From Wikipedia, the free encyclopedia
r/place ແມ່ນໂຄງການຮ່ວມມືທີ່ຈັດຂຶ້ນເລື້ອຍໆ ແລະ ການທົດລອງທາງດ້ານສັງຄົມທີ່ຈັດຢູ່ໃນເວັບໄຊທ໌ລວມເນື້ອຫາເຣດດິດ . ເປີດຕົວຄັ້ງທຳອິດໃນວັນຂີ້ຕົວະປີ2017,ແລະ ໄດ້ເປີດຕົວອີກຄັ້ງໃນວັນຂີ້ຕົວະປີ2022 ແລະ ໃນວັນທີ 20 ກໍລະກົດ 2023.
ເຈົ້າຂອງ | ເຣດດິດ |
---|---|
ສ້າງໂດຍ | ຈອສ ວໍຣ໌ເດິລ |
ຍູອາຣ໌ແອລ | reddit |
ລົງທະບຽນ | ຈຳເປັນຕ້ອງໃຊ້ບັນຊີເຣດດິດ |
ເປີດໂຕ | ເປີດຕົວຄັ້ງທຳອິດ: 1 ເມສາ 2017 ຄັ້ງທີສອງ: 1 ເມສາ 2022 ຄັ້ງທີສາມ: 20 ກໍລະກົດ 2023 |
ສະຖານະປັດຈຸບັນ | ບໍ່ໄດ້ໃຊ້ງານ |
ການທົດລອງໃນປີ 2017 ກ່ຽວຂ້ອງກັບແຜ່ນຜ້າອອນລາຍທີ່ຕັ້ງຢູ່ໃນຊັບເຣດດິດ(ຊຸມຊົນຕ່າງໆພາຍໃນເຣດດິດ)ທີ່ເອີ້ນວ່າ r/place . ຜູ້ໃຊ້ທີ່ລົງທະບຽນສາມາດແກ້ໄຂຜ້າໃບໂດຍການວາງສີພິກເຊວໜຶ່ງຈາກຈານສີທີ່ມີ16 ສີ. ຫຼັງຈາກວາງພິກເຊວແລ້ວ, ເຄື່ອງຈັບເວລາຈະປ້ອງກັນບໍ່ໃຫ້ຜູ້ໃຊ້ວາງພິກເຊວອີກໃນໄລຍະເວລາທີ່ແຕກຕ່າງກັນຕັ້ງແຕ່ 5 ນາທີຂຶ້ນໄປ (ຂຶ້ນກັບວ່າຜູ້ໃຊ້ໄດ້ຢືນຢັນທີ່ຢູ່ອີເມວຂອງຕົນເອງບໍ່). [1] [2] ແນວຄິດຂອງການທົດລອງໄດ້ຖືກຄິດຂຶ້ນໂດຍ ຈອສ ວໍຣ໌ເດີລ. [3] [4] ຜູ້ດູແລຂອເຣດດິດໄດ້ສິ້ນສຸດການທົດລອງປະມານ72ຊົ່ວໂມງຫຼັງຈາກການເປີດຕົວ, ໃນວັນທີ 3 ເດືອນເມສາປີ 2017. ມີລ້ານກວ່າຄົນທີ່ໄດ້ແກ້ໄຂແຜ່ນຜ້າ, ວາງພິກເຊວໄປທັງໝົດປະມານ 16 ລ້ານພິກເຊວ ແລະ ໃນເວລາທີ່ການທົດລອງສິ້ນສຸດລົງ ມີຜູ້ໃຊ້ 90,000 ກວ່າຄົນທີ່ກໍາລັງເບິ່ງ ຫຼື ແກ້ໄຂແຜ່ນຜ້າ. ການທົດລອງນີ້ໄດ້ຖືກຍົກຍ້ອງສໍາລັບການເປັນຕົວແທນຂອງວັດທະນະທໍາຂອງຊຸມຊົນອອນລາຍຂອງReddit ແລະ ວັດທະນະທໍາອິນເຕີເນັດໂດຍລວມ. [5]
