ເລກມາຕະຖານສາກົນປະຈຳປຶ້ມ
From Wikipedia, the free encyclopedia
From Wikipedia, the free encyclopedia
ເລກມາຕະຖານສາກົນປະຈຳປຶ້ມ (ອັງກິດ: International Standard Book Number, ຝຣັ່ງ: Numéro international normalisé du livre ) ຫຼື ອີແອັດເບແອັນ (ໂຕຫຍໍ້: ISBN) ແມ່ນລະຫັດເຊິ່ງກຳໜົດຂຶ້ນໃຫ້ໃຊ້ກັບສິ່ງພິມປະເພດປຶ້ມທົ່ວໄປ. ມີຈຸດມຸ່ງໝາຍໃຫ້ເປັນເອກະລັກສະເພາະຂອງປຶ້ມແຕ່ລະເລື່ອງ ເພື່ອອຳນວຍຄວາມສະດວກໃນການຄວບຄຸມຂໍ້ມູນສິ່ງພິມດ້ວຍອອກດີນາເຕີ ໃນດ້ານການສັ່ງຊື້ ການຂາຍ ການບໍລິການ ການເງິນ ແລະການນຳສິນຄ້າອອກຈຳໜ່າຍໄປຍັງສຳນັກພິມໃນປະເທດຕ່າງໆ. ລະບົບ ISBN ຖືກສ້າງຂຶ້ນໃນສະຫະລາຊະອານາຈັກໃນປີ ຄ.ສ. 1966 ໂດຍບໍລິສັດຜູ້ຈັດພິມແລະຂາຍປຶ້ມ ດັບເບິນຢູ ເອດ ສະມິດ ແລະຖືກເອີ້ນວ່າ ເລກມາຕະຖານປຶ້ມ (Standard Book Numbering ຫຼື SBN) ຕໍ່ມາ ມີການນຳ SBN ມາໃຊ້ເປັນມາຕະຖານສາກົນ ISO 2108 ໃນປີ ຄ.ສ. 1970 ລະຫັດມາຕະຖານເຊິ່ງຄ້າຍກັນ ໝາຍເລກມາຕະຖານສາກົນປະຈຳວາລະສານ (the International Standard Serial Number ຫຼື ISSN) ໃຊ້ສຳລັບນິຕະຍະສານທີ່ອອກຕາມກຳໜົດເວລາ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.