຟ່າສູງສຸດ | 42 (ກັນຍາ ຄ.ສ. 1998) | ||
ອັນດັບຟີຟ່າຕ່ຳສຸດ | 165 (ຕຸລາ ຄ.ສ. 2015) | ||
ອັນດັບອີແອລໂອ | 105 (ພຶດສະພາ ຄ.ສ. 2015) | ||
ອັນດັບອີແອລໂອສູງສຸດ | 62 (ມັງກອນ ຄ.ສ. 2001) | ||
ອັນດັບອີແອລໂອຕ່ຳສຸດ | 137 (ເມສາ ຄ.ສ. 1985) | ||
| |||
ເກມລະດັບນານາຊາດຄັ້ງທຳອິດ | |||
![]() ![]() (ຫວຽດນາມໃຕ້; ຄ.ສ. 1956) | |||
ຊະນະສູງສຸດ | |||
![]() ![]() (ບາງກອກ, ໄທ; 24 ພຶດສະພາ, ຄ.ສ. 1971) | |||
ແພ້ສູງສຸດ | |||
![]() ![]() (ເມລເບີນ, ອົດສະຕາລີ; 26 ພະຈິກ, ຄ.ສ. 1956) | |||
ເອເອຟຊີ ເອຊຽນຄັພ | |||
ເຂົ້າຮ່ວມ | 8 | ||
ຜົນງານດີທີ່ສຸດ | ອັນດັບ 3 1972 | ||
ບານເຕະຊິງແຊມປ໌ແຫ່ງຊາດອາຊຽນ | |||
ເຂົ້າຮ່ວມ | 14 (ຄັ້ງທຳອິດໃນ 1996) | ||
ຜົນງານດີທີ່ສຸດ | ຊະນະເລີດ 1996,2000,2002,2014, 2016, 2020, 2022 |
Close