ເຢຍລະມັນ (ອັງກິດ: Germany; ເຢຍລະມັນ: Deutschland, ອອກສຽງ: [ˈdɔʏtʃlant] (ກ່ຽວກັບສຽງນີ້ ຟັງສຽງ)) ຫຼື ຊື່ຢ່າງເປັນທາງການແມ່ນ ສະຫະພັນ ສາທາລະນະລັດ ເຢຍລະມັນ[lower-alpha 6] ເປັນສະຫະພັນທະລັດໃນຮູບແບບສາທາລະນະລັດແບບລັດຖະສະພາໃນພາກພື້ນເອີຣົບກາງ ມີລັດອົງປະກອບທັງໝົດ 16 ລັດ ມີພື້ນທີ່ 357,021 ຕາລາງກິໂລແມັດ ແລະ ມີປະຊາກອນປະມານ 85 ລ້ານຄົນ.[11] ເຊິ່ງຖືເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນສະຫະພາບເອີຣົບ[12] ແລະ ຫຼາຍທີ່ສຸດເປັນອັນດັບສອງໃນເອີຣົບຮອງຈາກລັດເຊຍ.[13] ມີເມືອງຫຼວງທີ່ໃຫຍ່ທີ່ສຸດແມ່ນ ແບກແລງ ແລະ ຍັງເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດໃນປະເທດ.[14] ມີສູນກາງທາງເສດຖະກິດຢູ່ທີ່ແຟຣງເຟີດ[15] ແລະ ພາກພື້ນທີ່ມີຂະໜາດໃຫຍ່ທີ່ສຸດຄື ຣົວ. ເຢຍລະມັນມີລະບອບການປົກຄອງແບບປະຊາທິປະໄຕເສລີພາບ ແລະ ລັດສະຫວັດດີການ. ເຢຍລະມັນມີຊາຍແດນທິດເໜືອຕິດກັບທະເລເໜືອ, ປະເທດດານມາກ ແລະ ທະເລບານຕິກ, ທິດຕາເວັນອອກຕິດກັບໂປໂລຍ ແລະ ເຊັກ, ທິດໃຕ້ຕິດກັບປະເທດໂອຕຣິດ ແລະ ປະເທດສະວິດ ທິດຕາເວັນຕົກຕິດປະເທດຝຣັ່ງ, ລຸກຊຳບວກ, ແບນຊິກ ແລະ ໂຮນລັງ.

Quick Facts ສະຫະພັນ ສາທາລະນະລັດ ເຢຍລະມັນ Bundesrepublik Deutschland (ເຢຍລະມັນ), ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ...
ສະຫະພັນ ສາທາລະນະລັດ ເຢຍລະມັນ

Bundesrepublik Deutschland (ເຢຍລະມັນ)
ເພງຊາດ: ດັສລີດແດຣດັອຍເຊິນ[lower-alpha 1]
(ແປວ່າ"ເພງແຫ່ງເຢຍລະມັນ")
Thumb
Thumb
ທີ່ຕັ້ງຂອງ ປະເທດເຢຍລະມັນ  (ຂຽວເຂັ້ມ)

 ໃນທະວີບເອີຣົບ  (ຂຽວອ່ອນ & ເທົາເຂັ້ມ)
 ໃນສະຫະພາບເອີຣົບ  (ຂຽວອ່ອນ)