ການທົດລອງໃນປີ 2017ແມ່ນອີງໃສ່ຊັບເຣດດິດທີ່ເອີ້ນວ່າ r/place, ເຊິ່ງຜູ້ໃຊ້ທີ່ລົງທະບຽນແຕ່ລະຄົນສາມາດວາງສີພິກເຊວໜຶ່ງ ("tile") ເທິງແຜ່ນຜ້າອອນລາຍທີ່ມີຂະໜາດໜຶ່ງລ້ານ (1000 x 1000) ພິກເຊວ ແລະ ລໍຖ້າເວລາທີ່ແນ່ນອນກ່ອນທີ່ຈະວາງອີກອັນ. [6] ໃນປີ 2017, ເວລາລໍຖ້າມີການປ່ຽນແປງແຕ່ 5 ຫາ 20 ນາທີຕະຫຼອດການທົດລອງ ແລະ ຜູ້ໃຊ້ສາມາດເລືອກສີຂອງພິກເຊວຈາກຈານສີສິບຫົກສີ. [7] [8] ໃນປີ 2022 ເລີ່ມຕົ້ນດ້ວຍຂະໜາດ ແລະ ສີດຽວກັນກັບປີ 2017, ແຕ່ແຜ່ນຜ້າໄດ້ມີການຂະຫຍາຍອອກເປັນສີ່ລ້ານ (2000 x 2000) ພິກເຊວ ແລະ ຈານສີກໍຄ່ອຍໆມີສີຕື່ມອີກສິບຫົກສີເປັນຈໍານວນທັງໝົດ32ສີ. [9] ປີ2023ຍັງເລີ່ມຕົ້ນດ້ວຍຂະຫນາດດຽວກັນກັບປີ2022 ແລະ 2017 (1000 x 1000), ແລະເລີ່ມຕົ້ນດ້ວຍ 8 ສີ. ຕໍ່ມາໄດ້ຂະຫຍາຍເປັນ 2 ລ້ານ (2000 x 1000) ພິກເຊວ, ມີ 16 ສີ, ຫຼັງຈາກນັ້ນຍັງຂະຫຍາຍເປັນ 6 ລ້ານ (3000 x 2000) ພິກເຊວແລະ ມີ 32 ສີ. </link>
ຜູ້ດູແລລະບົບເຣດດິດມີຄວາມສາມາດໃນການວາງພິກເຊວຫຼາຍເທົ່າທີ່ເຂົາເຈົ້າຕ້ອງການ ແລະ ສາມາດນໍາໃຊ້ຄວາມສາມາດນີ້ເພື່ອເອົາເນື້ອຫາທີ່ບໍ່ດີອອກຈາກ r/place. ຂໍ້ແນະນຳໄດ້ອະທິບາຍເນື້ອຫາທີ່ບໍ່ດີເປັນພາບໂປ້ເປືອຍ, ຄຳເວົ້າທີ່ຫຍາບຄາຍ, ການຄຸກຄາມຢ່າງເຈາະຈົງ, ຫຼື ເນື້ອຫາທີ່ຖືກຕໍ່ຕ້ານ. [10] [11] [12] ຄວາມສາມາດນີ້ໄດ້ສະແດງໃຫ້ເຫັນໃນປີ 2023 ເມື່ອມີຂໍ້ຄວາມທີ່ສະແດງຄວາມຮຸນແຮງຕໍ່ CEOຂອງເຣດດິດ ແລະ ຮູບພາບທາງເພດກໍຖືກລົບອອກເຊັ່ນກັນ. [13] [14]
ຊ່ວງເວລາຕົ້ນໆຂອງການທົດລອງມີລັກສະນະເປັນການວາງພິກເຊວແບບສຸ່ມໆ ແລະຄວາມວຸ່ນວາຍທີ່ເກີດຂຶ້ນຈາກຄວາມພະຍາຍາມທີ່ຈະສ້າງຮູບພາບ. [15] ໃນບັນດາພາກສ່ວນທີ່ແຕກຕ່າງກັນ ຄັ້ງແຮກຂອງແຜ່ນຜ້າແມ່ນມຸມຂອງພິກເຊວເຊິ່ງເປັນສີຟ້າທັງໝົດ (ຊື່ "Blue Corner") ແລະການເຄົາລົບເຖິງໂປເກມອນ . [16] ໃນຂະນະທີ່ການທົດລອງກຳລັງດຳເນີນໄປ, ບາງຊຸມຊົນຊັບເຣດດິດເຊັ່ນ: ວິດີໂອເກມ, ທີມກິລາ ແລະ ແຕ່ລະປະເທດ, ໄດ້ປະສານງານຄວາມພະຍາຍາມຂອງຜູ້ໃຊ້ຂອງພວກເຂົາເພື່ອຮຽກຮ້ອງ ແລະ ຍຶດເອົາພາກສ່ວນບາງສ່ວນໃນການສ້າງພາບ. [15] [17] ສິ່ງນີ້ມັກຈະເຮັດໃຫ້ເກີດຄວາມຂັດແຍ້ງລະຫວ່າງຊຸມຊົນທີ່ແຂ່ງຂັນກັນເພື່ອເອົາພື້ນທີ່ຢູ່ເທິງແຜ່ນຜ້າ. [18] ໂດຍລວມແລ້ວ, ມີຫຼາຍພັນຊຸມຊົມທີ່ໄດ້ມີສ່ວນຮ່ວມ. [19]
ພາກສ່ວນອື່ນໆຂອງແຜ່ນຜ້າຖືກຕົກແຕ່ງໂດຍຊຸມຊົນ ແລະ ຄວາມພະຍາຍາມປະສານງານທີ່ເກີດຂື້ນໂດຍສະເພາະ. ຜົນງານຂອງສິນລະປະພິກເຊວຫຼາຍອັນເກີດມາຈາກການຮ່ວມມືຂອງຊຸມຊົນຕ່າງໆເຊັ່ນ: ຕົວລະຄອນທີ່ສົມມຸດ, ອິນເຕີເນັດ ມີມ, ທຸງ, ແລະການສ້າງພາບສິລະປະທີ່ມີຊື່ສຽງເຊັ່ນໂມນາ ລິຊາ [20] ແລະ ເດິ ສະຕາຣີ ໄນທ໌. [21] [22] [3] “ລັກທິ”ທີ່ເກີດຂຶ້ນຫຼາຍອັນກໍຖືກສ້າງ ແລະ ປ້ອງກັນສິ່ງທີ່ເປັນເຊິງສັນຍະລັກຕ່າງໆເຊັ່ນ: ຊ່ອງຫວ່າງ (ມິຕິມືດ), ເສັ້ນດ່າງສີຂຽວ, ມຸມສີຟ້າທີ່ຄ່ອຍໆຂະຫຍາຍອອກ ແລະ “ຖະໜົນສາຍຮຸ້ງ”. [23] ໃນຕອນທີ່ການທົດລອງສິ້ນສຸດລົງໃນວັນທີ 3 ເດືອນເມສາປີ 2017, ມີຜູ້ໃຊ້90,000ກວ່າຄົນທີ່ກໍາລັງເບິ່ງ ແລະ ແກ້ໄຂແຜ່ນຜ້າ, [24] ແລະ ມີລ້ານກວ່າຄົນທີ່ໄດ້ວາງພິກເຊວທັງໝົດປະມານ 16 ລ້ານພິກເຊວ. [5] [18] ຈາກການວິເຄາະພົບວ່າພາບສຸດທ້າຍຂອງການທົດລອງປະກອບດ້ວຍສິລະປະຈາກ800ກວ່າຊຸມຊົນ. [25]
r/placeໄດ້ຮັບການຍ້ອງຍໍສໍາລັບການເປັນຕົວແທນທີ່ມີສີສັນຂອງຊຸມຊົນອອນລາຍເຣດດິດ. ສະໂມສອນເອ.