ປະເທດທີ່ບໍ່ມີທາງອອກສູ່ທະເລ
From Wikipedia, the free encyclopedia
ປະເທດທີ່ບໍ່ມີທາງອອກສູ່ທະເລມັກຈະຖືກນິຍາມວ່າ: ປະເທດທີ່ຖືກປິດລ້ອມ ຫຼື ເກືອບຖືກປິດລ້ອມດ້ວຍແຜ່ນດິນ ໃນປີ ຄ.ສ. 2011 ມີທັງໝົດ 44 ປະເທດ. ການເປັນປະເທດທີ່ບໍ່ມີທາງອອກສູ່ທະເລນັບເປັນຈຸດດ້ອຍທາງພູມສັນຖານ ເພາະນອກຈາກຈະຖືກປິດກັ້ນຈາກຊັບພະຍາກອນທາງທະເລ ແລ້ວຍັງເຮັດໃຫ້ບໍ່ສາມາດຄ້າຂາຍທາງທະເລອີກດ້ວຍ. ປະເທດທີ່ຕິດກັບທະເລມີທ່າອຽງ ທີ່ຈະລ່ຳລວຍ ແລະ ປະຊາກອນຫຼາຍກວ່າປະເທດທີ່ບໍ່ມີທາງອອກສູ່ທະເລ. ນອກຈາກນີ້ຍັງມີຄຳວ່າ ທະເລປິດ ໝາຍເຖິງທະເລທີ່ບໍ່ໄດ້ເຊື່ອມຕໍ່ກັບມະຫາສະໝຸດເຊັ່ນ: ທະເລກັດສະປຽນ ບາງເທື່ອອາດເຂົ້າໃຈວ່າ ທະເລສາບກັດສະປຽນ ນອກຈາກນີ້ຍັງມີທະເລອື່ນໆເຊັ່ນ: ທະເລແດງ, ທະເລເມດີແຕຣາເນ, ທະເລດຳ ມີຊ່ອງທາງອອກສູ່ທະເລໜ້ອຍ.