From Wikipedia, the free encyclopedia
ບຣາຊິນ ຫຼື ເບຣຊິນ (ອັງກິດ: Brazil; ປອກຕຸຍການ: Brasil, ສຳນຽງບຣາຊິນ: [bɾaˈziw] ( ຟັງສຽງ)) ຫຼື ຊື່ທາງການວ່າ ສະຫະພັນສາທາລະນະລັດບຣາຊິນ (ອັງກິດ: Federal Republic of Brazil; ປອກຕຸຍການ: República Federativa do Brasil)[7] ເປັນປະເທດທີ່ໃຫຍ່ທີ່ສຸດໃນທະວີບອາເມຣິກາໃຕ້ ແລະ ພື້ນທີ່ອາເມຣິກາລາແຕງ ດ້ວຍເນື້ອທີ່ 8.5 ລ້ານຕາລາງກິໂລແມັດ (3,300,000 ຕາລາງກິໂລແມັດ)[8] ແລະ ປະຊາກອນກວ່າ 211 ລ້ານຄົນ ຈຶ່ງເປັນປະເທດທີ່ມີພື້ນທີ່ຫຼາຍທີ່ສຸດເປັນອັນດັບທີ 5 ແລະ ມີ ປະຊາກອນຫຼາຍທີ່ສຸດເປັນອັນດັບທີ 6 ຂອງໂລກ ໂດຍມີເມືອງຫຼວງຄືບຣາຊີເລຍ ສ່ວນເມືອງທີ່ມີປະຊາກອນຫຼາຍທີ່ສຸດແມ່ນນະຄອນຊາວເປົາໂລ ສະຫະພັນບຣາຊິນປະກອບດ້ວຍການລວມກັນຂອງລັດ 26 ລັດ ແລະ ເຂດເມືອງຫຼວງສະຫະພັນ ເປັນປະເທດທີ່ໃຫຍ່ທີ່ສຸດໃນໂລກ ແລະ ເປັນປະເທດດຽວໃນທະວີບອາເມຣິກາທີ່ໃຊ້ພາສາປອກຕຸຍການເປັນພາສາລັດຖະການ[9][10] ນອກຈາກນີ້ຍັງເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ຊົນເຜົ່າຫຼາຍທີ່ສຸດປະເທດໜຶ່ງຈາກການຍ້າຍຖິ່ນເຂົ້າມາຂອງຜູ້ຄົນຈາກທົ່ວໂລກມາດົນກວ່າໜຶ່ງສະຕະວັດ[11]
República Federativa do Brasil (ປອກຕຸຍການ) ສະຫະພັນສາທາລະນະລັດບຣາຊິນ
| |
---|---|
ທີ່ຕັ້ງຂອງ ປະເທດບຣາຊິນ (ຂຽວ) ໃນທະວີບອາເມຣິກາໃຕ້ (ເທົາ) | |
ເມືອງຫຼວງ | ບຣາຊີເລຍ |
ເມືອງໃຫຍ່ທີ່ສຸດ | ຊາວເປົາໂລ 23°33′S 46°38′W |
ພາສາລັດຖະການ | ປອກຕຸຍການ[2] |
ການປົກຄອງ | ສະຫະພັນສາທາລະນະລັດລະບົບປະທານາທິບໍດີ |
• ປະທານາທິບໍດີ | ຈາອີ ໂບລໂຊນາຣູ |
• ຮອງປະທານາທິບໍດີ | ອາມິວຕົງ ໂມເຣົາ |
• ປະທານ ສະພາຜູ້ແທນລາຊະດອນ | ອາຣຕູຣ ລີຣາ |
• ປະທານ ສະພາສູງສະຫະພັນ | ໂຮດຣີກູ ປາເສກູ |
• ประธาน ສານສູງສຸດຂອງລັດຖະບານກາງ | ລູວິສ ຟຸກສ໌ |
ສະພານິຕິບັນຍັດ | ລັດສະພາແຫ່ງຊາດ |
• ສະພາສູງ | ສະພາສູງສະຫະພັນ |
• ສະພາລຸ່ມ | ສະພາຜູ້ແທນລາຊະດອນ |
ເອກະລາດ ຈາກສະຫະລາຊະອານາຈັກປອກຕຸຍການ, ບຣາຊິນ ແລະ ອັນກາຟ | |
• ປະກາດ | 7 ກັນຍາ 1822 |
• ໄດ້ຮັບການຮັບຮອງ | 29 ສິງຫາ 1825 |
• ສາທາລະນະລັດ | 15 ພະຈິກ 1889 |
• ລັດຖະທໍາມະນູນສະບັບປັດຈຸບັນ | 5 ຕຸລາ 1988 |
0.65 | |
ປະຊາກອນ | |
• ຄ.ສ 2022 ປະມານ | 217,240,060[3] (7) |
GDP (ອຳນາດຊື້) | ຄ.ສ. 2022 (ປະມານ) |
• ລວມ | 3.680 ພັນຕື້ໂດລາສະຫະລັດ[4] (9) |
• ຕໍ່ຫົວ | 17,208 ໂດລາສະຫະລັດ[4] (88) |
GDP (ລາຄາຕະຫຼາດ) | ຄ.ສ 2022 (ປະມານ) |
• ລວມ | 1.833 ພັນຕື້ໂດລາສະຫະລັດ[4] (12) |
• ຕໍ່ຫົວ | 8,570 ໂດລາສະຫະລັດ[4] (104) |
ຈີນີ (ຄ.ສ. 2019) | 53.4[5] ສູງ · 10 |
HDI (ຄ.ສ 2021) | 0.754[6] ສູງ · 87 |
ສະກຸນເງິນ | ເຣອັນ (R$) (BRL) |
ເຂດເວລາ | UTC−2 ຫາ −5 (ເວລາໃນປະເທດບຣາຊິນ) |
ຮູບແບບວັນທີ | ວ/ດ/ປ (ຄ.ສ) |
ໄຟບ້ານ | 220 ໂວລ, 60 ເຮີດຕ໌ ແລະ 127 ໂວລ, 60 ເຮີດຕ໌ |
ຂັບລົດດ້ານ | ຂວາມື |
ລະຫັດໂທລະສັບ | +55 |
ລະຫັດອິນເຕີເນັດ | .br |
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.