From Wikipedia, the free encyclopedia
ເສດຖະກິດຕົກຕໍ່າ (ພາສາອັງກິດ:recession) ໂດຍທົ່ວໄປ ໃນ ເສດຖະສາດມະຫາພາກ ຈະໝາຍເຖິງ ສະພາວະ ທີ່ ອັດຕາຂະຫຍາຍໂຕທາງດ້ານເສດຖະກິດ ຫຼຸດລົງ ຕໍ່ເນື່ອງກັນ ແຕ່ 2 ໄຕມາດ ຂຶ້ນໄປ. ເຖິງຢ່າງໃດກໍ່ຕາມ ອັນນີ້ ບໍ່ແມ່ນນິຍາມ ທີ່ ຖືກຍອມຮັບກັນໂດຍທົ່ວໄປ ແບບແຜ່ຫຼາຍ. ໃນ ພາສາອັງກິດ ຄຳວ່າ recession ຈະຖືກໃຊ້ເພື່ອໝາຍເຖິງ ສະພາວະເສດຖະກິດຕົກຕໍ່າທີ່ຍັງເບົາບາງ, depression ໝາຍເຖິງສະພາວະເສດຖະກິດຕົກຕໍ່າທີ່ຕໍ່ເນື່່ອງ ເປັນໄລຍະກາງ ໃນ ຂະນະທີ່ crisis ຈະໝາຍເຖິງ ວິກິດການທາງດ້ານເສດຖະກິດ ຫຼື ສະພາວະ ທີ່ ເສດຖະກິດຕົກຕໍ່າໜັກໜ່ວງ ເຊັ່ນ ວິກິດການການເງິນ ທີ່ ເກີດຂຶ້ນ ຢູ່ ອາຊີ ໃນ ທ້າຍສັດຕະວັດທີ 20 ເຊິ່ງເວົ້າກັນວ່າ ມີ ການປ່ຽນລະບົບອັດຕາແລກປ່ຽນ ຂອງ ເງິນບາດ ຢູ່ ປະເທດໄທ ຈາກ ລະບົບອັດຕາແລກປ່ຽນເງິນຕາເຄິ່ງຄົງທີ່ ໄປຫາ ລະບົບອັດຕາແລກປ່ຽນເງິນຕາລອຍໂຕ ເປັນສາຍເຫດຫຼັກອັນໜຶ່ງ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.