From Wikipedia, the free encyclopedia
ເມືອງ ຫົວເມືອງ ເປັນເມືອງນ້ອຍແຫ່ງໜຶ່ງ, ເຊິ່ງຕົວເມືອງຂອງເມືອງແຫ່ງນີ້ຕັ້ງຢູ່ຫວ່າງພູນ້ອຍໜ່ວຍໜຶ່ງ, ໃນອະດີດເມືອງນີ້ມີຊື່ວ່າ " ເມືອງ ເປິ້ນ " ໃນປັດຈຸບັນຈຶ່ງປ່ຽນຊື່ມາເປັນ ເມືອງ ຫົວເມືອງ, ອະດີດມີຊື່ ເມືອງ ເປິ້ນ ຍ້ອນມິີສາຍ " ນໍ້າເປິ້ນ " ໄຫຼໃນຊາຍແດນເມຶອງແຫ່ງນັ້ນ, ເມືອງຫົວເມືອງໃຊ້ພາສາຕົ້ນຕໍຂອງຄົນຫົວພັນໃນການເວົ້າ, ມີສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເຊັ່ນ: ຕາດ ສະເຫຼີຍ , ຫີນຕັ້ງ , ສາຍນໍ້າເປິ້ນ ... ເມືອງຫົວເມືອງມີຊາຍແດນຕິດກັບ: 1.ທິດເໜືອຕິດກັບເມືອງ ຊໍາເໜືອ ແຂວງ ຫົວພັນ. 2.ທິດຕາເວັນອອກຕິດກັບເມືອງ ຊໍາໃຕ້ ແຂວງ ຫົວພັນ. 3.ທິດຕາເວັນຕົກຕິດກັບເມືອງ ວຽງທອງ ແຂວງ ຫົວພັນ. 4.ທິດໃຕ້ຕິດກັບເມືອງ ຄໍາ ແຂວງ ຊຽງຂວາງ. ຈາກຕົວເມືອງຂອງເມືອງ ຫົວເມືອງ ໄປຫາ ເມືອງຊໍາເໜືອ ປະມານ 52 km, ຕາດສະເຫຼີຍມີຄວາມສູງປະມານ 15 m, ຫີນຕັ້ງໃນເມືອງ ຫົວເມືອງ ມີປະມານ 92 ແທ່ງ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.