ມິສແກຣນອິນເຕີເນຊັນແນລ 2015
From Wikipedia, the free encyclopedia
ມິສແກຣນອິນເຕີເນຊັນແນລ 2015 (ອັງກິດ : Miss Grand International 2015) ເປັນການຈັດການປະກວດມິສແກຣນອິນເຕີເນຊັນແນລຄັ້ງທີ 3 ຈັດກິດຈະກຳແລະເກັບຕົວຢູ່ຈັງຫວັດຕາດ ແລະ ຈັງຫວັດສະໝຸດສົງຄາມ ປະເທດໄທ ເຊິ່ງການປະກວດຮອບຕັດສິນຈັດຂຶ້ນໃນວັນທີ 25 ຕຸລາ 2015 ແລະຜູ້ຊະນະແມ່ນ ອາເນ ກາເຊຍ ຈາກ ສາທາລະນະລັດ ໂດມິນີກັນ. ແຕ່ຕໍ່ມາໃນເດືອນ ມີນາ 2016 ໄດ້ມີການປະກາດປົດ ອາເນຍ ກາເຊຍ ອອກຈາກຕຳແໜ່ງເນື່ອງຈາກບໍ່ສາມາດປະຕິບັດພາລະກິດໄດ້ ແລະ ໄດ້ແຕ່ງຕັ້ງ ຮອງອັນດັບ 1 ແຄລ ເອລິຊາເບດ ພາກເກີ ຈາກ ປະເທດອົດສະຕຣາລີ ດຳລົງຕຳແໜ່ງແລະປະຕິບັດພາລະກິດທີ່ເຫຼືອຈົນໝົດວາລະ.