ເມືອງຫຼວງ
ແລະ ເມືອງໃຫຍ່ທີ່ສຸດ
ເບີລິນ[lower-alpha 2]
52°31′N 13°23′E
ພາສາທາງການເຢຍລະມັນ[lower-alpha 3]
ເດມະນິມຊາວເຢຍລະມັນ
ການປົກຄອງສະຫະພັນ ສາທາລະນະລັດ ລະບົບລັດຖະສະພາ
 ປະທານາທິບໍດີ
ຟຣັງ-ວານເຕີ ສະຕາຍມາຍເອີ
 ນາຍົກລັດຖະມົນຕີ
ໂອລາບ ໂຊນສ
ສະພານິຕິບັນຍັດບຸນເດີສະຕັງ, ບຸນເດີສະຕຣາດ[lower-alpha 4]
ກໍ່ຕັ້ງ
 ລວມຊາດ
18 ມັງກອນ ຄ.ສ 1871
 ການລົ້ມເລີກ
ສະຖານບັນກະສັດ
9 ພະຈິກ ຄ.ສ 1918
23 ມີນາ ຄ.ສ 1933
 ການແບ່ງ
ຕາເວັນຕົກ–ຕາເວັນອອກ
[lower-alpha 5]
23 ພຶດສະພາ ຄ.ສ 1949
 ລວມປະເທດ
3 ຕຸລາ ຄ.ສ 1990
ພື້ນທີ່
 ລວມ
357,022 ຕາລາງກິໂລແມັດ (137,847 ຕາລາງໄມລ໌)[4] (ອັນດັບ 63)
1.27 (ໃນ ຄ.ສ 2015)[5]
ປະຊາກອນ
 2022 ປະມານ
ເພີ່ມຂຶ້ນເປັນກາງ 84,270, 625[6] (ອັນດັບທີ 19)
232 ຕໍ່ຕາລາງກິໂລແມັດ (600.9 ຕໍ່ຕາລາງໄມລ໌) (ອັນດັບທີ 58)
GDP (ອຳນາດຊື້)ຄ.ສ 2023 (ປະມານ)
 ລວມ
Increase 5.545 ພັນຕື້ໂດລາສະຫະລັດ[7] (ອັນດັບທີ 5)
 ຕໍ່ຫົວ
Increase 66,132 ໂດລາສະຫະລັດ[7] (ອັນດັບທີ 17)
GDP (ລາຄາຕະຫຼາດ)ຄ.ສ 2023 (ປະມານ)
 ລວມ
Increase 4.308 ພັນຕື້ໂດລາສະຫະລັດ[7] (ອັນດັບທີ 4)
 ຕໍ່ຫົວ
Increase 51,383 ໂດລາສະຫະລັດ[7] (ອັນດັບທີ 19)
ຈີນີ (ຄ.ສ 2020)Negative increase 30.5[8]
ປານກາງ
HDI (ຄ.ສ 2019)Increase 0.942[9]
ສູງຫຼາຍ · ອັນດັບທີ 9
ສະກຸນເງິນເອີໂຣ () (EUR)
ເຂດເວລາUTC+1 (ເວລາເອີຣົບກາງ)
 ລະດູຮ້ອນ (ເວລາອອມແສງ)
UTC+2 (ເວລາອອມແສງເອີຣົບກາງ)
ຂັບລົດດ້ານຂວາ
ລະຫັດໂທລະສັບ+49
ລະຫັດອິນເຕີເນັດ.de
Close

ຊົນເຜົ່າດັ້ງເດີມລວມເຖິງກຸ່ມຄົນເຈີມານິກເຂົ້າມາຕັ້ງຖິ່ນຖານທາງພາກເໜືອຂອງເຢຍລະມັນຕັ້ງແຕ່ສະໄໝຄລາສສິກ[16] ພາກພື້ນທີ່ຊື່ເຈີມາເນຍໄດ້ຮັບການຄົ້ນພົບກ່ອນ ຄ.ສ 100 ແລະ ໃນສະຕະວັດທີ 10 ດິນແດນຂອງເຢຍລະມັນກາຍເປັນສູນກາງຂອງຈັກກະວັດໂຣມັນອັນສັກສິດ[17] ໃນໄລຍະສະຕະວັດທີ 16 ພາກພື້ນທາງເໜືອກາຍເປັນສູນກາງຂອງການປະຕິຮູບສາສະໜາຝ່າຍໂປຣເຕສແຕນ ຫຼັງຈາກສົງຄາມນະໂປລຽນ ແລະ ການລົ້ມສະຫຼາຍຂອງຈັກກະວັດໂຣມັນອັນສັກສິດໃນປີ ຄ.ສ 1806 ສະຫະພັນທະລັດ ເຢຍລະມັນໄດ້ຖືກກໍ່ຕັ້ງຂຶ້ນໃນປີ ຄ.ສ 1815[18] ຕໍ່ມາໃນປີ ຄ.ສ 1871 ການລວມຊາດກໍ່ໃຫ້ເກີດຈັກກະວັດເຢຍລະມັນເຊິ່ງປົກຄອງໂດຍປຣັດເຊຍ ແລະ ພາຍຫຼັງສິ້ນສຸດສົງຄາມໂລກຄັ້ງທີໜຶ່ງ ແລະ ການປະຕິວັດເຢຍລະມັນໃນປີ ຄ.ສ1918 ຈັກກະວັດໄດ້ການສະພາບເປັນສາທາລະນະລັດໄວມາຣ ແລະ ປົກຄອງແບບເຄິ່ງປະທານາທິບໍດີ.

