![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/f/f1/Provinces_of_Cambodia_loss_to_Thailand_during_Franco-Thai_War.png/640px-Provinces_of_Cambodia_loss_to_Thailand_during_Franco-Thai_War.png&w=640&q=50)
ຈັງຫວັດນະຄອນຈຳປາສັກ
From Wikipedia, the free encyclopedia
ຈັງຫວັດນະຄອນຈຳປາສັກ (ໄທ: จังหวัดนครจัมปาศักดิ์; ຂະແມ ខេត្តនគរចម្បាស័ក្ដិ) ແມ່ນ 1 ໃນ 4 ຈັງຫວັດທີ່ປະເທດໄທໄດ້ດິນແດນຄືນຈາກວີຊີຝຣັ່ງໃນຊ່ວງ ຄ.ສ. 1941 ໂດຍຍົກທ້ອງທີ່ການປົກຄອງເມືອງຈຳປາສັກ ຊຶ່ງເດີມຂຶ້ນຢູ່ກັບມົນທົນອຸບົນໃນສະໄໝລາຊະການທີ 5 ແລະຕົກຢູ່ພາຍໃຕ້ການປົກຄອງຂອງຝຣັ່ງເມື່ອ ຄ.ສ. 1901 ຂຶ້ນເປັນຈັງຫວັດ ພາຍຫຼັງສົງຄາມໂລກຄັ້ງທີສອງໄທຕ້ອງສົ່ງດິນແດນດັງກ່າວໃຫ້ຝຣັ່ງ ຊຶ່ງປົກຄອງປະເທດລາວໃນຕອນນັ້ນ ພາຍຫຼັງເມື່ອປະເທດລາວໄດ້ຮັບເອກະລາດຈາກຝຣັ່ງແລ້ວ ພື້ນທີ່ນີ້ຈືງໄດ້ຍົກຂື້ນເປັນ ແຂວງຈຳປາສັກ ໃນປັດຈຸບັນ
ຈັງຫວັດນະຄອນຈຳປາສັກ จังหวัดนครจัมปาศักดิ์ | |
---|---|
![]() ຈັງຫວັດນະຄອນຈຳປາສັກ (ສະແດງດ້ວຍສີຂຽວ) | |
ປະເທດ | ໄທ |
ສ້າງຕັ້ງ | 9 ພຶດສະພາ ຄ.ສ. 1941 |
ຄືນດິນແດນ | 17 ພະຈິກ ຄ.ສ. 1946 |
ການປົກຄອງ | |
• ປະເພດ | ລາຊະການສ່ວນພູມິພາກ |
• ເຈົ້າຜູ້ຄອງ | ເຈົ້າຍຸຕິທຳມະທອນ (ຫຍຸ່ຍ) |
ເຂດເວລາ | UTC+07:00 (ICT) |
ປັດຈຸບັນເປັນສ່ວນໜຶ່ງຂອງ : ![]() ![]() |
ອະໜຶ່ງ ພື້ນທີ່ຂອງຈັງຫວັດນີ້ຍັງກີນອານາບໍລິເວນພື້ນທີ່ສ່ວນໜຶ່ງຂອງແຂວງສະຕຶງແຕຣງ ແລະພື້ນທີ່ສ່ວນໃຫຍ່ຂອງແຂວງເປຣັຍວິເຮຍ ໃນປະເທດກຳປູເຈຍປັດຈຸບັນດ້ວຍ
ກົມສິນລະປາກອນຂອງປະເທດໄທໄດ້ກຳໜົດໃຫ້ຈັງຫວັດນະຄອນຈຳປາສັກໃຊ້ກາປະຈຳຈັງຫວັດເປັນຮູບຜາສາດຫີນວັດພູ ອັນເປັນບູຮານສະຖານສຳຄັນຂອງເມືອງຈຳປາສັກ ຢ່າງໄຮກົຕາມ ໃນໜັງສືກາປດຈຳຈັງຫວັດທີ່ພິມເມື່ອ ຄ.ສ. 1999 ບໍ່ໄດ້ພິມຮູບກາປະຈຳຈັງຫວັດນີ້ລົງໄປດ້ວຍ