ວີເອີ້ນວ່າມັນ "ເປັນວິທີທີ່ອ່ອນໂຍນ ແລະ ມີສີສັນສໍາລັບຊາວເຣດດິດເພື່ອເຮັດສິ່ງທີ່ພວກເຂົາເຮັດໄດ້ດີທີ່ສຸດ: ໂຕ້ຖຽງກັນກ່ຽວກັບສິ່ງທີ່ພວກເຂົາຮັກ". [26] ກິຊໂມໂດໄດ້ບັນທຶກເປັນ "ຫຼັກຖານທີ່ສະແດງເຖິງຄວາມສາມາດໃນການຮ່ວມມືຂອງອິນເຕີເນັດ". [27] ນັກສະແດງຄວາມຄິດເຫັນຈໍານວນໜຶ່ງໄດ້ອະທິບາຍການທົດລອງດັ່ງກ່າວເປັນຕົວແທນຢ່າງກວ້າງຂວາງຂອງວັດທະນະທໍາອິນເຕີເນັດ. [28] ບາງຄົນຍັງໄດ້ສະແດງຄວາມຄິດເຫັນກ່ຽວກັບຄວາມສໍາພັນທີ່ປາກົດຂື້ນລະຫວ່າງການສ້າງຂອງແຜ່ນຜ້າໃນຕອນສຸດທ້າຍ ແລະ ຊຸມຊົນຂະໜາດນ້ອຍພາຍໃນເຣດດິດ, ທີ່ມີອິດສະລະແຕ່ຮ່ວມມືກັນເປັນສ່ວນຫນຶ່ງຂອງຊຸມຊົນທີ່ມີຂະໜາດໃຫຍ່. [26] ນິວສ໌ວີກເອີ້ນມັນວ່າ "ການທົດລອງທີ່ດີທີ່ສຸດຂອງອິນເຕີເນັດ", [15] ແລະນັກຂຽນທີ່ ອາທ ເຕັກນິກາໄດ້ແນະນໍາວ່າຈິດວິນຍານຂອງການຮ່ວມມືຂອງr/placeເປັນຕົວແທນຂອງຕົວແບບຂອງການຕໍ່ສູ້ກັບພວກຫົວຮຸນແຮງໃນຊຸມຊົນອິນເຕີເນັດ. [29] ການທົດລອງໄດ້ຮັບການວິພາກວິຈານບາງສ່ວນສໍາລັບການຂາດການປ້ອງກັນຈາກການນໍາໃຊ້ບອທເຊິ່ງຜູ້ໃຊ້ຊຸດຄຳສັ່ງ ແລະ ໂປຣແກຣມມາໂຄຣເພື່ອແຕ້ມອັດຕະໂນມັດໃສ່ແຜ່ນຜ້າ. [30]
ໃນວັນທີ 28 ມີນາ 2022, ການກັບມາຂອງ r/place ໄດ້ຖືກປະກາດ. [32] ການທົດລອງເລີ່ມຕົ້ນຂຶ້ນໃນວັນທີ 1 ເດືອນເມສາປີ 2022 ແລະ ໃຊ້ເວລາສາມມື້ເຄິ່ງ, ລວມທັງການຂະຫຍາຍແຜ່ນຜ້າສອງຄັ້ງເພື່ອໃຫ້ມີພື້ນທີ່ເພີ່ມເຕີມ. ຈານສີຍັງໄດ້ມີການເພີ່ມສີ ໃນມື້ທີສອງ ແລະ ມື້ທີສາມ. [33] [34] ໃນຄັ້ງນີ້ບໍ່ຄືກັບໃນປີ 2017, ຊັບເຣດດິດຂະໜາດນ້ອຍໄດ້ເລີ່ມປະສານງານໃນການສ້າງສິລະປະພິກເຊວທັນທີ ແລະ ຊຸມຊົນຂະໜາດໃຫຍ່ໄດ້ມີການປະສານງານກັນໃນດິດສະຄອດ ແລະ ທະວິດຊ໌ ເພື່ອພະຍາຍາມທີ່ຈະຂະຫຍາຍສິລະປະທີ່ມີຢູ່ແລ້ວ, ສ້າງທັບພາບສິລະປະອື່ນ, ແລະ ການສ້າງພາບໃໝ່ຢ່າງຫຼວງຫຼາຍ. [34] [35] ໃນຕອນສຸດທ້າຍຂອງການທົດລອງໃນມື້3.5, ໄດ້ມີການປ່ຽນແປງ 160 