ການຂຶ້ນກຳອຳນາດຂອງອາດັອຟ ຮິດເລີ ນຳໄປສູ່ການກໍ່ຕັ້ງນາຊີເຢຍລະມັນເຊິ່ງເປັນຜົນກະທົບຕໍ່ສົງຄາມໂລກຄັ້ງທີສອງ ແລະ ພັນທຸກໍາໃນເຫດການຮໍໂລຄອສ ຫຼັງສົງຄາມສິ້ນສຸດ ເຢຍລະມັນຖືກຕົກຢູ່ພາຍໃຕ້ການຍຶດຄອງຂອງຝ່າຍສຳພັນທະມິດ ກ່ອນຈະຖືກແບ່ງແຍກເປັນ ສະຫະພັນ ສາທາລະນະລັດ ເຢຍລະມັນ (ເຢຍລະມັນຕາເວັນຕົກ) ແລະ ສາທາລະນະລັດ ປະຊາທິປະໄຕ ເຢຍລະມັນ (ເຢຍລະມັນຕາເວັນອອກ)[19] ສະຫະພັນ ສາທາລະນະລັດ ເຢຍລະມັນ ເປັນສະມາຊິກຜູ້ກໍ່ຕັ້ງປະຊາຄົມເສດຖະກິດເອີຣົບ ແລະ ສະຫະພາບເອີຣົບ ໃນຂະນະທີ່ ສາທາລະນະລັດ ປະຊາທິປະໄຕ ເຢຍລະມັນ ມີສະຖານະເປັນລັດ​ກອມ​ມູນິດ ແລະ ເປັນສະມາຊິກຂອງກຸ່ມຕາເວັນອອກລວມເຖິງສົນທິສັນຍາວໍຊໍ, ການ​ປະ​ຕິ​ວັດ​ງຽບ​ສະ​ຫງົບ​ນຳໄປສູ່ການລົ້ມສະຫຼາຍຂອງລັດ​ທິກອມ​ມູນິດ. ການລວມປະເທດເຮັດໃຫ້ເຢຍລະມັນຕາເວັນອອກເຂົ້າຮ່ວມ ສະຫະພັນ ສາທາລະນະລັດ ເຢຍລະມັນ ເມື່ອວັນທີ 3 ຕຸລາ ຄ.ສ 1990 ກໍ່ໃຫ້ເກີດລັດໃໝ່ຂອງເຢຍລະມັນ ເຊິ່ງໄດ້ກາຍເປັນສາທາລະນະລັດທີ່ມີລັດຖະບານກາງ ແລະ ຢູ່ພາຍໃຕ້ການບໍລິຫານໂດຍນາຍົກລັດຖະມົນຕີ.

