![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/f/f8/Yom_River_in_Phrae_Province.jpg/640px-Yom_River_in_Phrae_Province.jpg&w=640&q=50)
ແມ່ນ້ຳຍົມ
From Wikipedia, the free encyclopedia
ແມ່ນ້ຳຍົມ (ຄຳເມືອງ: ) (ໄທ: แม่น้ำยม) ແມ່ນແມ່ນ້ຳທີ່ມີຕົ້ນກຳເໜີດຢູ່ໃນປ່າດົງດິບສູງຊັນສະລັບຊ້ອນບົນເທືອກເຂົາຜີປັນນ້ຳແລະເທືອກເຂົາແດນລາວ ເຊິ່ງໃນເຂດພະເຍົາແລະແພ່ ມີຄວາມຍາວປະມານ 700 ກິໂລແມັດ ກະແສນ້ຳໄຫຼຜ່ານທີ່ຣາບສູງຂອງອຳເພີປົງ ອຳເພີຊຽງມ່ວນ ຈັງຫວັດພະເຍົາ ຜ່ານຈັງຫວັດແພ່
ສຸໂຂໄທ ພິດສະນຸໂລກ ແລະ ພິຈິດ ໄປຮອດແມ່ນ້ຳນ່ານທີ່ຕຳບົນເກຍໄຊ ອຳເພີຊຸມແສງ ຈັງຫວັດນະຄອນສະຫວັນ ກ່ອນແມ່ນ້ຳນ່ານຈະໄປຮວມກັບແມ່ນ້ຳປິງ ທີ່ຕຳບົນປາກນ້ຳໂພ ອຳເພີເມືອງ ຈັງຫວັດນະຄອນສະຫວັນ ເກີດເປັນແມ່ນ້ຳເຈົ້າພະຍາ ແມ່ນ້ຳສາຍສຳຄັນຂອງພື້ນທີ່ຣາບລຸ່ມພາກກາງຂອງປະເທດໄທ
![Thumb image](http://upload.wikimedia.org/wikipedia/commons/thumb/f/f8/Yom_River_in_Phrae_Province.jpg/640px-Yom_River_in_Phrae_Province.jpg)
ສະພາບໂຄງສ້າງທາງນ້ຳຂອງແມ່ນ້ຳຍົມມີລັກສະນະແບບກິ່ງໄມ້ ປະກອບດ້ວຍລຳນ້ຳສາຂາ 77 ສາຍ ລະດັບນ້ຳສູງສຸດໃນລະດູຝົນລົດລົງເມື່ອຮອດລະດູໜາວແລະຕ່ຳສຸດໃນລະດູຮ້ອນ ພູມິອາກາດປ່ຽນແປງຕາມອິດທິພົນຂອງລົມມໍລະສຸມຕາເວັນຕົກສຽງໃຕ້ແລະລົມມໍລະສຸມຕາເວັນອອກສຽງເໜືອ