![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/d/d1/HM_Queen_Rambhai.jpg/640px-HM_Queen_Rambhai.jpg&w=640&q=50)
ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ
ລາຊິນີໄທ / From Wikipedia, the free encyclopedia
ພັນເອກຍິງ ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ (ໄທ: สมเด็จพระนางเจ้ารำไพพรรณี พระบรมราชินี) (ອັງກິດ: Her Majesty Queen Rambhai Barni) ແມ່ນພະອັກຄະລະມະເຫສີພຽງພະອົງດຽວໃນພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ
ສົມເດັດພະນາງເຈົ້າຣຳໄພພັນນີ ພະບໍລົມລາຊິນີ | |
---|---|
![]() | |
| |
ພະນາມາພິໄທ | ຣຳໄພພັນນີ |
ພະລາຊະອິສະລິຍະຍົດ | ພະບໍລົມລາຊິນີ |
ຖານັນດອນສັກ | ພະອັກຄະລະມະເຫສີ |
ລາຊະວົງ | ຈັກກີ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 20 ທັນວາ ຄ.ສ. 1904 ບາງກອກ ປະເທດສະຫຍາມ |
ສະຫວັນຄົດ | 22 ພຶດສະພາ ຄ.ສ. 1984 (79 ປີ) ວັງສຸໂຂໄທ ປະເທດໄທ |
ພະລາດຊະບິດາ | ສົມເດັດພະເຈົ້າບໍລົມວົງເທີ ພະອົງເຈົ້າສະຫວັດດິໂສພົນ ກົມພະສະຫວັດດິວັດນະວິສິດ |
ພະລາດຊະມານດາ | ພະເຈົ້າວໍລະວົງເທີ ພະອົງເຈົ້າອາພາພັນນີ |
ພະລາດຊະສະຫວາມີ | ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ (2461–2484) |
ລາຍພະອະພິໄທ | ![]() |
ໃນອະດີດກ່າວກັນວ່າພະອົງເປັນສະຕີຊາວໄທທີ່ຊົງພະສິລິໂສມສາມາດເລືອກສະຫຼອງພະອົງເອີລົບມາສວມໃສ່ໄດ້ຢ່າງເໝາະສົມ[1] ທັງຍັງມີພະຈະລິຍະວັດທີ່ນຸ້ມນວນ ພະພັກແຈ່ມໃສ ແຍ້ມພະສວນ (ຍິ້ມ) ຢູ່ໜ່ອຍໆ ທັງໆທີ່ພະອົງປະສົບກັບໂລກະທຳແລະຄວາມສູນເສຍອັນຍິ່ງໃຫຍ່ມາແລ້ວ
ພະອົງປະຕິບັດພະລາຊະກໍລະນີຍະກິດຄຽງຄູ່ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວໃນຖານະພະບໍລົມລາຊິນີໃນການສະເດັດພະລາຊະດຳເນິນໄປຍັງຫົວເມືອງ ຮວມທັງຕ່າງປະເທດເພື່ອເປັນການເຊື່ອມພະລາຊະໄມຕີລະຫວ່າງປະເທດ ພາຍຫຼັງການນິວັດປະເທດໄທຫຼັງການສະຫວັນຄົດຂອງພະລາຊະສະຫວາມີແລ້ວ ພະອົງໄດ້ປະຕິບັດພະລາຊະກໍລະນີຍະກິດແທນພະອົງພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຫຼາຍເທື່ອ ເມື່ອສະເດັດຍ້າຍໄປປະທັບ ນະ ຈັງຫວັດຈັນທະບຸລີ ຊົງດຳເນິນກິດຈະການໃນດ້ານການກະເສດ ການລ້ຽງສັດ ແລະຊົງພັດທະນາການທໍສາດເພື່ອເປັນໂຄງການຕົວຢ່າງແລະນຳຄວາມຮູ້ນັ້ນອອກເຜີຍແພ່ປະຊາຊົນ ນອກຈາກນີ້ພະອົງຍັງມີສ່ວນໃນການພັດທະນາການສາທາລະນະສຸກແລະການສຶກສາຂອງຊາວຈັນທະບຸລີໂດຍຮັບເປັນພະລາຊະພາລະໃນການປັບປຸງໂຮງໝໍພະປົກເກົ້າ ວິທະຍາໄລພະຍາບານພະປົກເກົ້າ ຈັນທະບຸລີແລະມະຫາວິທະຍາໄລລາຊະພັດຣຳໄພພັນນີ
ພະອົງຊົງເລິ່ມມີພະອາການປະຊວນດ້ວຍພະໂລກຄວາມດັນໂລຫິດສູງ ຕັ້ງແຕ່ ຄ.ສ. 1975 ແລະ ວັນທີ່ 22 ພຶດສະພາ ຄ.ສ. 1984 ເວລາ 15.50 ໂມງ ພະອົງສະເດັດສະຫວັນຄົດດ້ວຍພະຫະໄທວາຍໂດຍພະອາການສະຫງົບ ນະ ພະຕຳໜັກສຸໂຂໄທ ຮວມພະຊົນມາຍຸ 79 ພັນສາ 5 ເດືອນ 2 ວັນ