![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/2/24/Ph%25C3%25B4ngsali_Province-Laos.svg/langlo-640px-Ph%25C3%25B4ngsali_Province-Laos.svg.png&w=640&q=50)
ແຂວງຜົ້ງສາລີ
From Wikipedia, the free encyclopedia
ແຂວງຜົ້ງສາລີ “ເໜືອສຸດໃນປະເທດລາວ” ເປັນດິນແດນຂອງລາວທີ່ຕິດກັບ ປະເທດຈີນ ແລະ ຫວຽດນາມ ເຮັດໃຫ້ກາຍເປັນພື້ນທີ່ຍຸດທະສາດ ທີ່ມີການເຂົ້າມາຢຶດຄອງຈາກຫົວເມືອງໃຫຍ່ທັງຫລາຍໃນອະດີດ ໃນປະຈຸບັນ ເມືອງຜົ້ງສາລີ ເປັນເມືອງເອກຂອງແຂວງ ຕົວເມືອງຕັ້ງຢູ່ເທິງພູເຂົາສູງ 1,400 ແມັດ ໃນເຂດພູຟ້າ ເຮັດໃຫ້ອາກາດເຢັນສະບາຍຕະຫລອດປ
|
![Thumb image](http://upload.wikimedia.org/wikipedia/commons/thumb/2/24/Ph%C3%B4ngsali_Province-Laos.svg/640px-Ph%C3%B4ngsali_Province-Laos.svg.png)
ປະຫວັດສາດແຂວງຜົ້ງສາລີ. ປະຫວັດສາດແຂວງຜົ້ງສາລີ.ປະມານສະຕະວັດທີສິບແປດ.ຈາກປະມານປີ1760ເຖິງປີ1967. ລາຊະວົງຟູ ໄດ້ປົກຄອງແຂວງຜົ້ງສາລີແລະເຂດອ້ອມແອ້ມປະມານ200ກ່ວາປີ.ຄອບຄົວຟູແມ່ນເອກອັກຄະລັດຖະທູດ (ລາດຊະວົງຟູແມ່ນທູດພິເສດ) ທີ່ສົ່ງໂດຍລາດຊະວົງຊິງ(清朝)ໄປມຽນມາ,ໄທແລະລາວ. ຕໍ່ມາລາຊະວົງຟູກັບທະຫານແລະລູກນ້ອງລາວກໍໍ່ໄດ້ຕັ້ງຖິ່ນຖານຢູ່ແຂວງຜົ້ງສາລີແລະສ້າງຕັ້ງການບໍລິຫານຂື້ນຄຸ້ມຄອງຢູ່ແຂວງຜົ້ງສາລີແລະເຂດອ້ອມແອ້ມ. ຕະກູນຟູ(傅氏)ແມ່ນຊົນເຜົ່າຈີນຫໍໍ້ໍ່.
ເນື່ອງຈາກຕັ້ງຢູ່ໃນໄຊຍະພູມອັນເປັນ ຈຸດຍຸດທະສາດສຳຄັນ ຄືຢູ່ເຄິ່ງກາງລະຫວ່າງຈີນ ກັບ ຫວຽດນາມ ຝຣັ່ງຈຶ່ງໃຫ້ຄວາມສຳຄັນກັບພື້ນທີ່ແຖບນີ້ຫລາຍເຖິງຂະໜາດສັ່ງການໃຫ້ຕັ້ງຄ້າຍກອງທະຫານຮັກສາການຂຶ້ນ ດັ່ງມີຮ່ອງຮອຍຂອງສະຖາປັດຕະຍະກຳແບບຝຣັ່ງປາກົດໃຫ້ເຫັນຕາມຮ່ອມຕ່າງໆ ແມ່ນອາຄານພານິດຂອງຈີນ ທີ່ເນັ້ນປະໂຫຍດໃຊ້ສອຍໄປສ່ວນໃຫຍ່
ຕາມບັນທຶກກ່າວໄວ້ວ່າໃນອະດີດຜົ້ງສາລີມີຖານະເປັນໜຶ່ງໃນເມືອງຂອງພວກໄທລື້ໃນແຄວ້ນສິບສອງປັນນາ ຕົກປີພ.ສ 2438 ລາວກໍ່ໄດ້ເສຍດິນແດນສິບສອງປັນນາແລະສິບສອງຈຸທັຍ ໃຫ້ແກ່ຈີນ ຕໍ່ມາເມື່ອຕົກມາເປັນຂອງລາວ ຈຶ່ງກາຍເປັນແຂວງ ທີ່ມີຄວາມຫລາກຫລາຍທາງເຊື້ອຊາດຫຼາຍທີ່ສຸດແຂວງໜຶ່ງ. ມີທັງ: ລາວລຸ່ມ, ມົ້ງ, ອາຂ່າ, ຢ້າວ, ໄທລື້ ແລະ ເຜົ່າຕ່າງໆ ລວມເຖິງຊາວຕ່າງດ້າວຫວຽດນາມ ກັບ ຈີນ ເນື່ອງຈາກລັດຖະບານລາວມີນະໂຍບາຍທີ່ຈະສ້າງ ເອກະພາບໃນຄວາມຫລາກຫລາຍ ຈຶ່ງໄດ້ລວມຊົນກຸ່ມນ້ອຍເຖິງ 23 ເຜົ່າ ເຂົ້າດ້ວຍກັນ.