ເຂົ້າໜຽວ (ຊື່ວິທະຍາສາດ: Oryza sativa var. glutinosa) ແມ່ນເຂົ້າອັນມີຮູບຮ່າງໜ້າຕາເດັ່ນ ແມ່ນການຕິດກັນປານກາວຂອງເມັດເຂົ້າອັນສຸກແລ້ວ. ປູກຫຼາຍຫຼວງໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທາງພາກຕະເວັນອອກສຽງເໜືອຂອງລາຊະອານາຈັກໄທ. ເຂົ້າໜຽວແມ່ນທີ່ນິຍົມຊົມຊື່ນກິນຢ່າງກວ້າງຂວາງໃນເມືອງລາວ ແລະເປັນຂອງກິນຫຼັກຂອງປະເທດ. ນອກຈາກການກິນໂດຍກົງແລ້ວ ຍັງມີການເອົາເຂົ້າໜຽວມາເປັນວັດຖຸດິບໃນການເຮັດເຫຼ້າພື້ນເມືອງ, ການເຮັດແປ້ງເຂົ້າໜຽວເພື່ອອຸດສາຫະກຳສະບຽງອາຫານ ແລະ ເຂົ້າໜົມກິນຫຼິ້ນ.

ເຂົ້າໜຽວດຳ

ເຂົ້າໜຽວມີ 2 ສີ ແມ່ນ ສີຂາວແລະສີດຳ ແຕ່ຢ່າງໃດກໍດີ ເຂົ້າໜຽວດຳຈະມີສານອາຫານ ອັນເປັນປະໂຫຍດຫຼາຍຫຼວງກວ່າເຂົ້າໜຽວຂາວ ສານອາຫານອັນເອີ້ນວ່າ ໂອເປເຊ (OPC) ແມ່ນມີສັບພະຄຸນຊ່ອຍເຫຼືອໃຫ້ການເຖົ້າການແກ່ແລະຄວາມເສື່ອມຖອຍຂອງຮ່າຍຄີງຊ້ານານລົງ ໂດຍສານໂອເປເຊອັນພົບພໍ້ໃນເຂົ້າໜຽວດຳ ເປັນສານຊະນິດດຽວກັບສານສະກັດອັນໄດ້ຈາກໝາກອະງຸ່ນແດງເປືອກສົນ.

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.