ພະນະຄອນສີອະຍຸທະຍາ (ຄຳເຄົ້າ: ພຣະນຄຣສຣີອຍຸທຍາ[1], ໄທ:พระนครศรีอยุธยา) ຫຼື ແຂວງພະນະຄອນສີອະຍຸທະຍາ ແມ່ນນະຄອນຫຼວງເກົ່າຂອງປະເທດໄທ. ແມ່ນຈັງຫວັດໃນພາກກາງ ມີປະຫວັດສາດຍາວນານນັບເລີ່ມຕັ້ງແຕ່ ອານາຈັກຂອມ ອານາຈັກລະໂວ້ ອານາຈັກອະໂຍທະຍາ ຈນສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງ.

Quick Facts ຈັງຫວັດພະນະຄອນສີອະຍຸທະຍາจังหวัดพระนครศรีอยุธยา ອະຍຸທະຍາ, ປະເທດ ...
ຈັງຫວັດພະນະຄອນສີອະຍຸທະຍາ

จังหวัดพระนครศรีอยุธยา

ອະຍຸທະຍາ
Thumb
ວັດໄຊວັດທະນາຣາມ
Thumb
ທຸງ
Thumb
ກາ
ຊື່: 
ກຸງເທບມະຫານະຄອນບໍວອນທະວາລະວະດີສີອະຍຸທະຍາ ມະຫາດິຫຼົກນົບພະລັດ ລາຊະທານີບຸລີລົມ
ຄຳຂວັນ: 
ราชธานีเก่า อู่ข้าวอู่น้ำ เลิศล้ำกานท์กวี คนดีศรีอยุธยา เลอคุณค่ามรดกโลก
(ລາຊະທານີເກົ່າ ອູ່ເຂົ້າອູ່ນ້ຳ ເລີດລ້ຳການກະວີ ຄົນດີສີອະຍຸທະຍາ ເລີຄຸນຄ່າມໍລະດົກໂລກ)
ເພງ: ກຸງສີອະຍຸທະຍາ
Thumb
ແຜນທີ່ປະເທດໄທ ຈັງຫວັດພະນະຄອນສີອະຍຸທະຍາເນ້ນສີແດງ
ປະເທດທຸງຊາດຂອງໄທ ໄທ
ອຳເພີເມືອງພະນະຄອນສີອະຍຸທະຍາ
ສ້າງຕັ້ງ9 ເມສາ ຄ.ສ. 1350
ຜູ້ກໍ່ຕັ້ງສົມເດັດພະຣາມາທິບໍດີທີ ໑
ການປົກຄອງ
  ຜູ້ວ່າລາຊະການນິວັດ ຣຸ່ງສາຄອນ
  ນາຍົກອົງການບໍລິຫານສົມຊົງ ພັນຈະເຣີນວໍຣະກຸນ
ພື້ນທີ່
  ທັງໝົດ2,556.64 ຕລ.ກມ. (Bad rounding here990 ຕລ.ໄມລ໌)
ອັນດັບພື້ນທີ່63
ປະຊາກອນ
 (ຄ.ສ. 2023)
  ທັງໝົດ822,106 ຄົນ
  ຄວາມໜາແໜ້ນ320 ຄົນ/ຕລ.ກມ. (830 ຄົນ/ຕລ.ໄມລ໌)
ເດມະນິມຊາວອະຍຸທະຍາ
ເຂດເວລາUTC+7 (ICT)
ລະຫັດ ISO 3166TH-14
ທະບຽນພາຫະນະพระนครศรีอยุธยา
ເວັບໄຊayutthaya.go.th
Close

Thumb

ປະຫວັດ

ແຕ່ກ່ອນແຂວງພະນະຄອນສີອະຍຸທະຍາແມ່ນທີ່ຕັ້ງຂອງອານາຈັກອະຍຸທະຍາ ເຊິ່ງສະຖາປະນາຂື້ນໃນປີ 1350 ໂດຍສົມເດັດພະລາມາທິບໍດີທີ 1 ຫຼືພະເຈົ້າອູ່ທອງ ກົງກັບສະໄໝສົມເດັດເຈົ້າຟ້າງຸ່ມ ແຫ່ງອານາຈັກລ້ານຊ້າງ ຍັງມີອານາເຂດທີ່ບໍ່ໃຫຍ່. ຕໍ່ມາກະສັດແຫ່ງກຸງສີອະຍຸທະຍາສາມາດໄດ້ດິນແດນອ້ອມຂ້າງເປັນປະເທດລາດ ມີອານາເຂດກວ້າງຂວາງ ແຕ່ກໍ່ເສຍເມືອງເທື່ອທຳອິດໃຫ້ແກ່ພະມ້າໃນປີ 1569 ໃນສະໄໝສົມເດັດພະມະຫິນທາທິລາດ ແລະສາມາດກອບກູ້ເມືອງໄດ້ສຳເລັດໃນປີ 1592 ໂດຍສົມເດັດພະນະເລສວນມະຫາລາດ ເຮັດຍຸທະຫັດຖີ (ການສູ້ຮົບກັນຕົວຕໍ່ຕົວເທິງຫຼັງຊ້າງ) ກັບພະມະຫາອຸປະລາຊາ ແຫ່ງອານາຈັກຫົງສາວະດີ ເຮັດໃຫ້ພະມ້າບໍ່ມາຍຶດເມືອງກວ່າຮ້ອຍກວ່າປີ. ໃນສະໄໝສົມເດັດພະນາລາຍມະຫາລາດ ເປັນຍຸກສະໄໝທີ່ມີການຄ້າເສລີ ມີຊາວຕາເວັນຕົກມາຄ້າຂາຍເປັນຈຳນວນຫຼາຍ ໂດຍສະເພາະແມ່ນຊາວຝະລັ່ງ. ສຸດທ້າຍພະມ້າກໍ່ກັບມາຕີຈົນເສຍກຸງສີອະຍຸທະຍາເປັນຄັ້ງທີສອງໃນປີ ພ.ສ. 2310 ໃນສະໄໝສົມເດັດພະທີ່ນັ່ງສຸລິຍາດອະມະລິນ ຫຼື ພະເຈົ້າເອກະທັດ ຕໍ່ມາຖືກຍົກໃຫ້ເປັນເມືອງຈັດຕະວາຊື່ວ່າ ເມືອງຫຼວງເກົ່າ.

ການປົກຄອງ

ພະນະຄອນສີອະຍຸທະຍາມີ 16 ບັນດາເມືອງ

  1. ເມືອງພະນະຄອນສີອະຍຸທະຍາ
  2. ເມືອງທ່າເຮືອ
  3. ເມືອງນະຄອນຫຼວງ
  4. ເມືອງບາງໄຊ
  5. ເມືອງບາງບານ
  6. ເມືອງບາງປະອິນ
  7. ເມືອງບາງປະຫັນ
  8. ເມືອງຜັກໄຫ່
  9. ເມືອງພາຊີ
  10. ເມືອງລາດບັວຫຼວງ
  11. ເມືອງວັງນ້ອຍ
  12. ເມືອງເສນາ
  13. ເມືອງບາງສ້າຍ
  14. ເມືອງອູໄທ
  15. ເມືອງມະຫາລາດ
  16. ເມືອງບ້ານແພກ
 Thumb

ອ້າງອີງ

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.