From Wikipedia, the free encyclopedia
ປະເທດເກົາຫຼີໃຕ້ (South Korea) (대한민국, 大韓民國) ຫຼື ສາທາລະນະລັດເກົາຫຼີ ແມ່ນປະເທດໃນທະວີບອາຊີຕາເວັນອອກ ຕັ້ງຢູ່ທາງພາກໃຕ້ຂອງແຫຼມເກົາຫຼີ ໂດຍທາງ ພາກຕາເວັນອອກ, ຕາເວັນຕົກ ແລະ ພາກໃຕ້ ແມ່ນອ້ອມຮອບດ້ວຍທະເລ. ເກົາຫຼີໃຕ້ ແມ່ນປະເທດ ທີ່ບໍ່ມີຊັບພະຍາກອນທຳມະຊາດ, ຮູບຮ່າງຂອງປະເທດ ແມ່ນມີພູສູງຢູ່ທາງພາກຕາເວັນອອກ ແລະ ຄ່ອຍໆຕ່ຳລົງໄປທາງພວກຕາເວັນຕົກ, ໂດຍທົ່ງພຽງສ່ວນຫຼາຍ ແມ່ນຢູ່ລຽບຕາມແຄມທະເລທາງພາກຕາເວັນຕົກ.
대한민국 (ພາສາເກົາຫຼີ) ສາທາລະນະລັດເກົາຫຼີ | |
---|---|
Land controlled by the Republic of Korea shown in dark green; land claimed but uncontrolled shown in light green. | |
ເມືອງຫຼວງ | ໂຊລ 37°33′N 126°58′E |
ເມືອງໃຫຍ່ທີ່ສຸດ | ນະຄອນຫຼວງ |
ພາສາລັດຖະການ | ເກົາຫຼີ (Pyojuneo) ພາສາມືເກົາຫຼີ[2] |
ອັກສອນທາງການ | ເກົາຫຼີ |
ກຸ່ມຊົນເຜົ່າ (2019)[3] |
|
ສາສະໜາ |
|
ເດມະນິມ |
|
ການປົກຄອງ | ລັດດຽວ ລະບົບປະທານາທິບໍດີ ລັດຖະທຳມະນູນ ສາທາລະນະລັດ |
• ປະທານາທິບໍດີ | ຍຸນ ຊັອກ-ຍໍລ |
• ນາຍົກລັດຖະມົນຕີ | ຮັນ ດັອກ-ຊູ |
• ປະທານສະມັດຊາແຫ່ງຊາດ | ພັກ ບຍັອງ-ຊູກ |
• ຫົວໜ້າຜູ້ພິພາກສາ | ຄິມ ມຍັອງຊູ |
• ປະທານສານລັດຖະທຳມະນູນ | ຍູ ນຳຊອກ |
ສະພານິຕິບັນຍັດ | ສະພາແຫ່ງຊາດ |
ປະຫວັດການສ້າງຕັ້ງ | |
• ອານາຈັກເກົາຫຼີແຫ່ງທຳອິດ | ຄຣິດສະຕະວັດທີ 7 ກ່ອນຄຣິດສັກກະລາດ |
• ປະກາດເອກະລາດ | 1 ມີນາ 1919 |
• ລັດຖະບານຊົ່ວຄາວ | 11 ເມສາ 1919 |
• ເປັນເອກະລາດຈາກຍີ່ປຸ່ນ | 15 ສິງຫາ 1945 |
• ການປົກຄອງຂອງສະຫະລັດໃນເກົາຫຼີສ່ວນໃຕ້ຂອງເສັ້ນຂະໜານທີ່ 38 | 8 ກັນຍາ 1945 |
• ກໍ່ຕັ້ງສາທາລະນະລັດ | 15 ສິງຫາ 1948 |
• ລັດຖະທຳມະນູນສະບັບປະຈຸບັນ | 25 ກຸມພາ 1988 |
17 ກັນຍາ 1991 | |
ພື້ນທີ່ | |
• ລວມ | 38,750 ຕາລາງໄມລ໌ (100,400 ຕາລາງກິໂລແມັດ) (ທີ່ 107) |
0.3 (301 km2 / 116 mi2) | |
ປະຊາກອນ | |
• ປະມານ | 51,709,098[6] (27th) |
507 ຕໍ່ຕາລາງກິໂລແມັດ (1,313.1 ຕໍ່ຕາລາງໄມລ໌) (13th) | |
GDP (ອຳນາດຊື້) | 2021 (ປະມານ) |
• ລວມ | $2.436 trillion[7] (14th) |
• ຕໍ່ຫົວ | $47,027[7] (28th) |
GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | $1.806 trillion[7] (10th) |
• ຕໍ່ຫົວ | $34,866[7] (28th) |
ຈີນີ (2018) | 34.5[8] ປານກາງ |
HDI (2019) | 0.916[9] ສູງຫຼາຍ · 23rd |
ສະກຸນເງິນ | ວອນ (₩) (KRW) |
ເຂດເວລາ | UTC+9 (ເວລາມາດຕະຖານເກົາຫຼີ) |
ຮູບແບບວັນທີ |
|
ໄຟບ້ານ | 220 V–60 Hz |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +82 |
ລະຫັດອິນເຕີເນັດ |
|
ເກົາຫຼີໃຕ້ໃຊ້ພາສາເກົາຫຼີເປັນພາສາລັດຖະການ
ປະເທດເກົາຫຼີໃຕ້ ເປັນປະເທດທີ່ມີຄວາມຈະເລີນຮຸ່ງເຮືອງ ແລະ ມີພັດທະນາການຄ້າຍຄືກັບສະຫະລັດອະເມລິກາ, ເປັນປະເທດທຶນນິຍົມຍັກໃຫຍ່ອີກປະເທດໜຶ່ງໃນອາຊີ, ປະຊາກອນພາຍໃນປະເທດແມ່ນມີຄວາມເຂັ້ມແຂງໃນການພັດທະນາປະເທດຊາດ, ສ່ວນໜຶ່ງກໍມາຈາກສະເຖຍລະພາບທາງດ້ານການເມືອງທີ່ສາມາດເຮັດໃຫ້ນັກລົງທຶນເຂົ້າມາລົງທຶນຢູ່ເກົາຫຼີໃຕ້ຫຼາຍ ໂດຍສະເພາະແມ່ນຂະແໜງການບໍລິການ ເວົ້າໄດ້ເປັນລາຍໄດ້ຫຼັກຂອງປະເທດ. ພາຍຫຼັງທີ່ປະເທດເກົາຫຼີໃຕ້ໄດ້ຮັບເອກະລາດຈາກຍີ່ປຸ່ນໃນວັນທີ 15 ສິງຫາ 1945 ເກົາຫຼີໃຕ້ບຸກໜ້າພັດທະນາ ແລະ ສ້າງສາປະເທດຕາມລະບອບການເມືອງແບບທຶນນິຍົມ, ດຶງດູດນັກລົງທຶນມາລົງທຶນພາຍໃນປະເທດຢ່າງກວ້າງຂວາງ ພ້ອມດຽວກັນນັ້ນກໍເຫັນໄດ້ວ່າ ເກົາຫຼີໃຕ້ກໍໃສ່ໃຈຕໍ່ການສຶກສາ ໂດຍເນັ້ນການພັດທະນາການສຶກສາເປັນບາດກ້າວທໍາ ຍ້ອນເກົາຫຼີໃຕ້ມີແນວບຄິດວ່າ ຖ້າປະຊາຊົາຫາກມີຄວາມຮູ້, ຄວາມສາມາດແລ້ວ ການພັດທະນາປະເທດກໍເປັນເລື່ອງງ່າຍດາຍ ແລະ ສາ ມາດພັດທະນາໄດ້ໄວສົມຄວນ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.