ກະສັດແຫ່ງສຸໂຂໄທ From Wikipedia, the free encyclopedia
ພໍ່ຂຸນບານເມືອງ (ໄທ:พ่อขุนบานเมือง) ແມ່ນພະລາຊະໂອລົດອົງໃຫຍ່ໃນພໍ່ຂຸນສີອິນທາທິດແລະພະນາງເສືອງແລະເປັນສົມເດັດພະເຊດຖາທິລາດ (ອ້າຍ)ໃນພໍ່ຂຸນຮາມຄຳແຫງມະຫາລາດ ສະເຫວີຍລາຊະສົມບັດໃນອານາຈັກສຸໂຂໄທຫຼັງຈາກພໍ່ຂຸນສີອິນທາທິດສະເດັດສະຫວັນຄົດ (1821) ແລະຄອງລາດຢູ່ຈົນຮອດ ພ.ສ. 1822 ພຽງເກືອບ 1 ປີ
ພໍ່ຂຸນບານເມືອງ | |
---|---|
| |
ພະບໍລົມນາມາພິໄທ | ພະບານເມືອງ |
ພະລາຊະອິສະລິຍະຍົດ | ພະຣ່ວງເຈົ້າສຸໂຂໄທ |
ລາຊະວົງ | ພະຣ່ວງ |
ຄອງລາດ | ຄ.ສ. 1270 - 1279 |
ໄລຍະຄອງລາດ | 9 ປີ |
ລາຊະການກ່ອນໜ້າ | ພໍ່ຂຸນສີອິນທາທິດ |
ລາຊະການຕໍ່ໄປ | ພໍ່ຂຸນຣາມຄຳແຫງມະຫາລາດ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | ປະມານ ຄ.ສ. 1237 |
ສະຫວັນຄົດ | ຄ.ສ. 1279 |
ພະລາດຊະບຸດ | ພະຍາງັ່ວນຳຖຸມ |
ປະຫວັດສາດສະໄໝພໍ່ຂຸນບານເມືອງນີ້ມີບໍ່ຄ່ອຍຫຼາຍ ເພາະບໍ່ຄ່ອຍມີຫຼັກຖານທີ່ຊັດເຈນ ມີກໍພຽງແຕ່ສະເຫວີຍລາຊະສົມບັດຕໍ່ຈາກພໍ່ຂຸນສີອິນທາທິດ ແລະເຮັດສົງຄາມຂະຫຍາຍອານາຈັກເທົ່ານັ້ນ
ພໍ່ຂຸນບານເມືອງໄດ້ເຮັດສົງຄາມກັບເມືອງຕ່າງໆ ໃນຫຼາຍປະເທດເພື່ອຂະຫຍາຍອຳນາດແຫ່ງສຸໂຂໄທ ເຊິ່ງພະອົງມີພະປີຊາສາມາດໃນການເຮັດສຶກສົງຄາມຫຼາຍ ໂດຍມີສົມເດັດພະອະນຸຊາທິລາດ (ພໍ່ຂຸນຮາມຄຳແຫງມະຫາລາດ) ເປັນແມ່ທັບ ດັງປາກົດໃນສິລາຈາລຶກຫຼັກທີ່ 1 ວ່າ "ກູໄປ່ໄທ່ບ້ານໄທ່ເມືອງ ໄດ້ຊ້າງ ໄດ້ງວງ ໄດ້ປົ່ວ ໄດ້ນາງ ໄດ້ເງືອນ ໄດ້ທອງ ກູເອົາມາເວນແກ່ພໍ່ກູ ພໍ່ກູຕາຍເວນຍັງພີ່ກູ ກູພ່ຳບຳເລີແກ່ພີ່ກູ ດັງບຳເລີແກ່ພໍ່ກູ" ໝາຍຄວາມວ່າເມື່ອພະຮາມຄຳແຫງຍົກທັບໄປຕີເມືອງອື່ນຈົນໄດ້ໄຊຊະນະ ກໍນຳຊ້າງ ນຳຜູ້ຄົນ ຊັບສິນເງິນທອງ ມາຖະຫວາຍແດ່ພະລາຊະບິດາ ເມື່ອພະລາຊະບິດາສະຫວັນຄົດ ກໍເຮັດຢ່າງດຽວກັນກັບພໍ່ຂຸນບານເມືອງ
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.