ລ້ານພິກເຊວເຊິ່ງດໍາເນີນການໂດຍຜູ້ໃຊ້10.5ລ້ານກວ່າຄົນ, ໃນຂະນະນັ້ນສະເລ່ຍປະມານ 2 ລ້ານພິກເຊວຕໍ່ຊົ່ວໂມງ. ໃນການປ່ຽນແປງພິກເຊວເຫຼົ່ານີ້, ປະມານ 26 ລ້ານພິກເຊວແມ່ນຊໍ້າກັນ (ສີດຽວກັນກັບພິກເຊວທີ່ມີຢູ່ແລ້ວ, ແຕ່ວາງໂດຍຜູ້ໃຊ້ຄົນອື່ນ). ຕົວເລກເຫຼົ່ານີ້, ມາຈາກຂໍ້ມູນໂດຍກົງ, ບໍ່ແມ່ນແບບທີ່ຂຽນໄວ້ໃນບົດຄວາມທີ່ມີຄວາມຜິດພາດ(ບົດຄວາມທີ່ສ້າງຂຶ້ນໂດຍບຸກຄົນພາຍນອກ). [5] [36] ໃນລະຫວ່າງສອງສາມຊົ່ວໂມງສຸດທ້າຍກ່ອນການທົດລອງr/place 2022 ສິ້ນສຸດລົງ, ຜູ້ໃຊ້ໄດ້ຖືກຈໍາກັດໃຫ້ໃຊ້ພຽງແຕ່ພິກເຊວສີຂາວເທົ່ານັ້ນ. ຜ້າໃບທັງໝົດຈຶ່ງຄ່ອຍໆກາຍເປັນແຜ່ນຜ້າສີຂາວ, ກັບຄືນສູ່ສະພາບດັ້ງເດີມຂອງມັນ. [37] [38]
ການອ້າງອີງເຖິງວັດທະນະທໍາທີ່ມີຄວາມນິຍົມ, ມີມອິນເຕີເນັດ ແລະ ການເມືອງແມ່ນເຫັນໄດ້ທົ່ວໄປ. [39] ຊຸມຊົນແຟນຄລັບໄດ້ເຂົ້າຮ່ວມໂດຍການສ້າງຮູບຕົວແທນຂອງວັດທະນະທຳຂອງແຕ່ລະຊຸມຊົມ. [36] ຄ້າຍຄືກັນກັບປີ 2017, ງານສິລະປະສ່ວນຫຼາຍແມ່ນທຸງຊາດ. [5] ລວມເຖິງການສະໜັບສະໜູນສໍາລັບ ປະເທດອູແກຣນ ໃນ ການຮຸກຮານອູແກຣນຂອງລັດເຊຍ , [34] ແລະ ຍັງມີປະທານາທິບໍດີອູແກຣນໂວໂລດີມີຣ໌ ເຊເລນສະກີທີ່ໃສ່ແວ່ນຕາກັນແດດ. [5]
ສະຕຣີມເມີດັງໃນທະວິດຊ໌ໄດ້ມີການແຊກແຊງໂດຍການສັ່ງໃຫ້ຜູ້ເບິ່ງຂອງພວກເຂົາແຕ້ມໂລໂກ້ ແລະ ສັນຍະລັກຢ່າງໄວວາທັບໃສ່ຮູບພາບທີ່ມີແລ້ວຢູ່ຫຼາຍເທື່ອ. [5] [40] ສະຕຣີມເມີ ເຟລິກຊ໌ ເລງເຢລ ຫຼື ຮູ້ຈັກກັນດີໃນນາມ xQc, ມີຜູ້ເບິ່ງພ້ອມກັນສູງສຸດ233,000ຄົນ. [41] [35] ຜູ້ເບິ່ງຂອງxQcມັກຈະຖືກແບນໂດຍຜູ້ດູແລ Reddit, [41] ແລະ ລາວໄດ້ກ່າວວ່າລາວໄດ້ຮັບການຂົ່ມຂູ່ຂ້າໃນໜຶ່ງຊົ່ວໂມງຫຼາຍກວ່າທີ່ລາວໄດ້ຮັບໃນຫົກປີຂອງການສະຕຣີມ. [42] [40]
