ສະປີຊີ (ອັງກິດ: Species) ຫຼື ແອສະແປດ (ຝຣັ່ງ: Espèce) ໝາຍເຖິງ ກຸ່ມສິ່ງມີຊີວິດທີ່ເຫັນວ່າມີຄວາມຄ້າຍຄຶງກັນຫຼາຍ ດັ່ງເຊັ່ນ ແອສະແປດ "ນົກມາກາເລີ" (Macareux) ໝາຍເຖິງ ນົກກຸ່ມນຶ່ງທີ່ພົບທົ່ວໄປໃນແຖບອັດລັງຕິກເໜືອ. ມາກາເລີປະສົມພັນໃນໂພງເທິງພື້ນດິນ ແລະມີຈະງອຍສົບຫຼາຍສີ ຕີນສີສົ້ມ ແລະມີທ່າຍ່າງໜ້າຂົບຂັນ ຄຳອະທິບາຍເຊັ່ນນີ້ມີປະໂຫຍດ ແຕ່ນັກວິວັດທະນາການແຍກສິ່ງມີຊີວິດອອກເປັນສະປີຊີໄດ້ດ້ວຍວິທີທີ່ງ່າຍກວ່ານີ້ຫຼາຍ. ກ່າວແມ່ນສິ່ງມີຊີວິດສະປີຊີດຽວກັນ ຈະຕ້ອງປະສົມພັນກັນໄດ້ແລະມີລູກດ້ວຍກັນໄດ້. ມາກາເລີຈະປະສົມກັບມາກາເລີດ້ວຍກັນເອງ ບໍ່ແມ່ນກັບນົກຊະນິດອື່ນ ເຊັ່ນ ນົກແປງກູແອງນ້ອຍ (petit-pingouin) ຫຼືນົກກີໂມ (guillemot) ສະນັ້ນນົກເຫຼົ່ານີ້ຈຶ່ງເປັນນົກຕ່າງສະປີຊີໄປຈາກນົກມາກາເລີ.

ອ້າງອີງ

ແຫຼ່ງຂໍ້ມູນ

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.