ປະເທດລັດເຊຍ
From Wikipedia, the free encyclopedia
ຣັສເຊັຽ (ອັງກິດ: Russia; ຣັດເຊຍ: Росси́я, ອອກສຽງ [rɐˈsʲijə] ( ຟັງເສີຍງ)) ມີຊື່ເປັນທາງການວ່າ ສະຫະພັນທະລັດຣັສເຊັຽ (ອັງກິດ: Russian Federation; ຣັດເຊຍ: Росси́йская Федера́ция, [rɐˈsʲijskəjə fʲɪdʲɪˈratsɨjə]) ເປັນປະເທດໃນເອີເຣເຊບເໜືອ ແລະເປັນປະເທດໃຫຍ່ທີ່ສຸດໃນໂລກ ກວ່າ 10,000,000 ຕາລາງກິໂລແມັດ ຄອບຄຸມພື້ນທີ່ທີ່ສາມາດອາໄສຂອງໂລກເຖິງໜຶ່ງໃນແປດ ຣັດເຊຍຍັງເປັນຊາດທີມີປະຊາກອນຫຼາຍທີສຸດອັນດັບ 9 ຂອງໂລກ ໂດຍມີປະຊາກອນ 143 ລ້ານຄົນ ຣັດເຊຍປົກຄອງດ້ວຍລະບອບສະຫະພັນສາທາລະນະລັດກຶ່ງປະທານນາທິບໍດີ ປະກອບດ້ວຍ 83 ເຂດການປົກຄອງ ໄລ່ຈາກທິດຕາເວັນຕົກສຽງເໜືອເຖິງທິດຕາເວັນອອກສຽງໃຕ້ ຣັດເຊຍມີພົມແດນຕິດກັບນອກແວ ແຟັງລັງ ແອັສໂຕເນຍ ລັດເວຍ ລິຕົວເນຍ ແລະໂປໂລຍ (ທັງສອງຜ່ານມົນທົນຄາລິນິນກຣາດ) ເບລາຣຸສ ອູແກຣນ ຈໍຣ໌ເຈຍ ອາເຊີໄບຈານ ຄາຊັກສະຖານ ຈີນ ມົງໂກເລຍແລະເກົາຫລີເໜືອ ນອກຈາກນີ້ຍັງມີພົມແດນທາງທະເລຕິດກັບຍີ່ປຸ່ນໂດຍທະເລໂອຄົດສກ໌ ແລະສະຫະລັດອາເມຣິກາໂດຍຊ່ອງແຄບແບຣິງ ອານາເຂດຂອງຣັດເຊຍກິນອາຊີເໜືອທັງໝົດແລະ 40% ຂອງເອີຣົບ ແຜ່ຂ້າມເກົ້າເຂດເວລາແລະມີສິ່ງແວດລ້ອມທໍລະນີສັນຖານຫຼາຍຫຼາຍ ຣັດເຊຍມີຊັບພະຍາກອນແຮ່ທາດ ແລະ ພະລັງງານສຳຮອງໃຫຍ່ທີສຸດໃນໂລກ ແລະເປັນຜູ້ຜະລິດກ໊າສທຳມະຊາດອັນດັບໜຶ່ງຂອງໂລກ ເຊັ່ນດຽວກັບເປັນຜູ້ຜະລິດນຳມັນອັນດັບໜຶ່ງຂອງໂລກ ຣັດເຊຍມີປ່າໄມ້ສຳຮອງໃຫຍ່ທີສຸດໃນໂລກແລະ ທະເລສາບໃນຣັດເຊຍບັນຈຸນ້ຳຈືດປະມານໜຶ່ງໃນສີ່ຂອງໂລກ
ສະຫະພັນທະລັດຣັດເຊຍ Росси́йская Федера́ция
| |
---|---|
ປະເທດຣັດເຊຍ (ສີຂຽວແກ່) | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ມົດສະກູ |
ພາສາລັດຖະການ | ພາສາຣັດເຊຍ |
ການປົກຄອງ | ສະຫະພັນສາທາລະນະລັດກຶ່ງປະທານາທິບໍດີ |
• ປະທານປະເທດ | ວະລາດີມີຣ໌ ປູຕິນ |
• ນາຍົກລັດຖະມົນຕີ | ມິຄາອິລ ມິຊຸຊຕິນ |
• ປະທານສະພາສະຫະພັນ | ວາເລນຕີນາ ມັດວີເຍນໂຄ |
• ປະທານສະພາດູມາ | ເຊີຣ໌ເກຍ໌ ນາຣຶດຊະກິນ |
ກໍ່ຕັ້ງ | |
• ລາຊະວົງລູລິກ | ຄ.ສ. 862 |
• ຈັກກະວັດຄຽຟຣຸສ | ຄ.ສ. 882 |
• ວະລາດີມີ-ຊຸຊດັລ | ຄ.ສ. 1169 |
• ແກນດັຊຊີມອສໂກ | ຄ.ສ. 1283 |
• ຊາຣ໌ລັດເຊຍ | 16 ມັງກອນ ຄ.ສ. 1547 |
• ຈັກກະວັດຣັດເຊຍ | 22 ຕຸລາ ຄ.ສ. 1721 |
7 ພະຈິກ ຄ.ສ. 1917 | |
10 ທັນວາ ຄ.ສ. 1922 | |
• ສະຫະພັນທະລັດຣັດເຊຍ | 25 ທັນວາ ຄ.ສ. 1991 |
13[1] (ຮວມທັງໜອງນ້ຳ) | |
ປະຊາກອນ | |
• 2558 ປະມານ | 143,975,923[2] (ສາທາລະນະລັດໄຄເມຍແລະເຊວັສໂຕປອລ) (9) |
8.4 ຕໍ່ຕາລາງກິໂລແມັດ (21.8 ຕໍ່ຕາລາງໄມລ໌) (217) | |
GDP (ອຳນາດຊື້) | 2016 (ປະມານ) |
• ລວມ | 3.458 ພັນຕື້ໂດລາສະຫະລັດ[3] (6) |
• ຕໍ່ຫົວ | 24,067 ໂດລາສະຫະລັດ [4] |
GDP (ລາຄາຕະຫຼາດ) | 2558 (ປະມານ) |
• ລວມ | 1.176 ພັນຕື້ໂດລາສະຫະລັດ[3] (15) |
• ຕໍ່ຫົວ | 8,184 ໂດລາສະຫະລັດ[4] |
ຈີນີ (2555) | 42[5] ຂໍ້ຜິດພາດ: ຄ່າຈີນີບໍ່ຖືກຕ້ອງ |
HDI (2556) | 0.778[6] ຂໍ້ຜິດພາດ: ຄ່າ HDI ບໍ່ຖືກຕ້ອງ · 57 |
ສະກຸນເງິນ | ຣູເບິລ (RUB) |
ເຂດເວລາ | UTC+2 ເຖິງ +12 |
ລະຫັດໂທລະສັບ | 7 |
ລະຫັດອິນເຕີເນັດ |
ຣັດເຊຍ (Russia) ຕັ້ງຢູ່ໃນສອງທະວີບຄື: ເອີລົບຕະວັນຕົກ ແລະທະວີບອາຊີ.