ເຢຍລະມັນເປັນ ປະເທດພັດທະນາແລ້ວ ແລະ ຖືເປັນມະຫາອຳນາດ[20][21] ແລະ ເປັນສະມາຊິກຂອງ ສະຫະພາບເອີຣົບ, ເອີໂຣໂຊນ, ສະຫະປະຊາຊາດ, ອົງການເພື່ອການຮ່ວມມື ແລະ ການພັດທະນາທາງເສດຖະກິດ, ສະພາເອີຣົບ, ນາໂຕ, ກຸ່ມ 7[22] ແລະ ກຸ່ມ 20[23] ເຢຍລະມັນມີຄວາມສາມາດໃນການແຂ່ງຂັນລະດັບໂລກ ເປັນໜຶ່ງໃນຜູ້ນຳທາງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມີຄວາມໝັ້ນຄົງທາງເສດຖະກິດສູງ[24] ໂດຍຫາກວັດຈາກລວມຍອດຜະລິດຕະພັນພາຍໃນ. ເຢຍລະມັນມີຂະໜາດເສດຖະກິດທີ່ໃຫຍ່ທີ່ສຸດໃນເອີຣົບ ແລະ ໃຫຍ່ເປັນອັນດັງ 4 ຂອງໂລກ[25] ແລະ ເປັນປະເທດທີ່ມີການນຳເຂົ້າ ແລະ ສົ່ງອອກຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ[26] ລວມທັງມີດັດຊະນີການພັດທະນາມະນຸດໃນລະດັບສູງ ແລະ ຍັງມີແຫຼ່ງມໍລະດົກໂລກຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ລວມທັງມີສະຫວັດດີການສັງຄົມທີ່ມີຄຸນນະພາບ ລະບົບສາທາລະນະສຸກທີ່ຄົບວົງຈອນ. ກົດໝາຍສິ່ງແວດລ້ອມທີ່ເຂັ້ມງວດ ແລະ ລະບົບການສຶກສາໂດຍບໍ່ເສຍຄ່າ[27]

ໝາຍເຫດ

  1. ຕັ້ງແຕ່ ຄ.ສ 1952 ເຖິງ 1990 "ດັສລີດແດຣດັອຍເຊິນ"ທັງໝົດເຄີຍເປັນເພງຊາດ ແຕ່ຈະຮ້ອງບົດທີ 3 ໃນໂອກາດພິເສດ ຕັ້ງແຕ່ ຄ.ສ 1991 ສະເພາະບົດທີ 3 ເທົ່ານັ້ນທີ່ເປັນເພງຊາດ[1]
  2. ເບີລິນເປັນເມືອງຫຼວງພຽງແຫ່ງດຽວຕາມລັດຖະທຳມະນູນ ແລະ ເປັນທີ່ຕັ້ງລັດຖະບານ ໂດຍນິຕິໄນ ແຕ່ເດີມເມືອງຫຼວງຊົ່ວຄາວຂອງ ສະຫະພັນ ສາທາລະນະລັດ ເຢຍລະມັນ ແມ່ນບັອນ ເຊິ່ງມີສະຖານະພິເສດເປັນ "ເມືອງສະຫະພັນ" (Bundesstadt) ແລະ ເປັນທີ່ຕັ້ງຫຼັກຂອງກະຊວງຫົກແຫ່ງ ກະຊວງທຸກແຫ່ງມີສຳນັກງານຢູ່ໃນເມືອງທັງສອງແຫ່ງ[2]
  3. ພາສາດານມາກ, ເຢຍລະມັນຕ່ຳ, ແຊັກບີ, ຣູມານີ ແລະ ຟຣີເຊຍຖືເປັນພາສາປະຈຳພາກພື້ນ ຫຼື ພາສາຊົນກຸ່ມນ້ອຍ[3]
  4. The Bundesrat is sometimes referred to as a upper chamber of the German legislature. This is technically incorrect, since the German Constitution defines the Bundestag and Bundesrat as two separate legislative institutions. Hence, the federal legislature of Germany consists of two unicameral legislative institutions, not one bicameral parliament.
  5. ສະຫະພັນ ສາທາລະນະລັດ ເຢຍລະມັນຖືກລວມໄປໃນເຂດຄອບຄອງຂອງອັງກິດ, ອາເມຣິກາ ແລະ ຝຣັ່ງໃນວັນທີ 23 ພຶດສະພາ ຄ.ສ 1949 ສ່ວນສາທາລະນະລັດ ປະຊາທິປະໄຕ ເຢຍລະມັນຖືກກໍ່ຕັ້ງໃນເຂດຍຶດຄອງຂອງໂຊວຽດໃນວັນທີ 7 ຕຸລາ ຄ.ສ 1949
  6. ອັງກິດ: Federal Republic of Germany; ເຢຍລະມັນ: Bundesrepublik Deutschland, [ˈbʊndəsʁepuˌbliːk ˈdɔʏtʃlant] (ກ່ຽວກັບສຽງນີ້ ຟັງສຽງ)[10]

ອ້າງອີງ

ຂໍ້ມູນ

ແຫຼ່ງຂໍ້ມູນອື່ນ

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.