From Wikipedia, the free encyclopedia
ພິຊຊ່າ (ອິຕາລີ: pizza) ເປົນອາຫານຂອງອິຕາລີແລະອາຫານໄວທີ່ຊາວອິຕາລີໄດ້ປະດິດ ພິຊຊ່າມີເບິ່ງເປັນແປ້ງແບບກລົມເທດ້ວຍຊອດໝາກເລັ່ນ ຫຼັງຈາກນັ້ນປຸງແຕ່ງໂດຍການອົບໃນເຕົາອົບ
ໃນອິຕາລີ ການຮັບໃຊ້ພິຊຊ່າສໍາລັບໂອກາດທີ່ເປັນທາງການຈະຮັບໃຊ້ບໍ່ຕັດແລະກິນດ້ວຍມີດກັບສ້ອມ[1][2] ໃນຂະນະທີ່ຊາວອິຕາລີໂດຍທົ່ວໄປໃນເວລາທີ່ກິນພິຊຊ່າໃນໂອກາດທີ່ບໍ່ເປັນທາງການເຊັ່ນ ການກິນອາຫານຢູ່ເຮືອນ ພິຊຊ່າຖືກຕັດອອກເປັນຕ່ອນຂະໜາດນ້ອຍ ແລະ ມັກກິນດ້ວຍມື ຄໍາວ່າພິຊຊ່າໄດ້ຖືກບັນທຶກໄວ້ຄັ້ງທໍາອິດໃນສະຕະວັດທີ 10 ໃນເອກະສານພາສາລາຕິນ ໃນເມືອງກາເອຕາ (Gaeta) ເຊິ່ງຢູ່ໃນທາງພາດໃຕ້ຂອງອິຕາລີແຄວ້ນລັຕຊີໂຕ[3] ພິຊຊ່າທີ່ສະໄໝ່ໃໝ່ໄດ້ຖືກປະດິດໃນເມືອງເນເປົລ ແລະເປັນທີ່ນິຍົມຢ່າງກວ້າງຂວາງໃນພາຍຫລັງ[4] ພິຊຊ່າໄດ້ກາຍເປັນຫນຶ່ງໃນອາຫານທີ່ນິຍົມທີ່ສຸດໃນໂລກແລະເປັນອາຫານໄວທົ່ວໄປໃນເອີຣົບແລະອາເມລິກາເໜືອ ເຊິ່ງຊອກຫາໄດ້ງ່າຍໃນຮ້ານອາຫານທີ່ຂາຍພິຊຊ່າໂດຍສະເພາະ (Pizzerias) ໃນຮ້ານອາຫານຕາເວັນຕົກປົກກະຕິ ແລະໃນຮູບແບບການຈັດສົ່ງ[5][6] ບໍລິສັດຈໍານວນຫຼາຍໄດ້ຂາຍພິຊຊ່າໃນຮູບແບບແຊ່ແຂງ[7] ເພື່ອເພີ່ມຄວາມສະດວກໃຫ້ແກ່ລູກຄ້າໃນການນໍາເຂົ້າໄມໂຄເວຟພ້ອມກິນ[8]
Associazione Verace Pizza Napoletana (True Neapolitan Pizza Association) ເປັນອົງການທີ່ບໍ່ຫວັງຜົນກໍາໄລທີ່ສ້າງຕັ້ງຂຶ້ນໃນປີ 1984 ໂດຍມີສໍານັກງານໃຫຍ່ຢູ່ໃນເມືອງເນເປິລ, ປະເທດອິຕາລີ ມີຈຸດປະສົງເພື່ອສົ່ງເສີມລົດຊາດພື້ນເມືອງແລະຄວາມນິຍົມຂອງພິຊຊ່າ ໃນປີ 2009 ອົງການໄດ້ລົງທະບຽນກັບສະຫະພາບເອີຣົບເພື່ອຮັບຮອງພິຊຊ່າເປັນອາຫານພິເສດແລະສະທ້ອນໃຫ້ເຫັນວັດທະນະທໍາພື້ນເມືອງຂອງຜູ້ຜະລິດ[9] ແລະໃນປີ 2017 ສິລະປະການເຮັດພິຊຊ່າໄດ້ຖືກບັນຈຸເຂົ້າໃນບັນຊີລາຍຊື່ມໍລະດົກໂລກທາງວັດທະນະທໍາທີ່ບໍ່ມີຕົວຕົນຂອງອົງການຍູເນສໂກ[10]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.