ເຣດດິດໄດ້ເປີດຕົວໂຄງການຮ່ວມມື r/place ໃໝ່ໃນວັນທີ 20 ກໍລະກົດ 2023, ພາຍໃຕ້ຊື່ "ຖືກບ່ອນ, ຜິດເວລາ", ທ່າມກາງການຕັດສິນໃຈທີ່ບໍ່ເປັນທີ່ນິຍົມທີ່ເຮັດໂດຍບໍລິສັດທີ່ເຮັດໃຫ້ຜູ້ໃຊ້ເຣດດິດຂົມຂື່ນ, ລວມທັງການທີ່ເຮັດໃຫ້ເກີດ ການໂຕ້ແຍ້ງແອັບບຸກຄົນທີສາມ ຫຼື APIທີ່ມີຜົນກະທົບຕໍ່ແອັບບຸກຄົນທີສາມຂອງເຣດດິດ. [44] [45] ໃນຂະນະທີ່ປະກາດການກັບມາຂອງr/place, ທາງເຣດດິດກ່າວວ່າ: "ເຮ້, ຈັ່ງແມ່ນເວລາທີ່ດີທີ່ຈະສະເໜີແຜ່ນຜ້າເປົ່າໃຫ້ກັບຊຸມຊົນຂອງພວກເຮົາດີກວ່າເວລາທີ່ຜູ້ໃຊ້ແລະ ມອດສ໌(ຜູ້ດູແລຂອງຊັບເຣດດິດຕ່າງໆ) ຂອງພວກເຮົາມີຄວາມກະຕືລືລົ້ນທີ່ສຸດ ... ແມ່ນບໍ່?" [14]
ພາຍໃນມື້ແຮກຂອງການທົດລອງ 2023, ມີການຂຽນ"fuck spez"ເປັນຈຳນວນຫຼາຍ ("spez" ແມ່ນຊື່ຂອງCEOຂອງເຣດດິດ ສະຕີຟ ຮັຟແມນ)ໃສ່ແຜ່ນຜ້າ, ບາງອັນກໍມີຂະໜາດໃຫຍ່ຫຼາຍ, ບາງອັນກໍຂະໜາດນ້ອຍ. [45] ການຂຽນເທິງແຜ່ນຜ້າອື່ນ, ພົບເຫັນໃນບັນດາສິລະປະຂອງເຢຍລະມັນ, ໄດ້ກ່າວວ່າ: " u/spez ist ein hurensohn (u/spezແມ່ນບັກເສັດແມ່ລູກກະຫຼີ)". [45] [46] ເວັບໄຊທ໌ຂ່າວແມສເຊັນເຈີໄດ້ລາຍງານວ່າ ສິລະປະຂອງr/placeທີ່ກ່ຽວຂ້ອງກັບ "spez" ທີ່ສ້າງຂຶ້ນພາຍໃຕ້ກົດໄດ້ຖືກລົບອອກໂດຍເຣດດິດ, ເມື່ອແມສເຊັນເຈີໄໄດ້ຂໍໃຫ້ເຣດດິດສະແດງຄວາມເຫັນ, ເຣດດິດບອກວ່າມັນແມ່ນການບັງຄັບໃຊ້ກົດລະບຽບ (ເຊິ່ງບໍ່ອະນຸຍາດໃຫ້ມີການຄຸກຄາມຢ່າງເຈາະຈົງ). [14] [47] [48] ໃນຂະນະດຽວກັນ, ການຂຽນແຜ່ນຜ້າອື່ນໆຈໍານວນໜຶ່ງຂຽນພຽງແຕ່ວ່າ "API". [44] ນອກຈາກນີ້ຍັງມີການຂຽນແຜ່ນຜ້າ, "ບໍ່ເຄີຍລືມສິ່ງທີ່ຖືກພັກໄປຈາກພວກເຮົາ", ເຊິ່ງສ້າງໂດຍຊຸມຊົນSave3rdPartyApps. [45] ໃນລະຫວ່າງການຂະຫຍາຍແຜ່ນຜ້າ, ການປະທ້ວງຕໍ່ກັບຮັຟແມນກໍປາກົດຂຶ້ນຢ່າງຫຼວງຫຼາຍ, ເຊັ່ນຂໍ້ຄວາມວ່າ "spez = twat " ທີ່ເຮັດໂດຍຜູ້ໃຊ້ທີ່ເຮັດສິລະປະແບບອັງກິດ. [49]
