![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/d/d6/Vajiravudh_College_Assembly_Hall.jpg/640px-Vajiravudh_College_Assembly_Hall.jpg&w=640&q=50)
ວະຊິຣາວຸດວິທະຍາໄລ
ໂຮງຮຽນຊາຍລ້ວນໃນບາງກອກ ປະເທດໄທ / From Wikipedia, the free encyclopedia
ໂຮງຮຽນວະຊິລາວຸດວິທະຍາໄລ ແມ່ນໂຮງຮຽນປະຈຳຊາຍ(ໂຮງຮຽນຊາຍລ້ວນ) ສະຖາປະນາຂຶ້ນໂດຍພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວໂດຍພະອົງພະລາຊະທານຊັບສ່ວນພະອົງເພື່ອສ້າງໂຮງຮຽນແກ່ກຸນລະບຸດຊາວໄທແທນການສ້າງພະອາລາມເຊິ່ງມີຢູ່ຫຼາຍແລ້ວນັ້ນ ຕໍ່ມາ ໃນລາຊະສະໄໝພະບາດສົມເດັດພະປົກເກົ້າຢູ່ຫົວ ພະອົງໄດ້ມີພະບໍລົມລາຊະໂອງການໃຫ້ຮວມໂຮງຮຽນມະຫາດເລັກຫຼວງ ກຸງເທບ ແລະໂຮງຮຽນລາຊະວິທະຍາໄລເຂົ້ານຳກັນໂດຍໃຫ້ນັກຮຽນຍ້າຍມາຮຽນຮວມກັນທີ່ໂຮງຮຽນມະຫາດເລັກຫຼວງກຸງເທບ ພ້ອມທັງໄດ້ພະລາຊະທານນາມໂຮງຮຽນຂຶ້ນໃໝ່ວ່າ "ວະຊິລາວຸດວິທະຍາໄລ" ເພື່ອເປັນພະບໍລົມລາຊານຸສອນຂອງພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ ພະຜູ້ພະລາຊະທານກຳເໜີດໂຮງຮຽນສືບຕໍ່ໄປ
ໂຮງຮຽນວະຊິລາວຸດວິທະຍາໄລ | |
---|---|
![]() | |
197 ຖະໜົນລາຊະວິຖີ ແຂວງດຸສິດ ເຂດດຸສິດ ບາງກອກ 10300 | |
ຂໍ້ມູນ | |
ຊື່ອັງກິດ | Vajiravudh College |
ປະເພດ | ໂຮງຮຽນເອກະຊົນ |
ຂຶ້ນກັບ | ສຳນັກງານຄະນະກຳມະການສົ່ງເສີມການສຶກສາເອກະຊົນ |
ສະຖາປະນາ | 29 ທັນວາ ຄ.ສ. 1910 |
ຜູ້ກໍ່ຕັ້ງ | ພະບາດສົມເດັດພະມຸງກຸດເກົ້າເຈົ້າຢູ່ຫົວ |
ລະຫັດ | 1110100022 (ໃໝ່) 81100205 (ເກົ່າ) |
ເພງ | ເພງມະຫາວະຊິລາວຸດລາຊະສະດຸດີ |
ສັນຍາລັກ | |
ເວັບໄຊຕ໌ | http://www.vajiravudh.ac.th |
ວະຊິລາວຸດວິທະຍາໄລມີຕຶກບ່ອນພັກນັກຮຽນ ເອິ້ນວ່າ "ຄະນະ" ເປັນສະເໝືອນບ້ານນັກຮຽນ ແບ່ງອອກເປັນ 2 ຝັ່ງ ຄະນະເດັກໂຕ ສຳລັບນັກຮຽນຊັ້ນມັດທະຍົມ ແບ່ງອອກເປັນ 6 ຄະນະ ຄື ຄະນະຜູ້ບັງຄັບການ ຄະນະດຸສິດ ຄະນະຈິດລະດາ ຄະນະພະຍາໄທ ຄະນະຈົງຮັກພັກດີ ຄະນະສັກສີມົງຄົນ ສ່ວນຄະນະເດັກນ້ອຍສຳລັບນັກຮຽນຊັ້ນປະຖົມ ແບ່ງອອກເປັນ 3 ຄະນະ ຄື ຄະນະສະໜາມຈັນ ຄະນະນັນທະອຸທະຍານ ແລະ ຄະນະສະຮານຮົມ ນອກຈາກນີ້ ຍັງມີການຈັດການແຂ່ງຂັນຮັກບີ້ປະເພນີກັບມາເລ ຄອລເລຈ(Malay College Kuala Kangsar) ຈາກປະເທດມາເລເຊຍ ເປັນປະຈຳທຸກໆ ປີ
ປັດຈຸບັນ ດຳເນິນການສອນໃນລະດັບຊັ້ນປະຖົມສຶກສາປີທີ 4 ເຖິງ ມັດຖະຍົມສຶກສາປີທີ 6 ຕັ້ງຢູ່ທີ່ ຖະໜົນລາຊະວິຖີ ແຂວງດຸສິດ ເຂດດຸສິດ ບາງກອກ