From Wikipedia, the free encyclopedia
ເນັດຟລິກ (ອັງກິດ: Netflix) ຫຼື ເນັກພາຍ ເປັນບໍລິສັດຂ້າມຊາດທີ່ໃຫ້ບໍລິການໂອທີທີ ແບບສື່ແບບສົ່ງຕໍ່ເນື່ອງຕາມຄຳຂໍທາງອິນເຕີເນັດທົ່ວໂລກ (ຍົກເວັ້ນໃນບາງພື້ນທີ່) ແລະ ຜູ້ໃຫ້ບໍລິການເຊົ່າຢືມດີວີດີ ແລະ ແຜ່ນບລູເຣທາງໄປສະນີໃນສະຫະລັດອາເມຣິກາ ບໍລິສັດໄດ້ຮັບການກໍ່ຕັ້ງຂຶ້ນໃນປີ 1997 ໂດຍມີສຳນັກງານໃຫຍ່ຕັ້ງຢູ່ທີ່ເມືອງລອສ ແກໂທສ ລັດຄາລິຟໍເນຍ ແລະ ມີອັອບຟິດໃນອີກຫຼາຍປະເທດເຊັ່ນ:ໂຮນລັງ, ເບຣຊິນ, ອິນເດຍ, ຍີ່ປຸ່ນ ແລະ ເກົາຫຼີໃຕ້[7]
ລິ້ງຂ້າມພາສາໃນບົດຄວາມນີ້ ມີໄວ້ໃຫ້ຜູ້ອ່ານ ແລະ ຜູ້ຮ່ວມແກ້ໄຂບົດຄວາມສຶກສາເພີ່ມເຕີມໄດ້ສະດວກ ເນື່ອງຈາກວິກິພີເດຍພາສາລາວ ຍັງບໍ່ມີບົດຄວາມດັ່ງກ່າວ ຢ່າງໃດກໍຕາມ ຄວນຮີບສ້າງເປັນບົດຄວາມໂດຍໄວທີ່ສຸດ |
ປະເພດ | ບໍລິສັດມະຫາຊົນ |
---|---|
Traded as |
|
ວັນທີກໍ່ຕັ້ງ | 29 ສິງຫາ 1997[1] in Scotts Valley, California, United States |
ສຳນັກງານໃຫຍ່ | 100 Winchester Circle, Los Gatos, California, United States |
ພື້ນທີ່ໃຫ້ບໍລິການ | 190 ປະເທດ[2] |
ຜູ້ກໍ່ຕັ້ງ |
|
ບຸກຄົນສໍາຄັນ |
|
ອຸດສາຫະກໍາ | ການບັນເທີງ |
ຜະລິດຕະພັນ | ບໍລິການໂອທີທີ ສື່ສົ່ງຜ່ານສັນຍານຕໍ່ເນື່ອງ ວິດີທັດຕາມຄຳຂໍ |
ບໍລິການ |
|
ລາຍໄດ້ | 8.83 ຕື້ໂດລາສະຫະລັດ (2016)[3] |
ລາຍໄດ້ຈາກການດຳເນີນງານ | 380 ລ້ານໂດລາສະຫະລັດ (2016)[3] |
ເງິນໄດ້ສຸດທິ | 187 ລ້ານໂດລາສະຫະລັດ (2016)[3] |
ຊັບສິນລວມ | 13.6 ຕື້ໂດລາສະຫະລັດ (2016)[3] |
ຫຸ້ນລວມ | 2.7 ຕື້ໂດລາສະຫະລັດ (2016)[3] |
ເຈົ້າຂອງ | Reed Hastings (1.9%)[4] |
ລູກຈ້າງ | 3,500 ຄົນ (2016)[3] |
Divisions | Domestic Streaming International Streaming Domestic DVD[5] |
ບໍລິສັດສາຂາ |
|
ເວັບໄຊ | www |
ອັນດັບອາເລັກຊາ | 32 (ທົ່ວໂລກ, October 2017[update]) [6] |
ການລົງທະບຽນ | Required |
ຜູ້ໃຊ້ | 158 ລ້ານຄົນ (ທົ່ວໂລກ) |
ສະຖານະປັດຈຸບັນ | ໃຫ້ບໍລິການ |
ເນັດຟລິກເລີ່ມເປີດຮັບສະມາຊິກແບບເສຍຄ່າບໍລິການໃສປີ 1999 ເມື່ອເຖິງປີ 2009 ບໍລິສັດມີດີວີດີໃຫ້ເລືອກເຊົ່າຢືມປະມານ 100,000 ຊື່ເລື່ອງ ແລະ ມີສະມາຊິກຜູ້ເຊົ່າ ແລະ ຜູ້ຮັບບໍລິການຫຼາຍກວ່າ 10 ລ້ານລາຍ[8] ໃນປີ 2013 ບໍລິສັດເລີ່ມຂາຍທຸລະກິດໄປຍັງການຜະລິດຮູບເງົາຕົ້ນສະບັບ
ປີ 2014 ເນັດຟລິກໄດ້ເປີດຕົວບໍລິການຊື່ວ່າ Open Connect Appliance (Netflix OCA) ໂດຍລັກສະນະເປັນບໍລິການທີ່ທາງຜູ້ໃຫ້ບໍລິການ ISP (Internet Service Provider) ເປີດໃຫ້ເນັດຟລິກເຊົ່າ Server ເພື່ອເຮັດ Cache ສຳລັບເກັບຂໍ້ມູນຮູບເງົາ ແລະ ຊີຣີຂອງ Netflix ໂດຍໃຊ້ຫຼັກການເຊັ່ນດຽວກັບ CDN (Content Delivery Network) ທົ່ວໄປ ຕ່າງກັນທີ່ລະບົບຈະເກັບຂໍ້ມູນ Content ສຳລັບ Netflix ໂດຍສະເພາະ ເມື່ອມີຜູ້ເຂົ້າໃຊ້ງານ ລະບົບຈະໄປຮຽກຈາກ OCA ເຫຼົ່ານີ້ແທນ ເຮັດໃຫ້ຫຼຸດພາລະການເຮັດວຽກຂອງເຊີບເວີຫຼັກ ແລະ ຮອງຮັບການຂະຫຍາຍແບນວິທີງ່າຍ ແລະ ປະຢັດຄ່າໃຊ້ຈ່າຍກວ່າການຂະຫຍາຍເຊີບເວີ
ຈົນມາຮອດປີ 2016 ເນັດຟລິກໄດ້ຜະລິດຮູບເງົາຊີຣີ ແລະ ຮູບເງົາເລື່ອງຍາວຕົ້ນສະບັບກວ່າ 126 ເລື່ອງ ຫຼາຍກວ່າຊ່ອງໂທລະພາບ ແລະ ເຄເບີ້ນໃດໆ[9] ໂດຍມີຜົນງານຊີຣີຕົວເອງເລື່ອງທຳອິດແມ່ນ House of Cards ພຽງສອງປີທຳອິດທີ່ອອກອາກາດກໍໄດ້ຮັດຄວາມນິຍົມ ແລະ ມີຊື່ເຂົ້າຊີງລາງວັນໂທລະພາບ Emmy Awards
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.