From Wikipedia, the free encyclopedia
ໄທໃຫຍ່ ຫຼື ສານ (ໄທໃຫຍ່: ໄຕ໊ ພະມ້າ: ရှမ်းလူမျိုး; ໄທ: ไทใหญ่ ຫຼື ฉาน; ຈີນ: 掸族 ຫຼື 傣族; ພິນອິນ: Dǎizú) ຫຼື ງ້ຽວ ເຊິ່ງເປັນຄຳເອິ້ນບໍ່ສຸພາບ ແມ່ນກຸ່ມຊາດພັນໃນຕະກູນໄທ-ໄຕ ອັນເປັນກຸ່ມຊາດພັນສ່ຳໃຫຍ່ອັນດັບສອງຂອງພະມ້າ. ສ່ວນຫຼາຍຢູ່ກິນໃນລັດໄທໃຫຍ່ ປະເທດພະມ້າແລະບາງສ່ວນອາໄສຢູ່ບໍລິເວນດອຍໄຕແລງ ຊາຍແດນປະເທດໄທ-ປະເທດພະມ້າ. ຄົນໄທໃຫຍ່ໃນປະເທດພະມ້າມີປະມານ 3 ຫຼື 4 ລ້ານຄົນ ແຕ່ມີໄທໃຫຍ່ຫຼາຍແສນຄົນຜູ້ໄດ້ອົບພະຍົບເຂົ້າສູ່ປະເທດໄທເພື່ອໜີບັນຫາທາງການເມືອງແລະການຫາວຽກ. ຕາມພາສາຂອງເຂົາເຈົ້າເອງຈະເອີ້ນໂຕເອງ ໄຕ໊ ຫຼື ໄຕ (ຕາມສຳນຽງລາວ) ພີ່ນ້ອງໄຕໃນພະມ້າມີຫຼາຍກຸ່ມ ເຊັ່ນ ໄຕຂືນ ໄຕແລງ ໄຕຄຳຕີ ໄຕລື້ ແລະ ໄຕເມົາ. ແຕ່ກຸ່ມໃຫຍ່ກວ່າໝູ່ແມ່ນ ໄຕໂຫຼງ ໄຕ = ໄທ ແລະ ໂຫຼງ (ຫຼວງ) = ໃຫຍ່ ອັນຄົນລາວເອີ້ນ ໄທໃຫຍ່. ເພາະສະນັ້ນຈະເຫັນໄດ້ວ່າພາສາໄທໃຫຍ່ ແລະພາສາລາວຄ້າຍຄືກັນແດ່ແຕ່ບໍ່ຄືກັນ. ນອກຈາກນີ້ຍັງມີຄຳຮຽກໄທໃຫຍ່ອີກຢ່າງວ່າ ງ້ຽວ ແຕ່ເປັນຄຳທີ່ບໍ່ສຸພາບໃນການເອີ່ນເຖິງຊາວໄທໃຫຍ່.
ຊາວໄທໃຫຍ່ຖືວັນທີ່ 7 ກຸມພາເປັນວັນຊາດ ນະຄອນຫຼວງຂອງລັດສານຄື ຕອງຍີ ມີປະຊາກອນປະມານ 150,000 ຄົນ ສ່ວນເມືອງສຳຄັນອື່ນໆ ໄດ້ແກ່ ສີປໍ້ ລ່າສ້ຽວ ຊຽງຕຸງ ແລະທ່າຂີ້ເຫຼັກ
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.