ສົງຄາມໂລກຄັ້ງທີສອງ (ອັງກິດ: World War II; ມັກຫຍໍ້ເປັນ WWII ຫຼື WW2) ເປັນຄວາມຂັດແຍ້ງທາງທະຫານລະດັບໂລກຕັ້ງແຕ່ປີ ຄ.ສ 1939 ຫາ ຄ.ສ 1945 ເຊິ່ງກ່ຽວຂ້ອງກັບປະເທດສ່ວນໃຫຍ່ໃນໂລກ ລວມທັງລັດມະຫາອຳນາດທັງໝົດ ປະເທດຜູ້ຮ່ວມສົງຄາມລວມໂຕກັນເປັນພັນທະມິດທາງທະຫານຄູ່ສົງຄາມສອງຝ່າຍ ແມ່ນ ຝ່າຍສຳພັນທະມິດ ແລະ ຝ່າຍອັກສະ ລະຫວ່າງສົງຄາມມີການລະດົມທະຫານກວ່າ 100 ລ້ານຄົນ ດ້ວຍລັກສະນະຂອງສົງຄາມທັງໝົດ ປະເທດຜູ້ຮ່ວມສົງຄາມຫຼັກໄດ້ອຸທິດຕົນຂີດຄວາມສາມາດທາງເສດຖະກິດ ອຸດສາຫະກຳ ແລະ ວິທະຍາສາດເພື່ອຄວາມພະຍາຍາມຂອງສົງຄາມທັງໝົດ ໂດຍລຶບເສັ້ນຂີດແບ່ງລະຫວ່າງຊັບພະຍາກອນຂອງພົນລະເຮືອນ ຫຼື ທະຫານ ປະເມີນກັນວ່າສົງຄາມມີມູນຄ່າປະມານ 1 ພັນຕື້ໂດລາສະຫະລັດ ດ້ວຍປະການທັງປວງ ສົງຄາມໂລກຄັ້ງທີສອງຈຶ່ງນັບວ່າແມ່ນສົງຄາມຂະໜາດໃຫຍ່ທີ່ສຸດ ໃຊ້ເງິນທຶນຫຼາຍທີ່ສຸດ ແລະ ມີຜູ້ເສຍຊີວິດຫຼາຍທີ່ສຸດໃນປະຫວັດສາດມະນຸດສະຊາດ ປະເມີນກັນວ່າມີຜູ້ເສຍຊີວິດລະຫວ່າງ 40 ຫາຫຼາຍກວ່າ 70 ລ້ານຄົນ.
Quick Facts ສົງຄາມໂລກຄັ້ງທີສອງ, ວັນທີ ...
ສົງຄາມໂລກຄັ້ງທີສອງ |
---|
ຊ້າຍເທິງໄປຂວາ: ທະຫານເຄືອຈັກກະພົບໃນທະເລຊາຍ, ຊາວຈີນຖືກຝັງທັງເປັນໂດຍທະຫານຍີ່ປຸ່ນ, ເຮືອອູຂອງເຢຍລະມັນລະຫວ່າງປະຕິບັດການ, ກອງທັບໂຊວຽດທີ່ສະຕາລິນກາດ, ເບີລິນຖືກທຳລາຍ, ເຄື່ອງບິນຮົບຍີ່ປຸ່ນກຽມຂຶ້ນບິນ |
ວັນທີ | 1 ກັນຍາ 1939 ເຖິງ 2 ກັນຍາ 1945 |
---|
ສະຖານທີ່ | |
---|
ຜົນ |
ຝ່າຍສຳພັນທະມິດຊະນະ
|
---|
|
ຄູ່ສົງຄາມ |
---|
ຝ່າຍສຳພັນທະມິດ |
ຝ່າຍອັກສະ |
ຜູ້ບັນຊາການ ແລະ ຜູ້ນຳ |
---|
ຜູ້ນຳຝ່າຍສຳພັນທະມິດ
- ໂຈເຊບ ສະຕາລິນ
- ແຟງກິນ ດີ. ໂຣດເວລຕ໌
- ວິນສະຕັນ ເຊີຊິລ
- ຈຽງ ໄຄເຊກ
|
ຜູ້ນຳຝ່າຍອັກສະ |
ຄວາມສູນເສຍ |
---|
- ທະຫານເສຍຊີວິດ:
- ຫຼາຍກວ່າ 16,000,000 ນາຍ
- ພົນລະເມືອງເສຍຊີວິດ:
- ຫຼາຍກວ່າ 45,000,000 ຄົນ
- ເສຍຊີວິດທັງໝົດ:
- ຫຼາຍກວ່າ 61,000,000 ຄົນ
- (1937–1945)
[1] |
- ທະຫານເສຍຊີວິດ:
- ຫຼາຍກວ່າ 8,000,000 ນາຍ
- ພົນລະເມືອງເສຍຊີວິດ:
- ຫຼາຍກວ່າ 4,000,000 ຄົນ
- ເສຍຊີວິດທັງໝົດ:
- ຫຼາຍກວ່າ 12,000,000 ຄົນ
- (1937–1945)
[2] |
Close