ໂຫລາສາດ
From Wikipedia, the free encyclopedia
ໂຫລາສາດ (ຄຳເຄົ້າ: ໂຫຣາສາສຕຣ໌; ອັງກິດ: Astrology, ຝຣັ່ງ: Astrologie) ເປັນສາດທີ່ກ່ຽວຂ້ອງກັບການທຳນາຍອະນາຄົດ ຫຼື ໂຊກຊະຕາຂອງມະນຸດ, ປາກົດການຕ່າງໆ ຂອງບ້ານເມືອງ ແລະຂອງໂລກ ໂດຍອາໄສ ເວລາ ແລະ ຕຳແໜ່ງຂອງດວງດາວຕ່າງໆ ເທິງທ້ອງຟ້າ ເປັນສຳຄັນ ແລ້ວບັນທຶກໄວ້ເປັນສະຖິຕິ. ໂຫລາສາດ ເປັນວິຊາທີ່ຕ່າງກັບວິທະຍາສາດ ດ້ວຍແມ້ນຈະສາມາດພິສູດຊາບໄດ້ໂດຍໃຊ້ກົດເກນ ແລະເຫດຜົນໃນທາງໂຫລາສາດ ນຳມາທົດລອງ ພິສູດໃຫ້ເຫັນປະຈັກ ສາມາດສະຫຼຸບອອກມາເປັນທິສະດີໄດ້ ບໍ່ວ່າຈະທົດລອງຈັກເທື່ອ ທີ່ໃດໆ ໃນໂລກເຊັ່ນເດີຍວກັບວິທະຍາສາດ. ໂຫລາສາດກໍຍັງຄງເປັນວິຊາທີ່ຄ່ອນຂ້າງເລິກລັບ ດ້ວຍເຫດນີ້ນັກວິທະຍາສາດຈຶ່ງບໍ່ຮັບຮອງໂຫລາສາດ ວ່າເປັນສາດຢ່າງນຶ່ງ ຢ່າງໃດກໍດີທາງລັດຖະບານອິນເດຍໄດ້ມີການປະກາດເມື່ອວັນທີ 11 ພຶດສະພາ 2001 ໃຫ້ມີການສອນວິຊາໂຫລາສາດໃນມະຫາວິທະຍາໄລໄດ້.