ປະເທດແອັດສະໂຕນີ
ສາທາລະນະລັດໃນເອີຣົບເໜືອ From Wikipedia, the free encyclopedia
ສາທາລະນະລັດໃນເອີຣົບເໜືອ From Wikipedia, the free encyclopedia
ແອັດສະໂຕນີ (ອັງກິດ: Estonia; ແອັດສະໂຕນີ: Eesti, [ˈeːsʲti] ( ຟັງສຽງ)) ຫຼື ຊື່ທາງການແມ່ນ ສາທາລະນະລັດ ແອັດສະໂຕນີ (ອັງກິດ: Republic of Estonia; ແອັດສະໂຕນີ: Eesti Vabariik) ເປັນລັດອະທິປະໄຕໃນພາກພື້ນບານຕິກ ໃນເອີຣົບເໜືອ ມີອານາເຂດທາງທິດເໜືອຕິດກັບອ່າວແຟງລັງ ທິດຕາເວັນຕົກຕິດກັບທະເລບານຕິກ ມີຊາຍແດນທາງທິດໃຕ້ຕິດກັບປະເທດລັດເວຍ (ໄລຍະທາງ 343 ກິໂລແມັດ) ແລະ ທາງທິດຕາເວັນອອກຕິດກັບປະເທດລັດເຊຍ (ໄລຍະທາງ 338.6 ກິໂລແມັດ) ແອັດສະໂຕນີມີພື້ນທີ່ 45,227 ຕາລາງກິໂລແມັດ (17,462 ຕາລາງໄມລ໌) (ອັນດັບທີ 131 ຂອງໂລກ) ປະເທດແອັດສະໂຕນີປົກຄອງໂດຍລະບອບ ສາທາລະນະລັດ ປະຊາທິປະໄຕ ແບບລັດຖະສະພາ ມີປະທານາທິບໍດີເປັນປະມຸກ ແລະ ມີການແບ່ງເຂດການປົກຄອງອອກເປັນມົນທົນຈຳນວນ 15 ມົນທົນ ໂດຍມີເມືອງຫຼວງຊື່ວ່າ ຕາລິນ ໂດຍແອັດສະໂຕນີມີຈຳນວນປະຊາກອນຂອງປະເທດທີ່ນ້ອຍທີ່ສຸດໃນປະເທດສະມາຊິກຂອງສະຫະພາບເອີຣົບ.
ສາທາລະນະລັດ ແອັດສະໂຕນີ Eesti Vabariik (ແອັດສະໂຕນີ)
| |
---|---|
ທີ່ຕັ້ງຂອງ ປະເທດແອັດສະໂຕນີ (ຂຽວເຂັ້ມ) – ໃນເອີຣົບ (เขียว & ເທົາເຂັ້ມ) | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ຕາລິນa 59°25′N 24°45′E |
ພາສາລັດຖະການ ແລະ ພາສາປະຈຳຊາດ | ແອັດສະໂຕນີb |
ກຸ່ມຊາດພັນ (2021) |
|
ສາສະໜາ (2011[1]) |
|
ການປົກຄອງ | ລັດດ່ຽວ ສາທາລະພນະລັດລະບົບລັດຖະສະພາ |
• ປະທານາທິບໍດີ | ອາລາຣ ກາຣິສ |
• ນາຍົກລັດຖະມົນຕີ | ກາຢາ ກາລັສ |
• ປະທານຣີກິໂກກູ | Jüri Ratas |
ສະພານິຕິບັນຍັດ | Riigikogu |
ເອກະລາດ | |
• ເຂດປົກຄອງຕົນເອງ | 12 ເມສາ ຄ.ສ 1917 |
• ປະກາດ | 24 ກຸມພາ ຄ.ສ 1918 |
• ໄດ້ຮັບການຍອມຮັບ | 2 ກຸມພາ ຄ.ສ 1920 |
• ໂຊວຽດຄອບຄອງ | 16 ມິຖຸນາ ຄ.ສ 1940 |
• ເຢຍລະມັນຄອບຄອງ | 1941–1944 |
• ໂຊວຽດຄອບຄອງ | 1944–1991 |
• ແອັດສະໂຕນີເປັນເອກະລາດ | 20 ສິງຫາ ຄ.ສ 1991 |
• ເຂົ້າຮ່ວມອີຢູ | 1 May 2004 |
ພື້ນທີ່ | |
• ລວມ | 45,339[2] ຕາລາງກິໂລແມັດ (17,505 ຕາລາງໄມລ໌) (ອັນດັບທີ 129d) |
5.16 (ໃນປີ 2015)[3] | |
ປະຊາກອນ | |
• 2021 ປະມານ | 1,330,068[4] |
• | 1,294,455[5] |
30.9 ຕໍ່ຕາລາງກິໂລແມັດ (80.0 ຕໍ່ຕາລາງໄມລ໌) (ອັນດັບທີ 148) | |
GDP (ອຳນາດຊື້) | 2021 (ປະມານ) |
• ລວມ | 49.644 ຕື້ໂດລາສະຫະລັດ[6] |
• ຕໍ່ຫົວ | 41,892 ໂດລາສະຫະລັດ[6] (ອັນດັບທີ 41) |
GDP (ລາຄາຕະຫຼາດ) | 2021 (ປະມານ) |
• ລວມ | 35.187 ຕື້ໂດລາສະຫະລັດ[6] (ອັນດັບທີ 97) |
• ຕໍ່ຫົວ | 27,101 ໂດລາສະຫະລັດ[6] (ອັນດັບທີ 39) |
ຈີນີ (2020) | 30.5[7] ປານກາງ |
HDI (2019) | 0.892[8] ສູງຫຼາຍ · ອັນດັບທີ 29 |
ສະກຸນເງິນ | ເອີໂຣ (€) (EUR) |
ເຂດເວລາ | UTC+02:00 (ເວລາເອີຣົບຕາເວັນອອກ) |
• ລະດູຮ້ອນ (ເວລາອອມແສງ) | UTC+03:00 (ເວລາອອມແສງເອີຣົບຕາເວັນອອກ) |
ຂັບລົດດ້ານ | ຂວາມື |
ລະຫັດໂທລະສັບ | +372 |
ລະຫັດອິນເຕີເນັດ | .eec |
|
ແອັດສະໂຕນີປະກາດເອກະລາດຄັ້ງທຳອິດໃນປີ ຄ.ສ 1918 ກ່ອນຈະຖືກຍຶດຄອງໂດຍສະຫະພາບໂຊວຽດ, ນາຊີເຢຍລະມັນ ແລະ ສະຫະພາບໂຊວຽດອີກຄັ້ງຫຼັງຈາກສົງຄາມໂລກຄັ້ງທີສອງ ແອັດສະໂຕນີກັບມາເປັນລັດເອກະລາດອີກຄັ້ງຫຼັງຈາກການລົ້ມສະຫຼາຍຂອງສະຫະພາບໂຊວຽດ ຕໍ່ມາແອັດສະໂຕນີກໍເຂົ້າຮ່ວມອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ ແລະ ສະຫະພາບເອີຣົບ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.