ນອກເໜືອຈາກສິລະປະທີ່ປະທ້ວງເຣດດິດ, ຫຼາຍໆງານສິລະປະຕົ້ນໆແມ່ນທຸງ, ບວກກັບການຂຽນແຜ່ນຜ້າຫຼາຍສີຂອງ "DICKS". [45] ໃນບັນດາການປະກອບສ່ວນທີ່ໂດດເດັ່ນທີ່ສຸດແມ່ນມາຈາກຜູ້ໃຊ້ຈາກຊຸມຊົມໂທວໂຮວ ໂປຣເຈັກ, ໂອຊຸ! ແລະ ຮັດສຶເນະ ມິກຸ, [50] ທີ່ຮ່ວມມືກັນສ້າງມິວສິກວິດີໂອ "Bad Apple!! " ຢູ່ເທິງແຜ່ນຜ້າ. [51] ງານສິລະປະອື່ນໆຍັງຖືກສ້າງຂື້ນເຊັ່ນເກມເກັນຊິນ ອິມແພັກ, ແມວທີ່ໃຊ້ແວ່ນຕາກັນແດດ, ກາດໂປເກມອນຂອງລິຊະດອນ ແລະ ການເຄົາລົບໃຫ້ກັບຢູທູບເບີມາຍຄຣາຟ ເທັກໂນເບດ(Technoblade)ທີ່ໄດ້ລ່ວງລັບໄປແລ້ວ. [46] [48] [49] [52]
ແຜ່ນຜ້າໄດ້ຖືກຂະຫຍາຍອອກ 6 ຄັ້ງ ແລະ ໂຄງການໄດ້ສິ້ນສຸດລົງໃນວັນທີ 25 ກໍລະກົດ 2023. [52] ໃນຊົ່ວໂມງສຸດທ້າຍ, ຜູ້ໃຊ້ໄດ້ຖືກຈໍາກັດໃຫ້ໃຊ້ພຽງແຕ່ສີຂີ້ເທົ່າ . [53] ຜູ້ໃຊ້ນັບລ້ານຈຶ່ງປະສານງານເພື່ອສະກົດຄໍາວ່າ "Fuck Spez" ຕົວອັກສອນສີຂາວຂະໜາດໃຫຍ່ຢູ່ໃຈກາງຂອງແຜ່ນຜ້າ, ເຊິ່ງເປັນສ່ວນໜຶ່ງຂອງການປະທ້ວງ. [46] [53] [54] ໃນທີ່ສຸດແຜ່ນຜ້າທັງໝົດກໍເຕັມໄປດ້ວຍພື້ນທີ່ສີຂາວໃນຕອນທ້າຍຂອງໂຄງການ. [52]
ສີທີ່ມີຢູ່ຈານສີໃນປີ2023 (ມື້ທີ 1)[55]
ການທົດລອງຄັ້ງແຮກໄດ້ຮັບການຍ້ອງຍໍສໍາລັບການສ້າງຄວາມຮູ້ສຶກຂອງແບບກຸ່ມນິຍົມ ໃນຊ່ວງເວລາທີ່ອິນເຕີເນັດເກີດຄວາມແຕກແຍກ ແລະ ແບ່ງຝັ່ງແບ່ງຝ່າຍຢ່າງຫຼວງຫຼາຍ. [5] ໜັງສືພິມວໍຊິງຕັນ ໂພສປຽບທຽບplaceກັບເດິ ມິດມຽນ ໂດລາ ໂຮມເພຈ(The Million Dollar Homepage), ເວັບໄຊທ໌ 1000-by-1000-pixel ທີ່ແຕ່ລະພິກເຊລຖືກຂາຍເປັນເງິນໂດລາໃນປີ 2005. [5] ເດິ ຄອນເວິເສຊັນໄດ້ສັງເກດເຫັນວ່າ, ໃນຂະນະທີ່ການທົດລອງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດຂອງການຮ່ວມມືໃນອິນເຕີເນັດເພື່ອສະແດງເຖິງປາຖະໜາຂອງຜູ້ຄົນ, Placeຍັງສະແດງໃຫ້ເຫັນເຖິງຄວາມຫຍາບຄາຍ ແລະ ການລະເວັ້ນຂອງບາງຊຸມຊົນ. [38] ການທົດລອງໃນປີ2022ເຮັດໃຫ້ ຜູ້ໃຊ້ງານປະຈໍາວັນ ຂອງເຣດດິດເຖິງຈຸດສູງສຸດຕະຫຼອດການ. [36] ໂຄຕາຄຸຊົມເຊີຍການກັບມາຂອງການທົດລອງໃນປີ 2022, ໂດຍກ່າວວ່າ: "ໃນຍຸກທີ່ອິນເຕີເນັດທີ່ສະໄໝໃໝ່ສ່ວນຫຼາຍແມ່ນຂີ້ເຫຍື້ອ, r/placeທີ່ໄດ້ກັບມາອີກຄັ້ງ ແລະ ມັນຍັງໂຄດເທ້." [34]
ສໍາລັບໃນ2023 ຂອງ r/place, ເດິ ເວີຈໃຫ້ຄໍາເຫັນວ່າ "ບາງຄັ້ງໃນເວລາທີ່ໂຫດຮ້າຍທີ່ສຸດເທົ່າທີ່ເປັນໄປໄດ້", ຍ້ອນວ່າຜູ້ໃຊ້ເຣດດິດບາງຄົນຍັງ"ໃຈຮ້າຍ"ຕໍ່ກັບການຕັດສິນໃຈທີ່ຜ່ານມາຂອງທາງເຣດດິດໃນການຄິດຄ່າທໍານຽມສໍາລັບAPIຂອງເຣດດິດ, ເພື່ອລົບປະຫວັດການສົນທະນາ ແລະ ປິດລະບົບເຣດດິດ ໂກລດ໌. [44] ຫຼັງຈາກການທົດລອງປີ 2023 ໄດ້ຮັບການສະຫຼຸບ, ໂພລີກອນບອກວ່າມັນ "ແຕກຕ່າງກັນ" ຈາກຄັ້ງທີ່ຜ່ານໆມາ, ເພາະວ່າມັນຖືກ"ກໍານົດໂດຍຊາວເຣດດິດບາງຄົນເຊິ່ງໃຊ້ແຜ່ນຜ້າເພື່ອປະທ້ວງສະຕີຟ ຮັຟແມນ, CEOຂອງເຣດດິດ". [46]
ຫຼັງຈາກການທົດລອງປີ 2017, ການບັນທຶກຂອງ r/place ໄດ້ຖືກສ້າງຂຶ້ນຢ່າງເປັນອິດສະຫຼະໂດຍໂຣແລນ ຣິດຊ໌, [59] ສະແດງໃຫ້ເຫັນພາບຖ່າຍຂອງແຜ່ນຜ້າໃນຕອນສຸດທ້າຍ ແລະ ການໂຕ້ຕອບເພື່ອເບິ່ງຄໍາອະທິບາຍຂອງພາກສ່ວນຕ່າງໆ. [60]
ການບັນທຶກໃໝ່ໂດຍອີງໃສ່ຊອບແວດຽວກັນໄດ້ຖືກລິເລີ່ມຂຶ້ນສຳລັບການທົດລອງ 2022 [61] ໂດຍນັກຮຽນສະເຕຟາໂນ ຮັກມັນສ໌. ການໃຊ້ຊໍ້ານີ້ຕໍ່ມາໄດ້ນໍາສະເໜີລັກສະນະໃໝ່ ເຊັ່ນ: ໄລຍະເວລາທີ່ຈະເບິ່ງການພັດທະນາຂອງແຜ່ນຜ້າຕະຫຼອດເວລາ. [62]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.