ລັດທິ (ຄຳເຄົ້າ: ລັທທິ[1], ອັງກິດ: doctrine, ຝຣັ່ງ: doctrine) ແມ່ນຄຳສັ່ງສອນ ທີ່ມີຜູ້ເຊື່ອຖືແລະມີອິດທິພົນຕໍ່ການດຳເນີນຊີວິດຂອງມະນຸດ ເຊັ່ນລັດທິທາງການເມືອງ ລັດທິເສດຖະກິດ ລັດທິປັດຊະຍາ ລັດທິທາງສາສະໜາ ຯລຯ. ລັດທິທາງສາສະໜາຈະມີຄວາມໝາຍແຄບກວ່າສາສະໜາ ເຊິ່ງເປັນຄຳສອນສະເພາະກຸ່ມຂອງຜູ້ນັບຖືສາສະໜາດຽວກັນ ແຕ່ມີຄວາມແຕກຕ່າງກັນໃນສາລະສຳຄັນ ເຊັ່ນ ພຸດທະສາສະໜາ ມີລັດທິມະຫາຍານ ລັດທິຫິນະຍານ (ເຖລະວາດ) ຫຼືໃຊ້ຄຳວ່າ ນິກາຍ ແທນກໍໄດ້. ລັດທິທີ່ສະແດງເຖິງຄວາມເຊື່ອຫຼືແນວທາງປະຕິບັດເພື່ອຄວາມໝັ້ນຄົງທາງຈິດໃຈຂອງມະນຸດແຕ່ບໍ່ມີລັກສະນະທີ່ເອີ້ນວ່າສາສະໜາໄດ້ ເຊັ່ນ ລັດທິບູຊາບັນພະບຸລຸດ ລັດທິນັບຖືຜີສາງເທວະດາ ຯລຯ. ລັທທິເຫຼົ່ານີ້ມີແຕ່ຄຳສັ່ງແລະພິທີກຳ ແຕ່ບໍ່ມີຫຼັກຄຳສອນທາງຈະລິຍະທຳ ບໍ່ມີຄຳພີຫຼືອົງສາສະດາ ຈຶ່ງບໍ່ອາດເອີ້ນວ່າສາສະໜາໄດ້.

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.