ໂສມງາມກັບເຈົ້າຊາຍອະສູນ
From Wikipedia, the free encyclopedia
ໂສມງາມກັບເຈົ້າຊາຍອະສູນ (ຝະລັ່ງ: La Belle et la Bête) ແມ່ນນິທານບູຮານດັ້ງເດີມ ສະບັບທຳອິດເຊິ່ງແມ່ນພາສາຝະລັ່ງ ປະພັນໂດຍມາດາມGabrielle-Suzanne Barbot de Villeneuve ໃນ ຄ.ສ. 1740 ສະບັບທີ່ມີຊື່ສຽງທີ່ສຸດ ແມ່ນສະບັບທີ່ໄດ້ຮັບການຫຍໍ້ເລື່ອງຂອງມາດາມ Villeneuve ໃນ ຄ.ສ. 1756 ໂດຍ ມາດາມ Jeanne-Marie Leprince de Beaumont ສະບັບພາສາອັງກິດສະບັບທຳອິດໄດ້ອອກມາໃນ ຄ.ສ. 1757[1]
ຫຼາກຫຼາຍສະບັບຂອງນິທານເລື່ອງໂສມງາມກັບເຈົ້າຊາຍອະສູນ ໄດ້ເປັນທີ່ຮູ້ຈັກດີໃນເອີລົບ[2] ຍົກໂຕຢ່າງ ໃນປະເທດຝະລັ່ງ Zémire et Azor ແມ່ນສະບັບໂອເປລາຂອງນິທານເລື່ອງນີ້ ປະພັນໂດຍ Marmontel ແລະຈັດບັນເລງໂດຍGrétryໃນ ຄ.ສ. 1771 ສະບັບໂອເປລານີ້ໄດ້ຮັບຊື່ສຽງຫຼາຍໃນສັດຕະວັດທີ 19[3] ສະບັບນີ້ແມ່ນສະບັບທີ່ໃຊ້ໂຄງຮ່າງຂອງສະບັບມາດາມ Jeanne-Marie Leprince de Beaumont.