From Wikipedia, the free encyclopedia
ການຄົມມະນາຄົມໃນປະເທດລາວເປັນການຄົມມະນາຄົມໃນສປປ ລາວ. ສປປ ລາວ ມີລະບົບການຄົມມະນາຄົມທີ່ທັນສະໝັຍແລະຫຼາກຫຼາຍ ຮວມໄປເຖິງສະໜາມບິນຕ່າງ ໆ ແຕ່ສປປ ລາວ ບໍ່ມີດ້ານໃດຕິດກັບທະເລ ດັງນັ້ນສປປ ລາວ ຈຶງບໍ່ໄມ່ທ່າເຮືອເແຕ່ຢ່າງໃດ
ໃນປັດຈຸບັນປະເທດລາວເກືອບບໍ່ມີລະບົບລົດໄຟ ໃນປີ ຄ.ສ. 2007 ຈຶງໄດ້ມີການກ່ອສ້າງຮາງຕໍ່ຈາກເຄືອຂ່າຍລົດໄຟປະເທດໄທ ອອກໄປ 3.5 ກິໂລແມ້ດ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທຳອິດ ເຂົ້າສູ່ປະເທດລາວ ແລະໄດ້ມີການສຳຫຼວດເພື່ອສ້າງຕໍ່ໄປອີກ 12 ກິໂລແມ້ດ ໄປຍັງວຽງຈັນ [1]
ນອກຈາກນັ້ນ ປະເທດລາວກໍ້ຍັງບໍ່ມີການຄົມມະນາຄົມຕິດຕໍ່ກັບປະເທດເພື່ອນບ້ານໃດທາງລົດໄຟ ເຖິງແມ້ວ່າຈະມີຂໍ້ສະເໜີໃນການສ້າງລົດໄຟຕິດຕໍ່ກັບປະເທດຫວຽດນາມ ມາກ່ອນກໍ່ຕາມ ປະເທດເພື່ອນບ້ານຕ່າງ ໆ ໃຊ້ຮາງຂະໜາດ 1000 ມິນລິແມ້ດ ຮວມທັ້ງຮາງທີ່ໄປຮອດຍູນນານໃນປະເທດຈີນ
ປະເທດລາວມີທາງຫຼວງດ້ວຍກັນທັງໝົດ 21,716 ກິໂລແມ້ດ ໃນຈຳນວນນັ້ນ 9,673.5 ກິໂລແມ້ດລາດຍາງ ແລະ ທີ່ເຫຼືອອີກ 12,042 ກິໂລແມ້ດ ທີ່ບໍ່ໄດ້ລາດຍາງ ແລະ ປະເທດລາວຂັບລົດທາງຂວາ
ປະເທດລາວກຳລັງຢູ່ໃນລະຫວ່າງການສ້າງທາງຫຼວງໃໝ່ໂດຍໃຊ້ເງິນທຸນລັດຖະບານຢີ່ປຸ່ນ ເຊື່ອມ ແຂວງສະຫວັນນະເຂດ ກັບເຂດແດນຫວຽດນາມທີ່ລາວເບາ ເຊຶ່ງເມື່ອສ້າງສຳເລັດ ຈະເປັນຜົນເຮັດໃຫ້ການເດິນທາງຜ່ານປະເທດລາວສະດວກມາກຂຶ້ນ ຖະໜົນສາຍປັດຈຸບັນໃຊ້ເວລາເດິນທາງທັງໝົດຮາວສອງເຖິງສາມຊົ່ວໂມງ ເມື່ອທຽບກັບ 9 ຊົ່ວໂມງບນຖະໜົນບໍ່ຮຽບເປັນຫລຸມບໍ່ (ແຕ່ທິວທັດສວຍ) ໃນປີ 2002
ປະເທດລາວມີແມ່ນ້ຳທີ່ໃຊ້ໃນການຄົມມະນາຄົມໄດ້ 4,587 ກິໂລແມ້ດ ສ່ວນໃຫຍ່ແມ່ນນ້ຳຂອງ ແລະລຳຄລອງທີ່ແຍກອອກໄປ ແລະອີກ 2,897 ກິໂລແມ້ດ ທີ່ບາງສ່ວນໃຊ້ໃນການຄົມມະນາຄົມໄດ້ດ້ວຍເຮືອທີ່ລຶກໄປຈາກຜິວນ້ຳບໍ່ເກິນເຄິ່ງແມ້ດ
ປະເທດລາວມີທໍ່ສົ່ງນ້ຳມັນປິໂຕຣລຽມ ຍາວທັງໝົດ 136 ກິໂລແມ້ດ
ປະເທດລາວມີສະໜາມບິນທັງໝົດ 52 ແຫ່ງເຊິ່ງມີຢູ່ພຽງ 9 ແຫ່ງເທົ່ານັ້ນທີ່ມີຣັນເວຍ໌ລາດຍາງ ສ່ວນອີກ 43 ແຫ່ງບໍ່ມີ ແລະສະໜາມບິນທີ່ລາດຍາງ ສະເພາະ ສະໜາມບິນສາກົນວັດໄຕເທົ່ານັ້ນທີ່ມີລະຍະທາງຫຼາຍກ່ວາ 2,438 ແມ້ດ ສ່ວນທີ່ເຫຼືອມີຣັນເວຍ໌ລາດຍາງ ສະໜາມບິນສີ່ແຫ່ງມີຣັນເວຍ໌ຍາວ 1,524 - 2,437 ແມ້ດ ແລະ ສີ່ແຫ່ງທີ່ເຫຼືອມີລະຍະທາງລະຫວ່າງ 914 - 1,523 ແມ້ດ
ສະໜາມບິນທີ່ເຫຼືອບໍ່ມີຣັນເວຍ໌ລາດຍາງມີຈຳນວນ 43 ແຫ່ງ ມີສະໜາມບິນພຽງແຫ່ງດຽວເທົ່ານັ້ນທີ່ມີຄວາມຍາວຫຼາຍກ່ວາ 1,524 ແມ້ດ; 17 ແຫ່ງມີຄວາມຍາວລະຫວ່າງ 914 - 1,523 ແມ້ດ ສ່ວນອີກ 25 ແຫ່ງສຸດທ້າຍມີຄວາມຍາວນ້ອຍກວ່າ 914 ແມ້ດ
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.